ເສດຖະກິດອາຊຽນຍັງເດີນໜ້າເຖິງມີຫຼາຍປັດໄຈຖ່ວງດຶງ

192

ບັນຫາການຄ້າລະຫວ່າງອາເມຣິກາກັບຈີນ,ການເລືອກຕັ້ງຜູ້ນໍາອາເມຣິກາຕະຫຼອດຮອດການຫຼຸດໜ້ອຍຖ້ອຍລົງຂອງອັດຕາການຂະຫຍາຍຕົວທາງເສດຖະກິດຂອງຈີນ ແລະ ຫຼາຍປະເທດຊັ້ນນໍາທົ່ວໂລກດຶງຈ່ອງເສດຖະກິດຂອງອາຊຽນໃຫ້ຂະຫຍາຍຕົວຢ່າງຊ້າໆໃນປີ2020.

ຂະນະທີ່ເສດຖະກິດໂລກຂະຫຍາຍຕົວຊ້າ,ເສດຖະກິດອາຊີກໍອອກອາກາດງຽບເຫງົາ.ເມື່ອບໍ່ດົນມານີ້ມີບົດລາຍງານຄວາມຄິດເຫັນຂອງບັນດານັກເສດຖະສາດຂອງສູນວິໄຈເສດຖະກິດຍີ່ປຸ່ນຫຼືເຈຊີອີອາຣ໌ ແລະ ເວັບໄຊ ນິກເຄອິຊີ້ບອກວ່າເສດຖະກິດໃນປະເທດຊັ້ນນໍາໃນອາຊຽນຈະຟື້ນຄືນໃນປີນີ້,ແຕ່ເປັນການຟື້ນຄືນຢ່າງຊ້າໆຈາກປັດໄຈສ່ຽງຫຼາຍດ້ານ.

ບົດລາຍງານສະບັບນີ້ໃຫ້ຮູ້ວ່າ:ທ່າອ່ຽງການຂະຫຍາຍຕົວທາງເສດຖະກິດຂອງອາຊຽນຍັງອ່ອນແອໃນປີນີ້ ແລະ ການສ້າງຄວາມເຄັ່ງຕຶງທາງການຄ້າຂອງອາເມຣິກາຈະຍັງດໍາເນີນຢູ່ໂດຍຄາດຄະເນວ່າອັດຕາການຂະຫຍາຍທາງເສດຖະກິດໃນປີນີ້ຂອງປະເທດໃຫຍ່ໆໃນອາຊຽນຈະເພີ່ມຂຶ້ນເປັນ4%ຈາກທີ່ຄາດຄະເນໃນປີນີ້ວ່າຈະຂະຫຍາຍຕົວໃນອັດຕາ3,9%ແຕ່ຕົວເລກນີ້ຍັງຕໍ່າກວ່າລະດັບເມື່ອປີ2018ຢູ່ຫຼາຍ.

ບັນດານັກເສດຖະສາດທີ່ຕອບແບບສອບຖາມໃນບົດລາຍງານສະບັບນີ້ເຫັນວ່າປັດໄຈສ່ຽງໃນປີໜ້າທີ່ຈຸດຖ່ວງດຶງເສດຖະກິດໃຫ້ຂະຫຍາຍຕົວໜ້ອຍລົງຄືຄວາມເຄັ່ງຕຶງທາງການຄ້າລະຫວ່າງອາເມຣິກາກັບຈີນ,ການເລືອກຕັ້ງຜູ້ນໍາອາເມຣິກາ,ພາວະການຂະຫຍາຍຕົວຊ້າລົງຂອງເສດຖະກິດຈີນ ແລະ ຄວາມສ່ຽງທີ່ຈະເກີດຄວາມຂັດແຍ່ງທາງການເມືອງໃນຫຼາຍຂົງເຂດຂອງໂລກຕະຫຼອດຮອດຜົນກະທົບຈາກເສດຖະກິດໂລກທີ່ຈະສົ່ງຜົນກະທົບຢ່າງເປັນຮູບປະເທດກັບປະເທດຕ່າງໆ.

ບົດລາຍງານສະບັບນີ້ເປັນບົດລາຍງານປະຈໍາໄຕມາດ ແລະ ສໍາລັບສະບັບນີ້ເຮັດຂຶ້ນລະຫວ່າງວັນທີ22ເດືອນ ພະຈິກ-ວັນທີ11ເດືອນ ທັນວາທີ່ຜ່ານມາຜ່ານການສອບຖາມຄວາມຄິດເຫັນນັກເສດຖະສາດ ແລະ ນັກວິເຄາະ44ຄົນໃນ5ປະເທດອາຊຽນປະກອບມີອິິນໂດເນເຊຍ,ມາເລເຊຍ,ຟີລິບປິນ,ສິງກະໂປ ແລະ ໄທ.

ບົດລາຍງານໄດ້ຈໍາແນກຄວາມທ້າທາຍໃນປີ2020ເປັນຄວາມທ້າທາຍຕໍ່ເສດຖະກິດໂລກຈະເກີດບັນຫາຄວາມເຄັ່ງຕຶງທາງການຄ້າອາເມຣິກາ-ຈີນ,ການເລືອກຕັ້ງຜູ້ນໍາອາເມຣິກາ,ການຂະຫຍາຍຕົວຊ້າຂອງເສດຖະກິດໂລກ,ການຟື້ນຄືນຕົວເລກຂອງເສດຖະກິດໂລກ ແລະ ຄວາມສ່ຽງດ້ານການເມືອງ.

ຢ່າງໃດກໍຕາມການຄາດຄະເນການຂະຫຍາຍຕົວທາງເສດຖະກິດໃນປີນີ້ບໍ່ປ່ຽນແປງຈາກການສໍາຫຼວດຄັ້ງກ່ອນໜ້ານີ້ຢູ່ທີ່4,2% ແລະ ປັບຕົວເພີ່ມຂຶ້ນຈາກການຄາດຄະເນໃນປີ2018ປະມານ0,3%ແຕ່ບໍ່ແຂງແກ່ນທຽບເທົ່າ5%ໃນປີ2017 ແລະ 4,8%ໃນປີ2018.

ທັງນີ້,ເສດຖະກິດຂອງສິງກະໂປຍັກໃຫຍ່ແຫ່ງອາຊຽນໃນຖານະປະເທດສູນກາງທາງການເງິນລະດັບຕົ້ນໆຂອງໂລກລະບຸວ່າອັດຕາການຂະຫຍາຍຕົວທາງເສດຖະກິດໄດ້ຫຼຸດລົງ0,7%ໃນປີກ່ອນຈາກ3,1%ໃນປີ2018 ແລະ ຄາດຄະເນວ່າໃນປີ2020ເສດຖະກິດສິງກະໂປຈະຟື້ນຄືນໜ້ອຍໜຶ່ງ.