ສຳມະນາການນໍາໃຊ້ລະບົບຊັບສິນທາງປັນຍາ ເພື່ອການພັດທະນາເສດຖະກິດ

112

ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ຮ່ວມກັບ ສໍານັກງານສິດທິບັດ ຍີ່ປຸ່ນ (JPO) ຈັດກອງປະຊຸມສຳມະນາ ໃນຫົວຂໍ້:“ການນໍາໃຊ້ລະບົບຊັບສິນທາງປັນຍາ ເພື່ອການພັດທະນາເສດຖະກິດ” ພາຍໃຕ້ການເປັນປະທານຂອງທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ Masashi Nemoto ຫົວໜ້າພະແນກຮ່ວມມືຕ່າງປະເທດ, ສໍານັກງານສິດທິບັດ ຍີ່ປຸ່ນ, ມີບັນດາທ່ານວິທະຍາກອນ, ສຳມະນາກອນ ທີ່ມາຈາກພາກສ່ວນຕ່າງໆ ພາກລັດ ແລະ ບໍລິສັດຕົວແທນຈົດທະບຽນຊັບສິນທາງປັນຍາ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 40 ກວ່າຄົນ.

ຈຸດປະສົງ ຂອງກອງປະຊຸມສຳມະນາດັ່ງກ່າວແມ່ນ ເພື່ອ​ຮັບຟັງລາຍງານກ່ຽວກັບການພັດທະນາ ແລະ ການບໍລິຫານລະບົບຊັບສິນທາງປັນຍາ ໃນ ສປປລາວ ແລະ ຮັບຟັງລາຍງານສະພາບການໃນປະຈຸບັນຂອງການບໍລິຫານຊັບສິທາງປັນຍາອຸດສາຫະກໍາໃນປະເທດ ຍີ່ປຸ່ນ.

ພ້ອມທັງເປັນການເຜີຍແຜ່ເຖີງ​ບົດບາດຂອງຊັບສິນທາງປັນຍາໃນການພັດທະນາເສດຖະກິດ ໃນ ສປປ ລາວ ແລະ ຍີ່ປຸ່ນ, ການປົກປ້ອງເຄື່ອງໝາຍການຄ້າໂດຍຜ່ານລະບົບມາດຮິດ ໃນ ສປປ ລາວ ແລະ ຍີ່ປຸ່ນ. ພ້ອມນັ້ນ, ຍັງເປັນເວທີການສົນທະນາຖາມ-ຕອບ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ກອງປະຊຸມສຳມະນາດັ່ງກ່າວໄດ້ຈັດຂື້ນໃນວັນທີ 15 ມັງກອນ 2020 ຢູ່ທີ່ໂຮງແຮມ ວຽງຈັນ ພລາຊາ, ນະຄອນຫຼວງວຽງຈັນ.