ນ້ຳສະຫຼັດໝາກຂາມປຽກໃສ່ໝາກງາ

176

ໝາກຂາມມີຄຸນຄ່າທາງອາຫານຫຼາກຫຼາຍ ເຊິ່ງມີວິຕາມິນ ເອ ທີ່ຊ່ວຍບຳລຸງສາຍຕາ ແລະ ມີແຄລຊຽມຊ່ວຍບຳລຸງກະດູກ. ນອກນີ້, ຍັງແກ້ຫິວນ້ຳ, ຊ່ວຍກຳຈັດຂີ້ກະເທີ່, ຊ່ວຍແກ້ໄອ, ໃຊ້ເປັນຢາລະບາຍອ່ອນໆ, ຊ່ວຍໃຫ້ລະບົບຂັບຖ່າຍສະດວກ, ຫຼຸດຜ່ອນອາການເລືອດຈາງ, ຊ່ວຍແກ້ບັນຫາທ້ອງຜູກ ແລະ ຊ່ວຍປ້ອງກັນເລືອດອອກຕາມເຟັນແຂ້ວ.

ສ່ວນປະສົມ: ໝາກຂາມປຽກ 1/2 ຖ້ວຍນ້ອຍ; ນ້ຳສະອາດ 1 – 2 ຖ້ວຍນ້ອຍ; ນ້ຳມັນ 4 – 6 ບ່ວງແກງ; ເກືອ 2 – 3 ບ່ວງກາເຟ; ນ້ຳຕານ 1 – 2 ບ່ວງແກງ; ງາຂາວ ຫຼື ງາດຳຂົ້ວ 1 ບ່ວງກາເຟ; ຜັກ ຫຼື ສະຫຼັດຕ່າງໆຕາມໃຈມັກ.

ວິທີປຸງແຕ່ງ: ເລີ່ມດ້ວຍເອົານ້ຳສະອາດ ຫຼື ນ້ຳອຸ່ນໃສ່ໝາກຂາມປຽກ ແລ້ວຄັ້ນໃຫ້ນ້ຳໝາກຂາມອອກ ແລະ ຈຶ່ງນຳໄປໃສ່ໝໍ້ຄ້າງໄຟປານກາງ ເມື່ອໝໍ້ຟົດກໍປຸງລົດຊາດດ້ວຍນ້ຳຕານ ແລະ ເກືອ ຄົນທຸກຢ່າງໃຫ້ເຂົ້າກັນຈົນນ້ຳຕານລະລາຍດີ. ສຸດທ້າຍຈຶ່ງໃສ່ນ້ຳມັນງາລົງຄົນໃຫ້ເຂົ້າກັນອີກຄັ້ງ ແລະ ຊີມລົດຊາດໃຫ້ອອກສົ້ມຫວານຕາມໃຈມັກ ຕັກໃສ່ຖ້ວຍໂຮຍໜ້າດ້ວຍໝາກງາຂົ້ວ ເທົ່ານີ້ກໍພ້ອມເສີບກັບສະຫຼັດກອບໆແລ້ວ.

( ຂໍ້ມູນຈາກ: Cooking.com )