ທ່ານ ຄຳປະກອນ ຖືກແຕ່ງຕັ້ງເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ຄຳມ່ວນ

110

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ອົງການໄອຍະການສານປະຊາຊົນແຂວງ ຄຳມ່ວນ ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໆຂຶ້ນ. ໃນວັນທີ 7 ມັງກອນ 2020 ຜ່ານມາ ໄດ້ມີພິທີປະກາດ ການຈັດຕັ້ງອົງການໄອຍະການປະຊາຊົນແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ບຸນມາ ສຸດສະດາວອນ ຫົວໜ້າອົງການໄອຍາການປະຊາຊົນແຂວງ, ມີຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຄຳມ່ວນ ເຊິ່ງໄດ້ຕົກລົງເຫັນດີແຕ່ງຕັ້ງ ທ່ານ ຄຳປະກອນ ແສງດວງດີ ຫົວໜ້າຫ້ອງການອົງການໄອຍະການ ຂຶ້ນເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ເພັດສະໜອນ ພາໄຊ ຮອງຫົວໜ້າຫ້ອງການຂຶ້ນເປັນຫົວໜ້າຫ້ອງການອົງການໄອຍະການປະຊາຊົນແຂວງ.

ພ້ອມນີ້, ຍັງໄດ້ຮັບຟັງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ຊັບຊ້ອນ, ໂຍກຍ້າຍບ່ອນປະຈຳການຂອງຫົວໜ້າຂະແໜງ, ຮອງຂະແໜງ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການພາຍໃນອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ ແລະ ປະຈຳເມືອງອີກຈຳນວນໜຶ່ງ.

ທີ່ມາ: ສຳນັກງານປົກຄອງແຂວງຄຳມ່ວນ