ນາຍົກ ເນັ້ນໃຫ້ຄະນະສະເພາະກິດເອົາໃຈໃສ່ 4 ບັນຫາ ພ້ອມກຳນົດເອົາ 2 ໂຮງໝໍເປັນບ່ອນປິ່ນປົວ

290

ລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໄວຣັສໂຄໂຣນາ ) ລວມທັງໄດ້ຕິດຕັ້ງເຄື່ອງສະແກນຫາເຊື້ອພະຍາດດັ່ງກ່າວຢູ່ 4 ດ່ານສາກົນ ຫຼ້າສຸດ, ໄດ້ແຕ່ງຕັ້ງ 4 ໜ່ວຍງານຊ່ວຍຄະນະສະເພາະກິດເພີ່ມຕື່ມ.

ດ້ານທ່ານນາຍົກ ເນັ້ນໜັກໃຫ້ຄະນະສະເພາະກິດເອົາໃສ່ 4 ບັນຫາຕົ້ນຕໍ. ໃນນັ້ນ, ໃຫ້ກຳນົດເອົາໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍ 103 ເປັນບ່ອນປິ່ນປົວຫາກພົບຜູ້ຕິດເຊື້ອ, ພ້ອມໃຫ້ປະສານຫາຜູ້ປະກອບການຜະລິດຜ້າອັດປາກ ເພື່ອແຈກຢາຍໃຫ້ປະຊາຊົນປ້ອງກັນພະຍາດ.

ວັນທີ 3 ກຸມພາ 2020 ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດປອດອັກເສບໂຄໂຣນາ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດດັ່ງກ່າວ ເພື່ອບໍ່ໃຫ້ມີການລະບາດໃນລາວ ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດປອດອັກເສບໂຄໂຣນາ ເປັນປະທານກອງປະຊຸມ, ມີບັນດາຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ປັດຈຸບັນອົງການອະນາໄມໂລກ ໄດ້ປະກາດເປັນພາວະສຸກເສີນຈາກການລະບາດຂອງພະຍາດປອດອັກເສບໂຄໂຣນາ ເຊິ່ງມາຮອດວັນທີ 3 ກຸມພາ 2020 ມີຈຳນວນຜູ້ຕິດເຊື້ອທັງໝົດ 17.351 ກໍລະນີ, ເສຍຊີວິດ 361 ຄົນ ແລະ ອາການຮ້າຍແຮງ 2.296 ກໍລະນີ. ສ່ວນຄົນເຈັບທີ່ໄດ້ຮັບການປິ່ນປົວຈົນຫາຍດີ ແລະ ອອກຈາກໂຮງໝໍແລ້ວ ຈຳນວນ 475 ຄົນ.

ສໍາລັບ ສປປ ລາວ ຍັງບໍ່ພົບກໍລະນີໃດທີ່ຕິດເຊື້ອດັ່ງກ່າວ ແລະ ໄດ້ຮັບສາຍດ່ວນໂທເຂົ້າ 166 ທັງໝົດ 356 ສາຍ ແລະ ເບີ IHR Duty office ( 020 5406 6777 ) ເພື່ອສອບຖາມຂໍ້ມູນ ທັງໝົດ 174 ສາຍ; ຕັ້ງແຕ່ວັນທີ 15 ມັງກອນ ຫາ ວັນທີ 2 ກຸມພາ 2020 ມີ 13 ກໍລະນີສົງໄສ. ໃນນັ້ນ, ຄົນຈີນ 4 ຄົນ ແລະ ຄົນລາວ 13 ຄົນ ໄດ້ຮັບການສອບສວນ ແລະ ຜົນການກວດຫ້ອງວິເຄາະແມ່ນມີຜົນລົບ ແລະ ອີກ 2 ກໍລະນີກຳລັງລໍຜົນ.

ທາງກະຊວງສາທາລະນະສຸກ ໄດ້ອອກມາດຕະການ 2 ຂໍ້ ເພື່ອປ້ອງກັນບໍ່ໃຫ້ມີກໍລະນີນໍາເຊື້ອມາສູ່ລາວ ເຊັ່ນ: ຄວບຄຸມການເຂົ້າ – ອອກຢູ່ຕາມດ່ານ ໂດຍແຕ່ງຕັ້ງແພດປະຈຳຢູ່ດ່ານສາກົນທົ່ວປະເທດ ເພື່ອກັ່ນກອງຜູ້ເດີນທາງທີ່ເປັນໄຂ້ ຫຼື ເດີນທາງມາຈາກເຂດລະບາດ ເພື່ອຖາມປະຫວັດຢ່າງລະອຽດ ແລະ ຕິດຕາມພາຍໃນ 14 ວັນ, ປະເມີນຄວາມພ້ອມຂອງດ່ານ ແລະ ໂຮງໝໍ ລວມທັງລົດຮັບສົ່ງຄົນເຈັບຢູ່ ນວ, ຫຼວງພະບາງ, ຫຼວງນໍ້າທາ ແລະ ບໍ່ແກ້ວ, ຕິດຕັ້ງອຸປະກອນກວດຕາມດ່ານ 4 ແຫ່ງ ຄື: ສະໜາມບິນສາກົນວັດໄຕ, ດ່ານບໍ່ເຕັນ, ຂົວມິດຕະພາບ ລາວ – ໄທ ແລະ ດ່ານແດນສະຫວັນ, ພ້ອມທັງໃຫ້ຂໍ້ມູນ – ຂ່າວສານແກ່ຜູ້ເດີນທາງເຂົ້າ – ອອກ ແລະ ມີເຄື່ອງກວດອຸນຫະພູມຍິງແສງອິນຟຣາເຣດ 27 ດ່ານ ລວມເຖິງກົງສຸນ ແລະ ກະຊວງການຕ່າງປະເທດ ໄດ້ໂຈະການອອກວີຊ່າດ່ານຊົ່ວຄາວ ສະເພາະດ່ານທີ່ມີຊາຍແດນຕິດກັບ ສປ ຈີນ ແລະ ໂຄສະນາຜ່ານສື່ຕ່າງໆໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ ແລະ ກວ້າງ ຂວາງ, ນຳສະເໜີຂໍ້ມູນ – ຂ່າວສານ ເພື່ອໃຫ້ສັງຄົມຮັບຮູ້ ແລະ ປ້ອງກັນ.

ທ່ານຍັງກ່າວຕື່ມວ່າ: ກະຊວງສາທາ ໄດ້ເອົາໃຈໃສ່ເຝົ້າລະວັງປ້ອງກັນການຕິດເຊື້ອ ແລະ ການຄຸ້ມຄອງກໍລະນີ ໂດຍໄດ້ກຳນົດໂຮງໝໍ 3 ແຫ່ງ ເປັນບ່ອນແຍກປ່ຽວກໍລະນີສົງໄສ ເຊັ່ນ: ໂຮງໝໍມະໂຫສົດ, ເສດຖາທິຣາດ ແລະ ໂຮງໝໍເດັກ. ກຳ ນົດເອົາໂຮງໝໍມິດຕະພາບ ( 150 ຕຽງ ) ເປັນບ່ອນປິ່ນປົວຄົນຕິດເຊື້ອ, ສຳລັບແຂວງແມ່ນໂຮງໝໍແຂວງເປັນບ່ອນປິ່ນປົວ.

ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືຊອກຫາວິທີໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວ ລວມທັງການຄວບຄຸມນັກສຶກສາຈີນ ທີ່ກັບມາຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ລວມທັງຫາລືແຕ່ງຕັ້ງ 4 ໜ່ວຍງານ ຊ່ວຍຄະນະສະເພາະກິດ ເຊັ່ນ: ໜ່ວຍວິຊາສະເພາະ, ໜ່ວຍພົວພັນປະສານງານກັບຕ່າງປະເທດ, ໜ່ວຍໂຄສະນາປະຊາສຳພັນ ແລະ ໜ່ວຍການເງິນ ພ້ອມກອງເລຂາປະສານງານ ເພື່ອໃຫ້ການປະຕິບັດການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ມີປະສິດທິພາບຂຶ້ນເພື່ອຫຼຸດຜ່ອນຄວາມສ່ຽງ.

ຕອນທ້າຍກອງປະຊຸມ ທ່ານນາຍົກ ໄດ້ເນັ້ນໃຫ້ຄະນະສະເພາະກິດເອົາໃຈໃສ່ຕື່ມ 4 ບັນຫາເປັນຕົ້ນ ດັ່ງນີ້:  ເອົາໃຈໃສ່ໂຄສະນາ ຄວາມຈິງຂອງສະພາບການໃນປະເທດເຮົາ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈທົ່ວເຖິງ; ສືບຕໍ່ມີມາດຕະການເຂັ້ມງວດໃນການຕິດຕາມກວດກາ ເພື່ອຊອກຫາວ່າຢູ່ລາວບໍ່ມີກໍລະນີແທ້ບໍໃຫ້ຈະແຈ້ງ ແລະ ຊັດເຈນ; ໃຫ້ສືບຕໍ່ພົວພັນໃກ້ຊິດ ແລະ ເອົາໃຈໃສ່ຕື່ມຕໍ່ນັກສຶກສາລາວຢູ່ ສປ ຈີນ ພ້ອມທັງໃຫ້ສະຖານກົງສຸນເອົາໃຈໃສ່ຢ່າງໃກ້ຊິດ ແລະ ກໍລະນີມີຜູ້ຕິດເຊື້ອໃຫ້ ກະຊວງສາທາລະນະສຸກກຳນົດເອົາໂຮງໝໍ 103 ແລະ ໂຮງໝໍມິດຕະພາບ ເປັນບ່ອນປິ່ນປົວ.

ນອກນັ້ນ, ຍັງໃຫ້ກະຊວງສາທາເອົາໃຈໃສ່ຕື່ມໃນການພົວພັນກັບບັນດາຜູ້ປະກອບການຜະລິດຜ້າອັດປາກ ເພື່ອຮັບໃຊ້ ຫຼື ແຈກຢາຍໃຫ້ປະຊາຊົນ ເພື່ອປ້ອງກັນພະຍາດ ແລະ ໃຫ້ຄະນະສະເພາະກິດເອົາໃຈໃສ່ປະສານສົມທົບກັບຕ່າງປະເທດຫຼາຍຂຶ້ນ ເພື່ອຊອກຫາມາດຕະການປ້ອງກນ ຄວບຄຸມ ແລະ ແກ້ໄຂ ຢ່າງມີຄຸນນະພາບ.