ເຂື່ອນໄຟຟ້າ 400 ໂຄງການ ສຳເລັດການກວດກາຄວາມປອດໄພ

718

ເລີ່ມແຕ່ທ້າຍປີ 2017 ເປັນຕົ້ນມາ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ແລະ ຊ່ຽວຊານດ້ານພະລັງງານສາກົນ ຮ່ວມກັນຈັດຕັ້ງປະຕິບັດການຕິດຕາມກວດກາຄວາມປອດໄພຂອງເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ ເຊິ່ງເປັນມາດຕະການໜຶ່ງເພື່ອສ້າງຄວາມໝັ້ນໃຈໃຫ້ກັບສັງຄົມ ໃນການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ ສປປ ລາວ.

ທ່ານ ບົວເທບ ມາໄລຄຳ ວ່າການຫົວໜ້າກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ເຜີຍຕໍ່ກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງ ແລະ ດຳເນີນທຸລະກິດບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ປະຈຳປີ 2019 ທີ່ໄດ້ດຳເນີນມາໃນລະຫວ່າງວັນທີ 28 – 29 ມັງກອນ 2020 ວ່າ: ເພື່ອປະຕິບັດຕາມແຈ້ງການຂອງສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1677/ຫສນຍ.ກລຂ ລົງວັນທີ 4 ຕຸລາ 2018 ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອກວດກາຄືນທາງດ້ານເຕັກນິກ ແລະ ຄວາມປອດໄພຂອງບັນດາເຂື່ອນຕ່າງໆໃນຂອບເຂດທົ່ວປະເທດ.

ຜ່ານການຈັດຕັ້ງປະຕິບັດມາແຕ່ທ້າຍປີ 2017 ມາຮອດທ້າຍປີ 2019 ທີ່ຜ່ານມາ ຄະນະກຳມະການດັ່ງກ່າວ ທີ່ປະກອບດ້ວຍບັນດາຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ໃນນີ້: ມີຊ່ຽວຊານສາກົນ 15 ທ່ານ ໂດຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກທະນາຄານໂລກ ເຊິ່ງປະກອບມີ ຈາກ: ສາທາລະນະລັດ ປະຊາຊົນຈີນ ຈຳນວນ 3 ທ່ານ, ສະວິດ 3 ທ່ານ, ນູແວນເຊລັງ 2 ທ່ານ, ຝຣັ່ງ 12 ທ່ານ, ເອີຣົບ 2 ທ່ານ, ເຢຍລະມັນ 1 ທ່ານ, ອົສຕຣາລີ 1 ທ່ານ ແລະ ສະຫະລັດອາເມຣິກາ 2 ທ່ານ. ສຳເລັດ 433 ໂຄງການ, ໃນນັ້ນ: ເປັນໂຄງການຂະໜາດນ້ອຍທີ່ມີກຳລັງຕິດຕັ້ງແຕ່ 15 ເມກາວັດລົງມາ ( ກ່ອນປີ 2017 ແມ່ນຢູ່ໃນການຄຸ້ມຄອງຂອງທ້ອງຖິ່ນ ) ຈຳນວນ 378 ໂຄງການ ແລະ ໂຄງການຂະໜາດກາງ ຫາໃຫຍ່ ຈຳນວນ 55 ໂຄງການ.

ທ່ານກ່າວຕື່ມວ່າ: ໃນບັນດາ 378 ໂຄງການຂະໜາດນ້ອຍນັ້ນມີ 79 ໂຄງການໄດ້ຮັບການສະໜອງເອກະສານບົດສຶກສາ ຄວາມເປັນໄປໄດ້ຂອງໂຄງການ ( FS & Basic Design ) ແລະ ໄດ້ກວດກາ ມີຄຳເຫັນຈາກຄະນະກຳມະການເຕັກນິກ 35 ໂຄງການ, ຈາກຊ່ຽວຊານທະນາຄານໂລກ 9 ໂຄງການ, ຈາກຊ່ຽວຊານນູແວນເຊລັງ 33 ໂຄງການ, ກຳລັງຄົ້ນຄວ້າມີຄຳເຫັນຈາກຄະນະກຳມະການເຕັກນິກ 2 ໂຄງການ ແລະ ໄດ້ສົ່ງມອບໃຫ້ທ້ອງຖິ່ນແລ້ວຈຳນວນ 21 ໂຄງການ.

ສຳລັບ 55 ໂຄງການທີ່ມີກຳລັງຕິດຕັ້ງແຕ່ 16 ເມກາວັດຂຶ້ນໄປນັ້ນ ມີໂຄງການທີ່ກໍ່ສ້າງສຳເລັດແລ້ວ 31 ໂຄງການ, ໂຄງການທີ່ກຳລັງດຳເນີນການກໍ່ສ້າງຈຳນວນ 19 ໂຄງການ ແລະ 5 ໂຄງການກຳລັງກະກຽມການກໍ່ສ້າງ ກໍໄດ້ຮັບການຕິດຕາມກວດກາ ແລະ ປະເມີນຄວາມປອດໄພຖືກຕ້ອງຕາມມາດຕະຖານ – ເຕັກນິກໄຟຟ້າຂອງ ສປປ ລາວ ເຊິ່ງເປັນມາດຕະຖານທຳອິດຂອງອາຊຽນ ປັດຈຸບັນມາດຕະຖານດັ່ງກ່າວໄດ້ກາຍເປັນເຄື່ອງມືທີ່ສຳຄັນ ແລະ ຈຳເປັນຢ່າງຍິ່ງຕໍ່ການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນການພັດທະນາອຸດສາຫະກຳໄຟຟ້າຢູ່ປະເທດເຮົາ.

ໃນຕໍ່ໜ້າ ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນແກນກາງ ແລະ ທັງເປັນຜູ້ຄຸ້ມຄອງມະຫາພາກ ຈະສືບຕໍ່ເສີມຂະຫຍາຍຍຸດທະສາດການຫັນເປັນອຸດສາຫະກຳດ້ານພະລັງງານຂອງ ສປປ ລາວ ຕິດພັນກັບການພັດທະນາແບບຍືນຍົງ ແລະ ສີຂຽວ ໃຫ້ປະສົບຜົນເປັນຈິງ. ເພື່ອບັນລຸເປົ້າໝາຍດັ່ງກ່າວ ວຽກງານການຕິດຕາມກວດກາທາງດ້ານເຕັກນິກຂອງໂຄງການ ກໍແມ່ນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນ ເພື່ອຮັບປະກັນການພັດທະນາພະລັງງານໄຟຟ້າຖືກຕ້ອງຕາມມາດຕະຖານ ແລະ ຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ.