ພະນັກງານກວດກາ ຂະແໜງ ອຄ ໄດ້ຮັບການຍົກລະດັບ

92

ໃນວັນທີ 3 ກຸມພາ 2020 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ໄດ້ເປີດຝຶກອົບຮົມວຽກງານກວດກາໄລຍະສັ້ນໃຫ້ພະນັກງານກວດກາຂອງຂະແໜງອຸດສາຫະກຳ ແລະ ການຄ້າ ( ອຄ ) ປະຈຳປີ 2019 ໂດຍການເປັນປະທານເປີດຂອງ ທ່ານ ບຸນມີ ມະນີວົງ ປະທານກວດກາ, ຮອງລັດຖະມົນຕີກະຊວງ ອຄ ມີບັນດາສຳມະນາກອນ 48 ທ່ານ ຈາກຂະແໜງກວດກາທົ່ວນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ, ບໍລິຄຳໄຊ ແລະ ແຂວງວຽງຈັນເຂົ້າຮ່ວມ.

ທ່ານ ບຸນມີ ມະນີວົງ ກ່າວວ່າ: ຈຸດປະສົງ ແລະ ຄາດໝາຍໃນການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມຄວາມຮັບຮູ້ ແລະ ຍົກລະດັບ ຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ພຶດຕິກຳໃຫ້ແກ່ພະນັກງານກວດກາຂອງຂະແໜງ ອຄ ເພື່ອນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາຢູ່ໃນກົມກອງ, ທ້ອງຖິ່ນທີ່ຕົນຮັບຜິດຊອບໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.

ສາມາດເປັນເສນາທິການດ້ານວຽກງານກວດກາໃຫ້ແກ່ຄະນະພັກ, ຄະນະນຳຂັ້ນຕົ້ນ ແລະ ຂັ້ນເທິງ, ເຮັດໃຫ້ຄະນະພັກ ແລະ ອຳນາດການປົກຄອງຂັ້ນຕ່າງໆ ເຫັນໄດ້ຄວາມໝາຍສໍາຄັນຂອງວຽກງານກວດກາ, ຖືວຽກງານກວດກາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຢ່າງແທ້ຈິງ, ເປັນເຈົ້າການຊີ້ນໍາ – ນໍາພາຂະແໜງກວດກາເຮັດໜ້າທີ່ເຄື່ອນໄຫວວຽກງານຕິດຕາມ, ກວດກາຢ່າງເປັນປົກກະຕິ ຈຶ່ງສາມາດກໍາໄດ້ສະພາບການຂອງໜ່ວຍພັກ, ສະມາຊິກພັກ, ພະນັກງານ – ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ປຸກລະດົມຂະບວນການຂອງສະມາຊິກພັກ, ພະນັກງານ – ລັດຖະກອນ ແລະ ມະຫາຊົນເຂົ້າຮ່ວມວຽກງານກວດກາ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ການຝຶກອົບຮົມວຽກງານກວດກາໄລຍະສັ້ນໃຫ້ພະນັກງານກວດກາຂອງຂະແໜງ ອຄ ປະຈຳປີ 2019 ແມ່ນຈັດຂຶ້ນ 10 ວັນເຕັມ ນັບແຕ່ວັນທີ 3 ຫາ 14 ກຸມພາ 2020 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ.