ຮູ້ກັນ! 8 ອາຊີບມາແຮງໃນປີ 2020

427

ໃນເວທີເສດຖະກິດໂລກ ຫຼື World Economic Forum ເຄີຍລະບຸໄວ້ວ່າ: ໃນປີ 2020 ນີ້ ຈາກຄວາມກ້າວໜ້າທາງເຕັກໂນໂລຊີທີ່ມີການປ່ຽນແປງຢ່າງວ່ອງໄວ, ມີຄົນວ່າງວຽກສູງເຖິງ 5 ຫາ 7 ລ້ານຄົນ ແລະ ມື້ນີ້ເຮົາຈະມາເຜີຍເຖິງ 8 ອາຊີບມາແຮງທີ່ໂລກຕ້ອງການ ປີ 2020 ດັ່ງລຸ່ມນີ້:

1 ນັກວິເຄາະຂໍ້ມູນ ( Data Analyst ): ປັດຈຸບັນຢ່າງທີ່ຮູ້ກັນວ່າມີຂໍ້ມູນຢ່າງຫຼວງຫຼາຍທີ່ເຊື່ອມຕໍ່ກັນຜ່ານເຕັກໂນໂລຊີ, ຫຼາຍບໍລິສັດຫັນມາສົນໃຈ ແລະ ຫານັກວິເຄາະຂໍ້ມູນກັນຫຼາຍ, ບໍ່ພຽງແຕ່ເພື່ອຈັດເກັບຂໍ້ມູນໃຫ້ເປັນລະບຽບເທົ່ານັ້ນແຕ່ຈະໃຫ້ນັກວິເຄາະຂໍ້ມູນເຫຼົ່ານີ້ ຄາດຄະເນວ່າຈະເກີດຫຍັງຂຶ້ນໃນອະນາຄົດ.

2 ນັກຄອມພິວເຕີ ຫຼື ນັກໂປຣ ແກຣມເມີ ( Computer Technical & Programmer ): ຖືວ່າສຳຄັນຫຼາຍສັງເກດເບິ່ງງ່າຍໆບໍ່ວ່າຈະບໍລິສັດຈາກຕ່າງປະເທດ ເຊັ່ນ: Facebook, YouTube, Google, Microsoft ກໍຈຳເປັນທີ່ຈະຕ້ອງມີນັກຄອມພິວເຕີ ຫຼື ນັກໂປຣແກຣມເມີ, ຖ້າຫາກເວົ້າເຖິງບັນດາບໍລິສັດໃນ ສປປ ລາວ ເຮົາກໍມີຫຼາຍບໍລິສັດທີ່ປະກາດຮັບນັກໂປຣ ແກຣມເມີເພື່ອມາພັດທະນາ ຫຼື ອັບ ເກຣດແອັບພິເຄຊັນ ເຊັ່ນ: ທະນາຄານການຄ້າຕ່າງປະເທດ.

3 ນັກວິສະວະກຳສະເພາະດ້ານ ( Engineer ): World Economic Forum ເຄີຍຄາດຄະເນວ່າ ໃນປີ 2020 ອາຊີບນັກວິສະວະກຳສະເພາະດ້ານ ຈະຍັງຄົງເປັນອາຊີບທີ່ໝັ້ນຄົງ ແລະ ຈະເກີດການສ້າງງານຈາກຕຳແໜ່ງນີ້ກວ່າ 2 ລ້ານຕໍາແໜ່ງທົ່ວໂລກ ຍົກຕົວຢ່າງ: ອາຊີບນັກວິສະວະກຳເຄມີຊີວະພາບ, ນາໂນເຕັກໂນໂລຊີ, ຫຸ່ນຍົນ, ວິສະວະກໍາວັດສະດຸ.

4 ພະນັກງານຂາຍ, ນັກຂາຍສະເພາະດ້ານ ( Sales Executive ): ເຖິງແມ່ນວ່າເຕັກໂນໂລຊີຈະເຂົ້າມາແທນທີ່ຄົນເປັນຈຳນວນຫຼາຍ ບໍ່ວ່າຈະເປັນລະບົບປັນຍາປະດິດ ( AI ) ຫຼື ຫຸ່ນຍົນ ( Robot ) ແຕ່ຫາກເວົ້າເຖິງພະນັກງານຂາຍສະເພາະດ້ານທີ່ຕ້ອງມີ ຄວາມເຂົ້າໃຈໃນເລື່ອງນັ້ນໆ ຫຼື ເຂົ້າໃຈວ່າລູກຄ້າຕ້ອງການຫຍັງ ເນື່ອງຈາກຫຸ່ນຍົນ ຫຼື ລະບົບດັ່ງກ່າວຍັງບໍ່ສາມາດມີກຳລັງພໍທີ່ຈະສາມາດຄິດ ຫຼື ເຂົ້າໃຈເອງໄດ້.

5 ຜູ້ບໍລິຫານ, ຜູ້ຈັດການ ( Manager ): ທຸກທຸລະກິດຈະເດີນຕໍ່ບໍ່ໄດ້ຫາກບໍ່ມີຜູ້ບໍລິຫານ ແລະ ຜູ້ຈັດການ ເຊິ່ງອາຊີບຜູ້ບໍລິຫານນີ້ຈະຕ້ອງເປັນຜູ້ທີ່ມີປະສົບການ, ການວາງແຜນ, ກົນລະຍຸດ ແລະ ທີ່ສຳຄັນຍິ່ງກວ່ານັ້ນຄື ຜູ້ບໍລິຫານຈະຕ້ອງກ້າຕັດສິນໃຈຢ່າງສະຫຼາດ ໂດຍວິເຄາະກະແສ ຫຼື ເທຣນຕາມທີ່ນັກວິເຄາະຂໍ້ມູນສົ່ງມາໃຫ້.

6 ນັກອອກແບບ ( Designer & Creative ): ແມ່ນວ່າຫຼາຍໆບໍລິສັດຈະສາມາດໃຊ້ຫຸ່ນຍົນໃນການຜະລິດໄດ້ ແຕ່ການອອກແບບ ແລະ ສ້າງສັນຜະລິດຕະພັນ ຍັງຄົງຈຳເປັນທີ່ຈະຕ້ອງໃຊ້ອາຊີບນັກອອກແບບຢູ່ ແລະ ຄົງອີກດົນກວ່າທີ່ຫຸ່ນຍົນ ຫຼື ໂປຣ ແກຣມຄອມພິມເຕີ ຈະສາມາດສ້າງສັນຜະລິດຕະພັນໄດ້ດີກວ່າມະນຸດ.

7 ນັກພັດທະນາອົງກອນ ( Business Developer ): ທຸກມື້ນີ້ມີພະນັກງານນັບບໍ່ຖ້ວນທີ່ວ່າງວຽກບໍ່ມີວຽກເຮັດ ແຕ່ອາຊີບພະນັກພັດທະນາອົງກອນຍັງຄົງຈຳເປັນທີ່ຈະຕ້ອງມີຢູ່ໃນບໍລິສັດ ເນື່ອງຈາກອາຊີບນີ້ຍັງຈຳເປັນທີ່ຈະຕ້ອງຊ່ວຍຄັດຄົນທີ່ຈະເຂົ້າບໍລິສັດ, ຊ່ວຍອົບຮົມພະນັກງານໃນບໍລິສັດ, ແນະນໍາ, ສອນທັກສະທີ່ພະນັກງານຄວນຈະມີ ອີກທັງປະມານ 65% ຂອງບໍລິສັດທົ່ວໂລກກຳລັງລົງທຶນໃນເລື່ອງການພັດທະນາຄົນ, ພັດທະນາບຸກຄະລາກອນ ແລະ ເພີ່ມທັກສະ.

8 ນັກກົດໝາຍ ( Lawyer ): ການທີ່ບໍລິສັດນຳເຕັກໂນໂລຊີເຂົ້າມາໃຊ້ພາຍໃນບໍລິສັດ ຈຳເປັນທີ່ຈະຕ້ອງມີນັກກົດໝາຍທີ່ຄອຍມາຕິດຕາມວ່າເຕັກໂນໂລຊີທີ່ນຳເຂົ້າມາຜິດຕໍ່ກົດໝາຍຂອງປະເທດນັ້ນໆ ຫຼື ບໍ່.

ທີ່ມາ: nowasu.co