ງານວາງສະແດງເຟີນີເຈີຜົນຕອບຮັບດີ ສ່ວນຜູ້ປະກອບການໄດ້ແນວຄິດອອກແບບປີຕໍ່ໄປ

173

ປິດລົງຢ່າງເປັນທາງການ ງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ 6 ເຊິ່ງຜົນຕອບຮັບເຫັນວ່າຍອດຂາຍບັນລຸ 80% ຂອງສິນຄ້າເຂົ້າຮ່ວມງານ, ຂະນະດຽວກັນຜູ້ປະກອບການຜະລິດເຟີນີເຈີລາວ ຍັງໄດ້ແນວຄິດສ້າງສັນຈາກລູກຄ້າເພື່ອນໍາໄປຕໍ່ຍອດພັດທະນາສິນຄ້າ ເພື່ອໃຫ້ຖືກຕາມຄວາມຕ້ອງການຂອງຕະຫຼາດຫຼາຍຂຶ້ນ.

ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ, ຜູ້ຊີ້ນໍາການຈັດງານ ກ່າວວ່າ: ການຈັດງານດັ່ງກ່າວແມ່ນເພື່ອຜັນຂະຫຍາຍຕາມເນື້ອໃນຂອງຄໍາສັ່ງ ເລກທີ    15/ນຍ ໃຫ້ປາກົດຜົນເປັນຈິງ, ນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນຕາມທີ່ສັງຄົມຕ້ອງການ.

ພ້ອມດຽວກັນນັ້ນ, ຜູ້ປະກອບການເຟີນີເຈີລາວ ໄດ້ຫັນຮູບແບບການຜະລິດສິນຄ້າໃຫ້ມີຂະໜາດນ້ອຍນໍາໃຊ້ໄມ້ໜ້ອຍລົງ ໂດຍການເພີ່ມເຕັກໂນໂລຊີໃໝ່, ເຄື່ອງຈັກທີ່ທັນສະໄໝ ເຮັດໃຫ້ລາຄາສິນຄ້າສາມາດຈັບຕ້ອງໄດ້ ໂດຍສະເພາະລູກຄ້າພາຍໃນ.

ສຳລັບຫ້ອງວາງສະແດງໃນງານປີນີ້ມີ 164 ຫ້ອງ ຈາກ 68 ບໍລິສັດທີ່ມາຈາກ 11 ແຂວງ 1 ນະຄອນຫຼວງ. ນອກຈາກນີ້, ຍັງມີຫົວໜ່ວຍທຸລະກິດໂອດ໊ອບອີກຈຳນວນ 26 ຫ້ອງ, ການຈັດງານຄັ້ງນີ້ມີມູນຄ່າຊື້ – ຂາຍທັງໝົດ 80%, ຈາກສິນຄ້າທີ່ມາຮ່ວມມູນຄ່າທັງໝົດ 10 ຕື້ກວ່າກີບ ( ປະມານ 8 ຕື້ກີບ ) ແລະ ຜູ້ເຂົ້າທ່ຽວຊົມ 2 ແສນຄົນ.

ທ່ານ ນາງ ບຸນຕ່ອມ ຫົງວິໄລ ປະທານກຸ່ມຫັດຖະກຳໄມ້ປ່ອງ ເມືອງສັງທອງ  ນະຄອນຫຼວງວຽງຈັນ ເຊິ່ງເປັນໜຶ່ງໃນຜູ້ປະກອບການທີ່ນຳສິນຄ້າເຂົ້າຮ່ວມງານດັ່ງກ່າວ ໃຫ້ຮູ້ວ່າ: ຍອດຈຳໜ່າຍສິນຄ້າໃນງານແມ່ນມີຜົນຕອບຮັບຂ້ອນຂ້າງດີ, ຍອດການສັ່ງຊື້ພາຍຫຼັງຈົບງານກໍມີຫຼາຍ, ບາງລູກຄ້າຢາກໄດ້ໄວພາຍໃນ 2 – 3 ມື້, ສິນຄ້າທີ່ລູກຄ້າສົນໃຈຫຼາຍກວ່າໝູ່ກໍຈະເປັນປະເພດເຟີນີເຈີໄມ້ປ່ອງຮອງລົງມາກໍຈະເປັນເຄື່ອງຈັກສານປະເພດຕ່າງໆ.