ຍອດຊວງສະຖານທີ່ທ່ອງທ່ຽງໃໝ່ທີ່ຢາກຊວນທ່ານໄປພັກຜ່ອນ

117

ແຂວງວຽງຈັນມີສິ່ງໜ້າສົນໃຈຫຼາຍໆຢ່າງ ໂດຍສະເພາະທໍາມະຊາດທີ່ສວຍງາມ,ບັນຍາກາດທີ່ດີ ສົດຊື່ນ ຍິ່ງຕາມລຽບແມ່ນໍ້າຂອງຍິ່ງສະຫວາດສະເຫວີຍຊວນຫຼົງໄຫຼ ທ້າຍອາທິດນີ້ມີແຜນໄປໃສແລ້ວຫຼືຍັງ ຫາກວ່າໄດ້ໄປທີ່ແຂວງວຽງຈັນເມືອງໂພນໂຮງ ຂໍແນະນໍາໜຶ່ງສະຖານທີ່ພັກຜ່ອນນັ້ນກໍຄື ຍອດຊວງ

ຍອດຊວງ ເປັນແຫຼ່ງທ່ອງທ່ຽວ, ສະຖານທີ່ພັກຜ່ອນເທິງຕູບແຄມຂອງ ທ່າມກາງທິວທັດທໍາມະຊາດແຄມຝັ່ງແມ່ນໍ້າຂອງ, ຕາມພາບທີ່ທາງເພຈ໌ “ແຫ່ງທ່ອງທ່ຽວ ຍອດຊວງ ແດນເນລະມິດ” ໄດ້ລົງພາບໄວ້ໃຫ້ເຫັນຕາມນີ້

ນອກຈາກທີ່ຈະມີຕູບໄວ້ເທິງແຄມຂອງແລ້ວ ຍັງມີຕູບກາງນໍ້າ, ຂົວຍ່າງໄປ ເພື່ອສໍາພັດອີກບັນຍາກາດກາງນໍ້າ, ຖ້າສາຍຊ່າງພາບມາ ແລະມີນາງແບບມານຳ ພໍດີເກັບພາບກັນໝົດມື້ເລີຍ!

ສໍາລັບໃຜທີ່ຢາກໄປສໍາຜັດ ແຫ່ງທ່ອງທ່ຽວຍອດຊວງ ແມ່ນຂີ່ລົດໄປຕາມເສັ້ນທາງ 13ເຫນືອ ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ຂັບລົດອອກຈາກຕົວເມືອງວຽງຈັນໄປປະມານ 50 ນາທີ ກໍເຖິງສະຖານທີ່ແລ້ວ ທີ່ນັ້ນມີອາຫານ ແລະ ເຄື່ອງດື່ມໄວ້ໃຫ້ບໍລິການຄົບຊຸດເລີຍເດີ້.