ເມືອງນາຊາຍທອງ ກຽມຈັດງານວາງສະແດງສິນຄ້າ

167

ຫ້ອງວ່າການປົກຄອງເມືອງນາຊາຍທອງ ຮ່ວມກັບບັນດາຫ້ອງການອ້ອມຂ້າງຂອງເມືອງ ແລະ ຫົວໜ່ວຍທຸລະກິດ – ຄອບຄົວຕົວແບບ ກຽມຈັດງານວາງສະແດງສິນຄ້າ ປະຈໍາປີ 2020 ຂຶ້ນໃນລະຫວ່າງວັນທີ 11 – 17 ກຸມພາ 2020 ນີ້ ທີ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງສິນຄ້າທີ່ເຂົ້າຮ່ວມຈະບໍ່ໄດ້ເສຍຄ່າເຊົ່າສະຖານທີ່ (ສະເພາະສິນຄ້າຢູ່ເມືອງ ນາຊາຍທອງ)

ຫ້ອງວ່າການປົກຄອງເມືອງນາຊາຍທອງ ອອກແຈ້ງການເລກທີ 001/ຈມ.ນທ ລົງວັນທີ 30 ມັງກອນ 2020 ໄດ້ແຈ້ງເຊີນໃຫ້ບັນດາຜູ້ປະກອບການສິນຄ້າໂອດ໊ອບ, ຄອບຄົວຕົວແບບ, ຜູ້ປະກອບການທຸລະກິດ, ສູນຜະລິດກະສິກໍາ, ຟາມ, ວິສາຫະກິດ, ໂຮງງານ, ຫ້າງຮ້ານຫົວໜ່ວຍທຸລະກິດຜູ້ປະກອບການຕ່າງໆ ເພື່ອນໍາເອົາຜະລິດຕະພັນສິນຄ້າ ແລະ ຜົນຜະລິດກະສິກໍາ, ຫັດຖະກໍາ ແລະ ອຸດສາຫະກຳເຂົ້າຮ່ວມງານວາງສະແດງຕະຫຼາດນັດ ຄັ້ງທີ 25 ປະຈໍາປີ 2020 ຂອງເມືອງນາຊາຍທອງ ງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 11 – 17 ກຸມພາ 2020.

ສໍາລັບຄ່າເຊົ່າສະຖານທີ່, ຄ່າກະແສໄຟຟ້າ, ຄ່າອະນາໄມເດີ່ນແມ່ນບໍ່ໄດ້ເສຍຄ່າ, ສ່ວນຄ່າໃຊ້ຈ່າຍໃນການເດີນທາງກິນຢູ່ພັກເຊົາ, ສາຍໄຟ, ດອກໄຟ, ໂຕະຕັ່ງແມ່ນກຸ້ມຕົນເອງ. ພ້ອມນັ້ນ, ຜູ້ມີຈຸດປະສົງເຂົ້າຮ່ວມກະລຸນານໍາສົ່ງລາຍຊື່ໃຫ້ຄະນະກໍາມະການຮັບຜິດຊອບຈັດງານກ່ອນວັນທີ 11 ກຸມພາ 2020 ແລະ ໃຫ້ນໍາສິນຄ້າເຂົ້າວາງສະແດງ ແລະ ຂາຍ ພ້ອມທັງຕົກແຕ່ງຫ້າງຮ້ານໃຫ້ສໍາເລັດໃນເຊົ້າວັນທີ 11 ກຸມພາ 2020.