ປີຜ່ານມາມີຜູ້ເຂົ້າໃຊ້ບໍລິການທີ່ໂຮງໝໍມະໂຫສົດ 2 ແສນກວ່າຄົນ

96

ປີ 2019 ໂຮງໝໍມະໂຫສົດ ໄດ້ໃຫ້ການບໍລິການປິ່ນປົວຄົນເຈັບທັງໝົດ 230.968 ຄົນ ຖ້າທຽບໃສ່ປີ 2018 ເຫັນວ່າເພີ່ມຂຶ້ນ 15%, ສ່ວນການກໍ່ສ້າງໂຮງໝໍມິດຕະພາບ 600 ຕຽງ ມາຮອດປັດຈຸບັນສໍາເລັດແລ້ວ 40%.

ພິທີສະຫຼຸບປະຈໍາປີ 2019 ຂອງໂຮງໝໍມະໂຫສົດ ຈັດຂຶ້ນໃນວັນທີ 31 ມັງກອນ 2020 ທີ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ, ທ່ານ ດຣ. ພິສິດ ພຸດສະຫວັດ ຜູ້ອໍານວຍການໂຮງໝໍມະໂຫສົດ ພ້ອມດ້ວຍບັນດາຜູ້ຊ່ຽວຊານ, ວິຊາການ ແລະ ແພດໝໍຂອງໂຮງໝໍມະໂຫສົດ.

ທ່ານ ດຣ. ພິສິດ ພຸດສະຫວັດ ໄດ້ລາຍງານວ່າ: ໂຮງໝໍມະໂຫສົດປະກອບມີ 33 ພະແນກວິຊາການ ແລະ 1 ສູນການແພດ ໃນປີ 2019 ແມ່ນຢູ່ໃນໄລຍະຂອງການກໍ່ສ້າງ ເຊິ່ງໄດ້ນຳໃຊ້ຕຽງຕົວຈິງພຽງແຕ່ 300 ຕຽງ ແລະ ມີພະນັກງານສັງກັດລັດທັງໝົດ 842 ຄົນ, ພະນັກງານຕາມສັນຍາ 149 ຄົນ ແລະ ມີພະນັກງານໄປຮຽນຕໍ່ໄລຍະຍາວ 90 ຄົນ.

ການສ້າງຄວາມເຂັ້ມແຂງດ້ານການບໍລິການສຸຂະພາບ ( ການປິ່ນປົວ ) ການປັບປຸງໂຮງໝໍມະໂຫສົດເພື່ອກຽມ ຄວາມພ້ອມໃຫ້ແກ່ໂຄງການກໍ່ສ້າງໂຮງໝໍ 600 ຕຽງ ( ຕຶກຄົນເຈັບນອນ ແລະ ຕຶກພະຍາດຊຶມເຊື້ອ ) ໄດ້ສໍາເລັດການແຕ່ງຕັ້ງຄະນະກໍາມະການຕິດຕາມ ແລະ ປະສານງານກັບຝ່າຍຈີນ ເຊິ່ງມາຮອດປັດຈຸບັນການກໍ່ສ້າງໄດ້ສໍາເລັດ 40%, ການກຽມ ຄວາມພ້ອມດ້ານການຈັດຕັ້ງ ແລະ ການເຄື່ອນໄຫວທາງດ້ານການພະຍາບານ ເພື່ອກຽມຄວາມພ້ອມໃນການເປີດບໍລິການຕຶກຄົນເຈັບນອນໂຮງໝໍ 8 ຊັ້ນ ຂອງໂຮງໝໍຫຼັງໃໝ່ໄດ້ສໍາເລັດເປັນຈໍານວນຫຼາຍ.

ນອກນີ້, ຍັງໄດ້ສົ່ງ ແລະ ຕິດຕາມແຜນການສ້າງຊັບພະຍາກອນມະນຸດ ເພື່ອກຽມຄວາມພ້ອມໃຫ້ແກ່ການບໍລິການໂຮງໝໍໃໝ່ໃນໄລຍະສັ້ນ 324 ຄົນ, ໄລຍະກາງ ແລະ ໄລຍະຍາວ 135 ຄົນ ໃນໂຄງການຮ່ວມມື ລາວ – ຈີນ ພ້ອມທັງມີສ່ວນຮ່ວມໃນການກວດກາລັກສະນະສະເພາະຂອງອຸປະກອນການແພດ, ເຟີນີເຈີ ແລະ ເຄື່ອງໄອທີ ຮ່ວມກັບຄະນະກໍາມະການຊີ້ນໍາການປຸກສ້າງໂຮງໝໍມະໂຫສົດ.

ສັງລວມຜົນງານດ້ານວິຊາການໃນການບໍລິການສຸຂະພາບປີ 2019 ໄດ້ກວດຄົນເຈັບເຂດນອກສະຖິຕິປີ 2018 ຈໍານວນ 201.609 ຄົນ, ປີ 2019 ຈໍານວນ 230.968 ຄົນ ຖ້າທຽບໃສ່ປີ 2018 ເພີ່ມຂຶ້ນ 15%; ກວດຄົນເຈັບສຸກເສີນສະຖິຕິ 2018 ຈໍານວນ 81.690 ຄົນ, ປີ 2019 ຈໍານວນ 115.144 ຄົນ ຖ້າທຽບໃສ່ປີ 2018 ເພີ່ມຂຶ້ນ 41%. ນອກຈາກນີ້, ຈຳນວນຄົນເຈັບທີ່ມາປິ່ນປົວປີ 2018 ຈໍານວນ 94.521 ຄົນ, ປີ 2019 ຈໍານວນ 91.027 ຄົນ ຖ້າທຽບໃສ່ປີ 2018 ຫຼຸດລົງ 4%; ອັດຕາການເສຍຊີວິດໃນໂຮງໝໍສະເລ່ຍປີ 2018 ມີ 5,28% ແລະ ປີ 2019 ມີ 2,31% ຖ້າທຽບໃສ່ປີ 2018 ຫຼຸດລົງ.

ທ່ານ ດຣ. ນາງ ອາພອນ ວິຊາເທບ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ ລາຍງານທິດທາງແຜນປະຈໍາປີ 2020 ວ່າ: ໃນປີ 2020 ແມ່ນສືບຕໍ່ຢຶດໝັ້ນການປະຕິບັດນະໂຍບາຍສາທາລະນະສຸກ ຕາມທິດຖືເອົາການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ພ້ອມທັງປະຕິຮູບສາທາລະນະສຸກຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບທີ່ດີ, ການໃຫ້ບໍລິການທີ່ມີຄຸນນະພາບ, ມິຈັນຍາທໍາ, ເອົາໃຈໃສ່ເບິ່ງແຍງທັງຮ່າງກາຍ, ຈິດໃຈ ແລະ ສິ່ງແວດລ້ອມ, ວາງແຜນໃຫ້ເປັນລະບົບບົນພື້ນຖານການຕົກລົງທີ່ເປັນເອກະພາບກັນກ່ອນຈຶ່ງລົງມືປະຕິບັດ, ຕິດຕາມ, ກວດກາ ແລະ ປະເມີນຜົນຕາມລະບົບ.