ຫາລືການບໍລິຫານຄວາມສ່ຽງ ສໍາລັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ

119

ສະມາຄົມການເງິນຈຸລະພາກຈັດກອງປະຊຸມສໍາມະນາ ໃນຫົວຂໍ້ “ ການພັດທະນານະໂຍບາຍການບໍລິຫານຄວາມສ່ຽງ ສໍາລັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ( ສກຈຮ ) ໃນ ສປປ ລາວ ”. ຈຸດປະສົງກໍເພື່ອສົນທະນາແລະ ແລກປ່ຽນປະສົບການກ່ຽວກັບບັນຫາດັ່ງກ່າວ ລວມທັງໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ເພື່ອເຮັດແນວໃດໃຫ້ສະຖາບັນການເງິນມີການບໍລິຫານຄວາມສ່ຽງທີ່ດີ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ; ດ້ານກອງທຶນ LAFF ເປີດເຜີຍ: ຜ່ານມາ ສກຈຮ ໃນລາວຍັງບໍ່ທັນມີນະໂຍບາຍການບໍລິຫານຄວາມສ່ຽງ ເພື່ອຮັບປະກັນການດຳເນີນງານທີ່ໂປ່ງໃສ, ມີປະສິດທິພາບ ແລະ ມີຄວາມຍືນຍົງ.

ທ່ານ ໜູໄຊ ພົມສຸວັນ ຮອງຫົວໜ້າກົມບໍລິການທະນາຄານ ແຫ່ງ ສປປ ລາວ, ທັງເປັນຜູ້ຕາງໜ້າຄະນະຊີ້ນໍາ ແລະ ຄຸ້ມຄອງບໍລິຫານໂຄງການກອງທຶນສົ່ງເສີມການເຂົ້າຫາແຫຼ່ງທຶນໃນລາວ ( LAFF ) ກ່າວວ່າ: ຈຸດປະສົງຕົ້ນຕໍຂອງການຈັດກອງປະຊຸມສຳມະນານີ້ເປັນການນຳສະເໜີບົດຮຽນ – ປະສົບການຂອງ ສກຈຮ ປະຕູຄຳ ໃນການພັດທະນານະໂຍບາຍການບໍລິຫານຄວາມສ່ຽງ ແລະ ເປັນການຖອດຖອນບົດຮຽນນຳກັນ ເພື່ອສ້າງຄວາມຮັບຮູ້ໃຫ້ ສກຈຮ ອື່ນໆ ທີ່ຍັງບໍ່ທັນມີນະໂຍບາຍການບໍລິຫານຄວາມສ່ຽງໃຫ້ເຫັນໄດ້ເຖິງຄວາມໝາຍ ແລະ ຄວາມສໍາຄັນດັ່ງກ່າວ. ນອກນັ້ນ, ກໍເພື່ອຮັບປະກັນໃຫ້ການດໍາເນີນງານຂອງ ສກຈຮ ມີປະສິດທິພາບ ແລະ ມີຄວາມຍືນຍົງໃນໄລຍະຍາວ ເປັນການປະກອບສ່ວນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ສຳລັບ MSMEs ໃນ ສປປ ລາວ ຢ່າງມີປະສິດທິຜົນ ແລະ ຍືນຍົງ.

ທ່ານຍັງອະທິບາຍຕື່ມວ່າ: ກອງທຶນ LAFF ແມ່ນມີເປົ້າໝາຍເພື່ອສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການສະໜອງເງິນກູ້ແບບມອບເໝົາໃຫ້ແກ່ທະນາຄານທຸລະກິດ ແລະ ສກຈຮ ທີ່ມີເງື່ອນໄຂຕາມທີ່ໂຄງການໄດ້ກຳນົດໄວ້ ເພື່ອນຳເອົາໄປປ່ອຍກູ້ຕໍ່ໃຫ້ແກ່ຫົວໜ່ວຍດັ່ງກ່າວ.

ຈາກບົດຮຽນຜ່ານມາ ພວກເຮົາເຫັນວ່າ: ບັນດາ ສກຈຮ ຍັງບໍ່ທັນມີນະໂຍບາຍການບໍລິຫານຄວາມສ່ຽງ ລວມທັງ ສກຈຮ ປະຕູຄຳ ທີ່ໄດ້ຖືກຄັດເລືອກເປັນສະຖາບັນການເງິນໜຶ່ງໃຫ້ເປັນຄູ່ຮ່ວມງານກັບໂຄງການກໍຍັງຂາດເຊັ່ນກັນ.

ສະນັ້ນ, ທາງຄະນະຄຸ້ມຄອງບໍລິຫານກອງທຶນ LAFF ໄດ້ສົມທົບກັບທີມງານທີ່ປຶກສາຂອງ ບໍລິສັດ AFC ເພື່ອຊ່ວຍເຫຼືອດ້ານວິຊາການແກ່ ສກຈຮ ປະຕູຄຳ ໃນການພັດທະນານະໂຍບາຍການບໍລິຫານຄວາມສ່ຽງ ເພື່ອເຮັດໃຫ້ສາມາດປະຕິບັດໄດ້ທຸກໆເງື່ອນໄຂໃນການເຂົ້າຮ່ວມໂຄງການ.

ຂໍ້ມູນຂອງກອງທຶນ LAFF ຍັງໃຫ້ຮູ້ຕື່ມອີກວ່າ: ໂຄງການດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນຈາກລັດຖະບານຂອງປະເທດເຢຍລະມັນ ມອບໃຫ້ແກ່ລັດຖະບານລາວ ຕາງໜ້າໂດຍທະນາຄານ ແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງບໍລິຫານໂຄງການ ນັບແຕ່ປີ 2014 ເປັນຕົ້ນມາ ແລະ ໄດ້ປ່ອຍເງິນກູ້ແບບມອບເໝົາງວດທຳອິດໃຫ້ແກ່ທະນາຄານເອຊີລີດາ ລາວ ຈຳກັດ ໃນປີ 2015.

ມາຮອດປີ 2018 ໄດ້ຂະຫຍາຍການບໍລິການທຶນເງິນກູ້ແບບມອບເໝົາຂອງຕົນໃຫ້ແກ່ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເຊິ່ງໄດ້ຄັດເລືອກເອົາ ສກຈຮ ປະຕູຄຳ ເປັນສະຖາບັນການເງິນຈຸລະພາກແຫ່ງທຳອິດທີ່ເປັນຄູ່ຮ່ວມງານຂອງໂຄງການ ແລະ ໄດ້ປ່ອຍເງິນກູ້ແບບມອບເໝົາໃຫ້ແກ່ ສກຈຮ ດັ່ງກ່າວ ໃນກາງປີ 2019 ເພື່ອນຳເອົາໄປປ່ອຍກູ້ຕໍ່ໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 16 ມັງກອນ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໜູໄຊ ພົມສຸວັນ ຮອງຫົວໜ້າກົມບໍລິການທະນາຄານ ແຫ່ງ ສປປ ລາວ, ທ່ານ ນາງ ປະມວນ ເພັດທານີ ອໍານວຍການສະມາຄົມການເງິນຈຸລະພາກ, ທ່ານ ນາງ ຂັນມະນີ ສຸທຳມະວົງ ອໍານວຍການ ສກຈຮ ປະຕູຄຳ, ທ່ານ ອິນດຣາຈິດ ວິເຈສີຣິວັດທະນະ ຫົວໜ້າທີມງານທີ່ປຶກສາ AFC ພ້ອມດ້ວຍຜູ້ຊ່ຽວຊານເຂົ້າຮ່ວມ ແລະ ແຂກຖືກເຊີນເຂົ້າຮ່ວມ.