ໄອເອັມເອຟຫຼຸດຄາດການຈີດີພີໂລກເຕີບໃຫຍ່ພຽງ3,3%

74
Import, Export, Logistics concept - Map global partner connection of Container Cargo freight ship for Logistic Import Export background (Elements of this image furnished by NASA)

ກອງທຶນການເງິນສາກົນຫຼືໄອເອັມເອຟປະກາດປັບຕົວເລກການຂະຫຍາຍຕົວຂອງຈີດີພີໂລກສູ່ລະດັບ3,3%ໃນປີນີ້ຈາກແຕ່ກ່ອນທີ່ຄາດຄະເນໄວ້ໃນເດືອນ ຕຸລາທີ່ລະດັບ3,4%.

ນອກຈາກນີ້,ໄອເອັມເອຟຍັງປັບຫຼຸດຕົວເລກຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກໃນປີໜ້າສູ່ລະດັບ3,4%ຈາກແຕ່ກ່ອນທີ່ລະດັບ3,6%.

ຂະນະດຽວກັນ,ໄອເອັມເອຟຄາດຄະເນວ່າເສດຖະກິດໂລກຂະຫຍາຍຕົວ2,9%ໃນປີກ່ອນເຊິ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ເກີດວິກິດການເງິນໂລກໃນປີ2008-2009ຈາກແຕ່ກ່ອນລະດັບ3%.

ໄອເອມເອຟໃຫ້ຮູ້ວ່າ:ການຂະຫຍາຍຕົວຂອງເສດຖະກິດໂລກໄດ້ຮັບຜົນກະທົບຈາກການຂະຫຍາຍຕົວຊ້າລົງຂອງເສດຖະກິດປະເທດຍັກໃຫຍ່ຕ່າງໆ.