ສຳມະນາໃຊ້ເຕັກໂນໂລຊີ ສໍາລັບສະຖານີຈຸດພິກັດ ເພື່ອແຈ້ງເຕືອນເຫດໄພພິບັດ

205

ກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ຢູນິກເທັກ ຈຳກັດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການປະຍຸກໃຊ້ເຕັກໂນໂລຊີ ສໍາລັບສະຖານີຈຸດພິກັດ ເພື່ອການປະຕິບັດການເຊື່ອມຕໍ່ ( Continuously Operating Reference Station ). ຈຸດປະສົງກໍເພື່ອເປັນການເຜີຍແຜ່ການນຳໃຊ້ເຕັກໂນໂລຊີຂໍ້ມູນ – ຂ່າວສານ ເພື່ອການປະຕິບັດເຊື່ອມຕໍ່ກັບສະຖານີຈຸດພິກັດ ແລະ ເຜີຍແຜ່ລະບົບຂໍ້ມູນ, ອຸປະກອນການນຳໃຊ້ເຂົ້າໃນການພັດທະນາ ເພື່ອປະຍຸກໃຊ້ເຂົ້າໃນການສ້າງແຜນທີ່ການຄຸ້ມຄອງ, ການຕິດຕາມ ແລະ ການແຈ້ງເຕືອນໄພພິບັດຕ່າງໆ.

ໂອກາດນີ້, ທ່ານ ແສງຈັນ ພະໄຊຍະແສງ ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກ່າວບາງຕອນສໍາຄັນວ່າ: ອີງຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນຄຸ້ມຄອງເອກະພາບ ກ່ຽວກັບວຽກງານການຄົ້ນຄວ້າ, ພັດທະນາ, ເລືອກເຟັ້ນ, ກວດສອບ, ອະນຸມັດ, ຢັ້ງຢືນ, ຕິດຕາມກວດກາການນຳເຂົ້າ ແລະ ການຖ່າຍທອດຜົນສຳເລັດທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງສາກົນ.

ຄຽງຄູ່ກັນນັ້ນ, ຍັງເປັນການສົ່ງເສີມຫົວຄິດປະດິດສ້າງ, ທົດລອງການນຳໃຊ້ເຕັກນິກ – ເຕັກໂນໂລຊີໃໝ່ ລວມທັງນະວັດຕະກຳໃໝ່ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງຂອງການພັດທະນາເສດຖະກິດ – ສັງຄົມຂອງປະເທດ, ສໍາລັບວຽກງານປະສານງານກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນລະບົບດາວທຽມນຳທາງເຊື່ອມຕໍ່ຈຸດພິກັດ ເພື່ອການຄຸ້ມຄອງ – ຕິດຕາມສິ່ງແວດລ້ອມ ແລະ ການເຕືອນໄພພິບັດຕ່າງໆ ເຊິ່ງກໍຖືເປັນວຽກທີ່ສໍາຄັນຕໍ່ການພັດທະນາໃນຍຸກໃໝ່.

ຂໍ້ມູນຂອງກົມເຕັກໂນໂລຊີ ແລະ ນະວັດຕະກຳ ຍັງໃຫ້ຮູ້ວ່າ: ການສຳມະນາຄັ້ງນີ້ແມ່ນສ່ວນໜຶ່ງທີ່ສາມາດຕອບສະໜອງໄດ້ຕາມເປົ້າໝາຍ ແລະ ຈຸດປະສົງຂອງຍຸດທະສາດແຜນພັດທະນາວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອປະກອບສ່ວນໃຫ້ແກ່ຂະແໜງການຕ່າງໆ ເຊັ່ນ: ກະສິກຳ, ສິ່ງແວດລ້ອມ, ການຄຸ້ມຄອງຕົວເມືອງ, ການຜະລິດ, ການສຶກສາຮຽນຮູ້ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງໃນການພັດທະນາແບບຍືນຍົງ.

ກອງປະຊຸມສໍາມະນາຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ( ຫຼັກ 14 ) ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານ ແສງຈັນ ພະໄຊຍະແສງ ແລະ ທ່ານ ຈັນດາວົງ ສຸດທິທຳ ປະທານ ບໍລິສັດ ຢູນິກເທັກ ຈຳກັດ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ສະຖາບັນການສຶກສາ, ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ 70 ກວ່າຄົນ.