ຮູ້ເຄັດລັບ 5 ຂັ້ນຕອນ ການບໍລິຫານຄົນໃຫ້ມີປະສິດທິພາບ

254

ໃນຊີວິດການເຮັດວຽກ ຖ້າຫາກວັນໜຶ່ງເຈົ້າມີໂອກາດໄດ້ກ້າວຂຶ້ນໄປເປັນຜູ້ບໍລິຫານ ຫຼື ຫົວໜ້າ ທັກສະສໍາຄັນທີ່ຄວນຕ້ອງມີ ນອກຈາກການເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດແລ້ວ ນັ້ນຄື ການບໍລິຫານຄົນ ເພາະເຈົ້າມີລູກນ້ອງທີ່ຕ້ອງດູແລ, ຮັບຜິດຊອບ. ທັງນີ້, ກໍ່ເພື່ອໃຫ້ລະບົບການເຮັດວຽກຂອງບໍລິສັດ ຫຼື ອົງກອນນັ້ນໆເປັນໄປຢ່າງໄຫຼລື່ນ ແຕ່ເນື່ອງຈາກຄວາມແຕກຕ່າງຂອງຕົວບຸກຄົນ ບາງຄັ້ງຈິ່ງພົບວ່າມັນເປັນເລື່ອງທີ່ຍາກຢູ່ເໝືອນກັນ. ຢ່າງໃດກໍ່ຕາມ, ວັນນີ້ພວກເຮົາໄດ້ນໍາເອົາເຄັດລັບການບໍລິຫານຄົນໃຫ້ໄດ້ຜົນມາແນະນໍາໃຫ້ຮູ້ກັນດັ່ງນີ້:

ພາບປະກອບຂ່າວ

ສື່ສານກັນໃຫ້ຊັດເຈນ: ການສື່ສານ ນັບເປັນເລື່ອງທີ່ມີຄວາມສາຄັນຫຼາຍທີ່ສຸດເລື່ອງໜຶ່ງເລີຍ ໃນການບໍລິການຄົນ ເພາະຫຼາຍຄັ້ງທີ່ຫົວໜ້າ ແລະ ລູກນ້ອງສື່ສານກັນບໍ່ເຂົ້າໃຈ ສົ່ງຜົນໃຫ້ເຮັດວຽກຜິດຜາດ ຫຼື ຊໍ້າຊ້ອນ ໂດຍບໍ່ຈໍາເປັນ ຈົນຕ້ອງເສຍເວລາມານັ່ງແກ້ໄຂກັນໃນພາຍຫຼັງ.

ຍ່າເຈົ້າກີ້ເຈົ້າການຫຼາຍເກີນໄປ: ບໍ່ຕ້ອງເຮັດໜ້າທີ່ເໝືອນເປັນຜູ້ຄົມ ທີ່ຄອຍສັ່ງສອນຄົນນັ້ນຕົນນີ້ເຮັດໃຫ້ຢ່າງທີ່ໃຈຕົວເອງຕ້ອງການ ພຽງແຕ່ມອບໝາຍ ແລະ ຄອຍດູແລແບບຫ່າງໆກໍ່ພໍ ເພາະການໄປຈໍ້າຈີ້ຫຼາຍເກີນໄປ ອາດເຮັດໃຫ້ພະນັກງານເກີດຄວາມຕຶງຄຽດ, ກົດດັນ ແລະ ຮູ້ສຶກອຶດອັດ ເມື່ອຕ້ອງມາເຮັດວຽກ ໂດຍປ່ອຍໃຫ້ພວກເຂົາໄດ້ເຮັດຕາມໜ້າທີ່ຂອງຕົວເອງໄປຈະດີກວ່າ.

ພາບປະກອບຂ່າວ

ຮັບຝັງຄວາມເຫັນຂອງພະນັກງານ: ເມື່ອໃດກໍ່ຕາມທີ່ພະນັກງານຂອງເຈົ້າຢາກສະແດງຄວາມຄິດເຫັນ ຫຼື ເຂົ້າມາຂໍຄໍາປຶກສາ ຈົ່ງເປີດໃຈຮັບຝັງ ລວມທັງເປີດໂອກາດໃຫ້ເຂົ້າໄດ້ສົນທະນາກັນຢ່າງເຕັມທີ່ ຢ່າເຮັດເປັນບໍ່ສົນໃຈ, ເມີນເສີຍ ຫຼື ເບິ່ງວ່າມັນເປັນນ້ອຍໆ ເພາະຢ່າງໃດແລ້ວລາວກໍ່ເປັນຄົນຂອງເຈົ້າ, ຜູ້ເຊິ່ງຄອຍຊ່ວຍເຫຼືອ ແລະ ເຮັດໃຫ້ວຽກເດີນໜ້າຕໍ່ໄປໄດ້. ສະນັ້ນ, ໃຫ້ຮັບຟັງລາວເໝືອນທີ່ລາວຕອບຮັບຟັງເຈົ້າສະເໝີ.

ກ່າວຍ້ອງຍໍ: ທຸກໆຄັ້ງທີ່ພະນັກງານຂອງເຈົ້າສ້າງຜົນງານອອກມາດີ ໃຫ້ກ່າວຍ້ອງຍໍຊົມເຊີຍ ເພື່ອສ້າງກໍາລັງໃຈໃນການເຮັດວຽກໃຫ້ກັບລາວ ແລະ ທີ່ສາຄັນຍັງເຮັດໃຫ້ພະນັງານຮູ້ສຶກວ່າ ທີ່ທຸ້ມເທທັງກາຍ ແລະ ໃຈ ໄປກັບງານນັ້ນບໍ່ເສຍໄປລ້າໆ ເພາະຢ່າງນ້ອຍເຈົ້າກໍ່ເຫັນຄວາມສໍາຄັນໃນຕົວຂອງລາວຢູ່.

ພາບປະກອບຂ່າວ

ຢ່າດ່ວນຕັດສິນ: ໃນບາງຄັ້ງທີ່ພະນັກງານຂອງເຈົ້າເກີດເຮັດໃນສິ່ງທີ່ນອກເໜືອ ຫຼື ແຕກຕ່າງຈາກທີ່ເຈົ້າມອບໝາຍໄປ ຢ່າຟ້າວຕັດສິນວ່າລາວບໍ່ຟັງຄໍາສັາງ ໃຫ້ລອງຖາມເຫດຜົນກ່ອນວ່າເປັນຫຍັງຈິ່ງເຮັດແບບນັ້ນ ແລ້ວລອງພິຈາລະນາໃນມູມກັບກັນ ຖ້າຫາກຕົວເຈົ້າຕົກຢູ່ໃນສະຖານະການດຽວກັບລາວ ເຈົ້າຈະເຮັດແນວໃດ ບາງເທື່ອກໍ່ອາດເໝືອນກັນກໍ່ໄດ້ ເຊິ່ງວ່າຜົນການເຮັດວຽກຂອງພະນັກງານເຈົ້າ ມັນບໍ່ໄດ້ກໍ່ໃຫ້ເກີດຄວາມເສຍກາຍຫຍັງຫຼາຍ ກໍ່ຢ່າຖືເປັນເລື່ອງໃຫຍ່ ແລະ ສະແດງຄວາມເຫັນໃຈ ເພື່ອໃຫ້ລາວມີກໍາລັງໃຈຈະເຮັດວຽກອັນນັ້ນຕໍ່ໄປໃຫ້ດີຂຶ້ນ.

ຈາກ: men.kapook