ລະວັງພະຍາດ ແລະ ສັດຕູພືດຂອງຜັກກາດຊອມ

256

ພະຍາດ ແລະ ແມງໄມ້ຊະນິດຕ່າງໆທີ່ເຂົ້າມາທໍາລາຍຜັກກາດຊອມ ສ່ວນຫຼາຍເປັນຊະນິດດຽວກັບແມງໄມ້ທີ່ທໍາລາຍຜັກກາດຂາວ, ຜັກກາດນາ, ກະລໍ່າປີ ໂດຍສະເພາະລະດູແລ້ງແບບນີ້ຫາກບໍ່ໄດ້ນໍາໃຊ້ຢາຂ້າແມງໄມ້ ຫຼື ຢາປາບສັດຕູພືດເຂົ້າຊ່ວຍແມ່ນບໍ່ສາມາດປູກໄດ້ ເຊິ່ງມື້ນີ້ຜູ້ຂຽນກໍໄດ້ຊອກຫາຂໍ້ມູນບັນດາສັດຕູພືດເຫຼົ່ານີ້ມາໃຫ້ທ່ານຜູ້ອ່ານໄດ້ສຶກສາ ເພື່ອຫາວິທີປ້ອງກັນ ຫຼື ກໍາຈັດບໍ່ໃຫ້ມັນເຂົ້າມາທໍາລາຍຜົນລະປູກໄດ້.

ບັນດາພະຍາດ ແລະ ສັດຕູພືດມັກເກີດກັບຜັກກາດຊອມ ມີດັ່ງນີ້:

1ພະຍາດຕົ້ນເນົ່າ: ເປັນພະຍາດທີ່ເກີດຂຶ້ນໃນໜານປູກຜັກກາດຊອມທີ່ຫວ່ານແກ່ນແໜ້ນໜາເກີນໄປ, ເຮັດໃຫ້ບໍ່ມີລົມລ່ວງ, ຕົ້ນມີລັກສະນະບຽດກັນ, ແສງແດດສ່ອງບໍ່ເຖິງຮາກຂອງຕົ້ນຜັກກາດ ຫາກໃນໜານມີເຊື້ອພະຍາດຢູ່ແລ້ວຈະເກີດອາການເປັນຮອຍຊໍ້າທີ່ຕົ້ນຕິດກັບໜ້າດິນ ແລະ ເຮັດໃຫ້ເນົ່າພ້ອມຫ່ຽວແຫ້ງລົງຢ່າງໄວວາ; ສ່ວນການປ້ອງກັນທີ່ດີການເຮັດໜານປູກຄວນມີການລະບາຍນໍ້າໄດ້ດີ, ບໍ່ຫວ່ານແກ່ນຜັກແໜ້ນກັນເກີນໄປ, ໃຊ້ຢາປ້ອງກັນກໍາຈັດເຊື້ອຣາລະລາຍນໍ້າຕາມອັດຕາສ່ວນທີ່ກໍານົດໃນຖົງບັນຈຸຜະລິດຕະພັນ.

2ພະຍາດໃບຈຸດ: ພະຍາດນີ້ຈະສະແດງອາການອອກສ່ວນຫຼາຍຕາມໃບກົກຂອງລໍາຕົ້ນ, ເລີ່ມທໍາອິດມັນຈະເປັນຈຸດສີເຫຼືອງຂະໜາດນ້ອຍບາງຈຸດ, ຕໍ່ມາມັນຈະຂະຫຍາຍໃຫຍ່ ຂຶ້ນ ແລະ ແຫ້ງກາຍເປັນສີນໍ້າຕານອ່ອນມີຮູບຮ່າງກົມ, ຫາກເກີດຂຶ້ນຫຼາຍຈະກາຍເປັນໃບໄໝ້; ການປ້ອງກັນກ່ອນນໍາແນວພັນໄປຫວ່ານໃຫ້ນໍາມາປະສົມກັບສານເຄມີທີ່ມີສັບພະຄຸນໃນການປ້ອງກັນພະຍາດໃບຈຸດ ຕາມອັດຕາສ່ວນທີ່ເໝາະສົມ ຫຼື ອີກວິທີໜຶ່ງຫຼັງປູກໃຫ້ສີດພົ່ນສານເຄມີກໍາຈັດ, ແຕ່ຕ້ອງໃຊ້ໃນປະລິມານທີ່ພໍດີ ພ້ອມປະຕິບັດຕາມຄໍາແນະນໍາຂອງວິຊາການກ່ຽວຂ້ອງຢ່າງເຄັ່ງຄັດ.

3 ບົ້ງໄຍຜັກ: ເກີດຈາກໄຂ່ທີ່ແມງກະເບື້ອວາງໄວ້ກ້ອງໃບ ເຊິ່ງໄຂ່ມີລັກສະນະເປັນສີເຫຼືອງ, ຮູບຮ່າງກົມ ໃຊ້ເວລາຝັກປະມານ 3 ວັນ ຈຶ່ງກາຍເປັນບົ້ງອ່ອນທີ່ມີຂະໜາດນ້ອຍຫຼາຍ, ມັນຈະຄ່ອຍໆກັດກິນໃບຜັກຈົນເກີດເປັນຮູ ແລະ ບ່ອນທີ່ມັນມັກເຂົ້າໄປທໍາລາຍທີ່ສຸດແມ່ນຍອດອ່ອນທີ່ກໍາລັງມີການຈະເລີນເຕີບໂຕ; ວິທີປ້ອງກັນ ຫຼື ກໍາຈັດສາມາດເຮັດໄດ້ຫຼາຍວິທີ ເປັນຕົ້ນແມ່ນການໃຊ້ສານເຄມີກໍາຈັດບົ້ງຊະນິດນີ້ໂດຍກົງ ຫຼື ອີກວິທີໜຶ່ງທີ່ບໍ່ຕ້ອງໃຊ້ສານເຄມີ ແມ່ນໃຫ້ໝັ່ນກວດເບິ່ງໜານຜັກ ຫຼື ຕົ້ນຜັກຢູ່ສະເໝີ ເມື່ອພົບບົ້ງຊະນິດນີ້ໃຫ້ຮີບທໍາລາຍຖິ້ມທັນທີ.

ຈາກການສອບຖາມຂໍ້ມູນຜູ້ປູກພືດຜັກອິນຊີ ເນື່ອງຈາກໄລຍະນີ້ໃນຕະຫຼາດອິນຊີບໍ່ປາກົດເຫັນມີຜັກກາດຊອມມາວາງຂາຍຫຼາຍຄືເມື່ອກ່ອນ ເຊິ່ງໄດ້ຄໍາຕອບຈາກ ແມ່ບຸນໜັກ ສະມາຊິກກຸ່ມຜະລິດກະສິກໍາອິນຊີ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ວ່າ: ໄລຍະນີ້ບໍ່ມີຜັກກາດຊອມຂາຍເນື່ອງຈາກປູກຍາກ, ຖືກສັດຕູພືດທີ່ເອີ້ນວ່າມັດດິນເຂົ້າມາທໍາລາຍທັງໃບ ແລະ ຍອດຂອງຜັກກາດຊອມ, ບໍ່ສາມາດກໍາຈັດມັນໄດ້ເນື່ອງຈາກການປູກຜັກອິນຊີບໍ່ສາມາດນໍາໃຊ້ສານເຄມີເຂົ້າມາຊ່ວຍໄດ້, ເຖິງແມ່ນວ່າຈະນໍາໃຊ້ນໍ້າໝັກກໍາຈັດແມງໄມ້ທີ່ເຄີຍໃຊ້ກັບພືດຜັກມາກໍບໍ່ເກີດຜົນ. ດັ່ງນັ້ນ, ສິ່ງທີ່ເຮັດໄດ້ແມ່ນຫຼີກເວັ້ນການປູກຜັກກາດຊອມໃນໄລຍະນີ້ໄປກ່ອນ ແລະ ປູກພືດຊະນິດອື່ນແທນ.