ປົ່ນ​ປາທູ​ຊ່ວຍ​ບຳລຸງ​ສະໝອງ ​ແລະ ​ໄດ້​ຮັບ​ໂອ​ເມກ້​າ 3 ​ແບບ​ເຕັມໆ

192

ປົ່ນປາທູ ຫຼື ແຈ່ວປາທູ ປະເພດໃສ່ໝາກເຜັດ, ຫອມບົ່ວແດງ, ກຽມທຽມ ຕຳເຂົ້າກັນແບບຫຍາບໆ ແລ້ວໃສ່ນ້ຳປາແດກເພື່ອຊ່ວຍຊູລົດຊາດໃຫ້ແຊບຂຶ້ນ ເປັນອີກໜຶ່ງເມນູທີ່ເຮັດກິນງ່າຍໆ ລາຄາບໍ່ແພງກໍ່ໄດ້ປົ່ນປາຖ້ວຍໃຫ່ຍມາໄວ້ກິນກັບເຂົ້າໜຽວ ຜັກສົດ ຜັກໜຶ້ງ.

ສ່ວນ​ປະກອບ.

ປາທູ 4 ​ໂຕ.

ໝາກ​ເຂືອ 8 ໜ່ວຍ.

ໝາກ​ເຜັດ 5 ໜ່ວຍ.

ນ້ຳຕານ 1 ບ່ວງ​ກາ​ເຟ.

ນ້ຳປາ​ແດກ​ດິບ 3-5 ບ່ວງ​ແກງ.

ຫົວ​ກະທຽມ 3 ຫົວ.

ຫົວຜັກ​ບົ່ວ​ແດງ 5 ຫົວ.

ຜັກຫອມ​ປ້ອມ 2 ຕົ້ນ.

ຫົວຜັກ​ບົ່ວ​ໃບ 2 ຕົ້ນ.

ນ້ຳ​ສະອາດ 1 ຖ້ວຍ.


ວິທີ​ປຸງ​ແຕ່ງ.

1  ທຳ​ອິດ​ແມ່ນ​ປີ້ງ​ປາທູ, ຫົວ​ກະທຽ​ມ, ໝາກ​​ເຜັດ, ຫົວຜັກ​ບົ່ວ​ແດງ​ໃຫ້​ສຸກ​ດີ, ​ແລ້ວ​ເອົາ​ປາທູ​ມາ​ໄຈ້​ກ້າງ​ອອກ​​ໃຊ້​​ແຕ່​ເນື້ອ​ກຽ​ມ​ໄວ້. ຈາກ​ນັ້ນ, ກໍ່​ເອົາ​ນ້ຳ​ໃສ່​ໝໍ້​ຄ້າງ​ໄຟ​ປານ​ກາງ ​ເມື່ອ​ນ້ຳ​ຟົດ​ກໍ່​ເອົາ​ໝາກເຂືອ​ ​ແລະ ນ້ຳປາ​ແດກ​ລົງ​ຕົ້ມ​ຈົນ​ໝາກ​ເຂືອ​ສຸກ​ດີ ​ແລ້ວ​ຕັກ​ໝາກ​ເຂືອ​ໃສ່​ຖ້ວຍ​ໄວ້.

2  ຫຼັງ​ຈາກ​ນັ້ນ, ກໍ່​ເອົາຫົວ​ກະທຽ​ມ, ໝາກ​​ເຜັດ, ຫົວຜັກ​ບົ່ວ​ແດງ ​ແລະ ນ້ຳຕານ​ໃສ່​ໂຄກ​ຕຳ​ໃຫ້​ລະອຽດ ​ແລ້ວ​ຈຶ່ງ​ໃສ່​ໝາກ​ເຂືອ, ​ເນື້ອ​ປາທູ​ລົງ​ໄປ​ຕຳ​ຕໍ່​ໄປ. ​ເມື່ອ​ຕຳ​ລະອຽດ​ດີ​ແລ້ວ​ກໍ່​ເອົາ​ນ້ຳປາ​ແດກ​ທີ່​ຕົ້ມ​ພ້ອມ​ກັບ​ໝາກ​ເຂືອ​ປະສົມ​ລົງ​ໄປ (ຕາມ​ໃຈ​ມັກ​ວ່າ​ຈະ​ໃສ່​ນ້ຳ​ຫຼາຍ ຫຼື ໜ້ອຍ) ຄົນ​ໃຫ້​ເຂົ້າກັນ​ຊີມ​ລົດ​ຊາດ​ຕາມ​ໃຈ​ມັກ. ຕັກ​ໃສ່ຖ້ວຍ​ໂຮຍ​ໜ້າ​ດ້ວຍ​ຫອມ​ບົ່ວ​ໃບ ​ແລະ ຫ​ອມປ້ອມ​ເສິບພ້ອມ​ກັບ​ຜັກ​ສົດ ​ຫຼື ຜັກ​ລວກກໍ່​ໄດ້.

ປາທູ​ແມ່ນ​ມີ​ໂອ​ເມ​ກ້າ 3 ​ປະມາ​ນ 2-3 ກຣາມ ​ໃນ 1 ຂີດ ເຊິ່ງ​ເປັນ​ປະລິມານ​ທີ່​ພຽງພໍ​ຕໍ່​ຮ່າງກາຍທີ່​ຈະ​ໄດ້​ຮັບ​ໃນ​ແຕ່​ລະ​ມື້ ​ແລ​ະ ຄວາມ​ເຊື່ອ​ທີ່​ວ່າ​ເມື່ອ​ກິນປາ​ແລ້ວ​ຈະ​ສະຫຼາດນັ້ນ​ຖື​ວ່າ​ເປັນ​​ເລື່ອງ​ຈິງ. ​ເພາະ​ການ​ກິນ​ປາ​ທີ່​ມີ​ໂອ​ເມ​ກ້າ 3 ສຳລັບ​ເດັກ​ແມ່ນ​ຈະ​ຊ່ວຍ​ເສີມ​ສ້າງ​ການຈະ​ເລີ​ນ​ເຕີບ​ໂຕ ​ແລະ ຊ່ວຍ​ບຳລຸງ​ສະໝອງ​ໃຫ້​ແຂງ​ແຮງ. ລວມທັງ​ຜູ້​ເຖົ້າທີ່​ຮ່າງ​ກາຍ​ເລີ່​ມ​ເສື່ອ​ມ​ໄປ​ຕາມ​ການ​ເວລາ ​ເພາະ​ສາມາດ​ເຂົ້າ​ໄປ​ຊ່ວຍ​ປັບ​ສົມ​ດຸນ ​ແລະ ​ເຮັດ​ໃຫ້​ຮ່າງກາຍ​ແຂ​ງແຮງ​ນຳ.