ປະຊາຊົນເມືອງດາກຈຶງ ສະເໜີ ໃຫ້ ສສຂ ແກ້ໄຂບັນຫາຂົງເຂດກະສິກໍາ

199

ປະຊາຊົນເມືອງດາກຈຶງ ສະເໜີໃຫ້ພາກລັດຈັດແບ່ງຂົງເຂດເນື້ອທີ່ດິນໃຫ້ປະຊາຊົນນໍາໃຊ້ພໍພຽງສາກ່ອນ ເນື່ອງຈາກເນື້ອທີ່ດິນບໍ່ມີການຂະຫຍາຍຕົວ ແຕ່ພົນລະເມືອງພັດເພີ່ມຂຶ້ນນັບມື້ ພ້ອມສະເໜີໃຫ້ລັດບໍ່ຄວນອະນຸຍາດໃຫ້ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ເຊົ່າສໍາປະທານທີ່ດິນໃນການປູກ-ການລ້ຽງຫຼາຍເກີນໄປ

ທ່ານ ຫນູເພັດ ຈັນທະມາດ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງດາກຈຶງ ແຂວງເຊກອງ ໄດ້ໃຫ້ສໍາພາດວ່າ: ຜ່ານການລົງພົບປະຜູ້ມີສິດເລືອກຕັ້ງ ບັນດາເຜົ່າພາຍໃນເມືອງ ກໍຄືການເຄື່ອນໄຫວເຜີຍແຜ່ຜັນຂະຫຍາຍມະຕິກອງປະຊຸມສະໄຫມສາມັນເທື່ອທີ7 ຂອງສະພາແຫ່ງຊາດຊຸດທີ VIII ແລະສະພາປະຊາຊົນແຂວງຊຸດທີ I ໃຫ້ພະນັກງານລັດຖອນ, ທະຫານ-ຕໍາຫລວດ, ພໍ່ແມ່ປະຊາຊົນບັນດາເຜົ່າຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງ

ໂດຍຕິດພັນກັບການຕິດຕາມກວດກາ ແລະຮັບຟັງບັນດາຄໍາຄິດເຫັນ ແລະ ຄໍາສະເໜີບັນຫາຕ່າງໆຂອງພໍ່ແມ່ປະຊາຊົນ ພ້ອມທັງໄດ້ຕິດຕາມກວດກາ ແລະເຂົ້າຮ່ວມຮັບຮອງບັນດາບັນຫາສໍາຄັນຕ່າງໆຂອງເມືອງ ເປັນຕົ້ນ ແມ່ນຮັບຮອງແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ປະຈໍາ 6 ເດືອນທ້າຍປີ 2019 ແລະ ດ້ານອື່ນໆ, ພ້ອມທັງລົງພົບປະຜູ້ມີສິດເລືອກຕັ້ງບັນດາເຜົ່າຢູ່ພາຍໃນເມືອງ.

ພ້ອມດຽວວກັນນີ້ ກໍໄດ້ເກັບກຳຄໍາເຫນີຂອງປະຊາຊົນ ເພື່ອນໍາສະເຫນີຕໍ່ຫາຂັ້ນເທິງ ແກ້ໄຂບັນຫາຊ່ວຍ ເຊິ່ງເຫັນວ່າຄໍາສະເຫນີຂອງປະຊາຊົນ ຫລາຍມີບັນຫາທີ່ຍັງແກ້ໄຂບໍ່ທັນໄດ້ ເປັນຕົ້ນແມ່ນຂົງເຂດວຽກງານກະສິກຳ ແລະ ປ່າໄມ້ ໂດຍສະເຫນີໃຫ້ພະນັກງານວິຊາການສັດຕະວະແພດ ລົງສັກຢາກັນພະຍາດສັດລ້ຽງ ໃຫ້ທັນຕາມລະດູການ

ເນື່ອງຈາກວ່າແຕ່ລະປີ ສັດລ້ຽງຕາຍ ຢ່າງຫລວງຫລາຍ ຍ້ອນພະຍາດຮ່າລະບາດ, ໃຫ້ພາກລັດຊອກຕະຫລາດຈໍາຫນ່າຍສິນຄ້າດ້ານກະສິກຳແບບສອງສົ້ນ ພ້ອມທັງສົ່ງເສີມການປູກ-ການລ້ຽງໃຫ້ຫລາຍຂຶ້ນ, ໃຫ້ລົງສໍາຫລວດ, ວິເຄາະ, ວິໄຈດິນແຕ່ລະເຂດ ແຕ່ລະບ້ານທີ່ເຫມາະສົມແກ່ການປູກ-ລ້ຽງ ພ້ອມທັງສະຫນອງແນວພັນແກ່ປະຊາຊົນ, ການບຸກເບີກເນື້ອທີ່ດິນເພື່ອເຮັດນາ ໃຫ້ຕິດພັນກັບການກໍ່ສ້າງຊົນລະປະທານ.

ນອກນີ້ ປະຊາຊົນ ຍັງສະເໜີ ໃຫ້ຈັດສັນທີ່ດິນ ໃນ 8 ປະເພດດິນຄືນໃໝ່ຢ່າງຈະແຈ້ງ ລະຫວ່າງ ບ້ານຕໍ່ບ້ານພາຍໃນເມືອງ ແລະ ເຂດເຊື່ອມຕໍ່ ລະຫວ່າງ ເມືອງດາກຈຶງ ແຂວງເຊກອງ ກັບເມືອງ ຊານໄຊ ແຂວງອັດຕະປື ຢູ່ເຂດຊຽງຫຼວງ, ລັດບໍ່ຄວນອະນຸຍາດໃຫ້ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ເຊົ່າສໍາປະທານທີ່ດິນໃນການປູກ-ການລ້ຽງຫຼາຍເກີນໄປ, ຄວນຈັດສັນທີ່ດິນໃຫ້ປະຊາຊົນນໍາໃຊ້ພຽງພໍສາກ່ອນ ເນື່ອງຈາກວ່າເນື້ອທີ່ດິນບໍ່ມີການຂະຫຍາຍຕົວ ແຕ່ພົນລະເມືອງພັດນັບມື້ເພີ່ມຂຶ້ນ; ຄວນທະລຸເສັ້ນທາງເຂົ້າສູ່ເຂດການຜະລິດໃຫ້ຫຼາຍຂຶ້ນກວ່າເກົ່າ.

ຂໍ້ມູນຈາກ: ຂ່າວເຊກອງ