ລັດຖະບານ ເນັ້ນ 4 ບັນຫາກະຕຸ້ນການທ່ອງທ່ຽວ ພ້ອມສະເໜີ 3ສິ່ງນີ້ເປັນມໍລະດົກໂລກ

150

ໃນໜຶ່ງປີຜ່ານມາ ຂະແໜງການທ່ອງທ່ຽວປະສົບຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນໄດ້ສຳເລັດການຈົດທະບຽນທົ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກໄດ້, ສຳເລັດການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ – ຈີນ 2019. ສ່ວນປີ 2020 ລັດຖະບານຈະສຸມໃສ່ 4 ບັນຫາຕົ້ນຕໍ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດບໍ່ໃຫ້ຫຼຸດ 4,7 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ຫຼາຍກວ່າ 900 ລ້ານໂດລາສະຫະລັດຄຽງຄູ່ກັບສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່, ຟ້ອນລໍາວົງລາວ ແລະ ຕໍ່າລາຍນາກ ເຂົ້າເປັນມໍລະດົກໂລກ.

ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວໃນພິທີປິດປີທ່ອງທ່ຽວ ລາວ – ຈີນ ໃນວັນທີ 16 ທັນວາ 2019 ທີ່ນະຄອນປັກກິ່ງ ສປ ຈີນ ວ່າ: ປີ 2019 ເປັນປີວຽກງານການທ່ອງທ່ຽວໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ມີປະສິດທິຜົນ. ພິເສດລັດຖະບານ ສປປ ລາວ ໄດ້ຮ່ວມກັບລັດຖະບານ ສປ ຈີນ ຈັດປີທ່ອງທ່ຽວ ລາວ – ຈີນ ອັນເປັນສັນຍະລັກໃໝ່ໃນການຮ່ວມມືດ້ານວຽກງານການທ່ອງທ່ຽວ.

ພາບປະກອບຂ່າວ

ເຮັດໃຫ້ອຸດສາຫະກຳການທ່ອງທ່ຽວ ລາວ – ຈີນ ໄດ້ຮັບການພັດທະນາ ແລະ ມີທ່າຂະຫຍາຍຕົວນັບມື້ເຂັ້ມແຂງ, ມີເສັ້ນທາງເຊື່ອມຈອດກັນທາງບົກ ແລະ ອາກາດ ອຳນວຍຄວາມສະດວກໃຫ້ປະຊາຊົນສອງຊາດໄປ – ມາຫາສູ່ກັນຢ່າງສະດວກສະບາຍ ສະແດງໃຫ້ເຫັນຜ່ານສະຖິຕິນັກທ່ອງທ່ຽວຈີນມາທ່ຽວລາວ ຈາກ 199.857 ຄົນ ໃນປີ 2012 ເປັນ 799.929 ຄົນ ໃນປີ 2018 ແລະ 759.952 ຄົນ ໃນ 9 ເດືອນ 2019. ຄຽງຄູ່ກັນນັ້ນ, ນັກທ່ອງທ່ຽວລາວຈໍານວນບໍ່ໜ້ອຍກໍໄປທ່ຽວຢູ່ຈີນ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ປີ 2019 ຜ່ານມາ ລັດຖະບານໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມບັນດາຫົວໜ່ວຍທຸລະກິດບໍລິການ ແລະ ພັດທະນາການທ່ອງທ່ຽວ ຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ; ສົ່ງເສີມໃຫ້ພາກທຸລະກິດປະກອບສ່ວນໃນການຈັດກິດຈະກຳອັນພົ້ນເດັ່ນຕາມທ່າແຮງຂອງທ້ອງຖິ່ນ; ໄດ້ເອົາໃຈໃສ່ພັດທະນາແຫຼ່ງທ່ອງທ່ຽວຕ່າງໆໃຫ້ກາຍເປັນເອກະລັກສະເພາະ ເພື່ອດຶງດູດນັກທ່ອງທ່ຽວ; ພັດທະນາພື້ນຖານໂຄງລ່າງ, ຖະໜົນຫົນທາງໄປ – ມາຫາສູ່ແຫຼ່ງທ່ອງທ່ຽວຕ່າງໆໃຫ້ສະດວກສະບາຍຂຶ້ນ ແລະ ອື່ນໆ.

ນອກນັ້ນ, ຍັງໄດ້ສຳເລັດການຈົດທະບຽນຮັບເອົາແຫຼ່ງທ່ອງທ່ຽວທົ່ງໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ໃນກອງປະຊຸມຄະນະກໍາມະການມໍລະດົກໂລກ ທີ່ຈັດຂຶ້ນໃນຕົ້ນເດືອນກໍລະກົດ 2019 ທີ່ນະຄອນຫຼວງບາກູ ປະເທດອາແຊັກໄບຊານ ເຊິ່ງເປັນແຫ່ງທີ 3 ຂອງ ສປປ ລາວ ຖັດຈາກເມືອງມໍລະດົກໂລກຫຼວງພະບາງ ແລະ ວັດພູຈໍາປາສັກ. ສາມາດສ້າງລາຍຮັບເຂົ້າປະເທດ ປະມານ 855 ລ້ານໂດລາສະຫະລັດ.


ສະນັ້ນ, ປີ 2020 ລັດຖະບານ ເນັ້ນໃສ່ 4 ບັນຫາຕົ້ນຕໍ ເພື່ອກະຕຸ້ນການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ ໃຫ້ໄດ້ຫຼາຍກວ່າ 4,7 ລ້ານເທື່ອຄົນ ແລະ ເພື່ອສ້າງລາຍຮັບໃຫ້ໄດ້ຫຼາຍກວ່າ 900 ລ້ານໂດລາສະຫະລັດ ເຊັ່ນ:
1 ຈະສ້າງກົນໄກການເຮັດວຽກທີ່ມີການປະສານງານ ແລະ ເນັ້ນໃສ່ໝາກຜົນຂອງຂະແໜງການທ່ອງທ່ຽວເປັນໃຈກາງທີ່ຕິດພັນກັບກິດຈະກຳຂອງຂະແໜງ.

2ຊຸກຍູ້, ສົ່ງເສີມນະໂຍບາຍສົ່ງເສີມການຜະລິດກະສິກໍາ ແລະ ຫັດຖະກໍາ ເພື່ອຮັບໃຊ້ວຽກງານທ່ອງທ່ຽວ ພ້ອມທັງຊຸກຍູ້ສົ່ງເສີມການປະດິດຄິດແຕ່ງ ແລະ ສ້າງຜະລິດຕະພັນວັດທະນະທຳ ໃຫ້ໄດ້ 7.000 ຜະລິດຕະພັນ.

3 ໂຄສະນາການທ່ອງທ່ຽວໃຫ້ຖືກເປົ້າໝາຍລູກຄ້າ ແລະ ມີຍຸດທະສາດການຕະຫຼາດທີ່ຊັດເຈນ ແລະ ລາຍການທ່ອງທ່ຽວທີ່ຫຼາກຫຼາຍໃນແຕ່ລະທ້ອງຖິ່ນ.

4 ສ້າງພະນັກງານນໍາທ່ຽວໃຫ້ມີຄຸນນະພາບຢູ່ໃນແຕ່ລະທ້ອງຖິ່ນ ໂດຍຝຶກອົບຮົມການບໍລິການທີ່ພຽງພໍ ແລະ ຄວາມຮູ້ດ້ານພາສາຕ່າງປະເທດໃນລະດັບດີ.

ພ້ອມກັນນັ້ນ, ສືບຕໍ່ເອົາໃຈໃສ່ໃນການສ້າງ ແລະ ປັບປຸງມາດຕະຖານດ້ານຕ່າງໆຂອງວຽກງານທ່ອງທ່ຽວ ພ້ອມທັງຊຸກຍູ້ສົ່ງເສີມການທ່ຽວພາຍໃນ “ ລາວທ່ຽວລາວ ” ແລະ ສືບຕໍ່ສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງໃນການນຳສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກຂ້າມຊາຍແດນ ລາວ – ຫວຽດນາມ, ຊຸກຍູ້ສະເໜີຮັບຮອງເອົາຟ້ອນລຳວົງລາວ ແລະ ພູມປັນຍາການຕໍ່າລາຍນາກຂອງເຊື້ອຊາດລາວ ເຂົ້າເປັນມໍລະດົກວັດທະນະທຳນາມມະທຳຂອງໂລກອີກດ້ວຍ.