ກະຊວງປ້ອງກັນຄວາມສະຫງົບເຜີຍແຜ່ວຽກງານຕ້ານການຟອກເງິນ

177

ກະຊວງປ້ອງກັນຄວາມສະຫງົບ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ ( ສຕຟງ ) ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 8 ມັງກອນ 2020 ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ມີບັນດານາຍຕໍາຫຼວດຈາກກົມກອງວິຊາການທີ່ກ່ຽວຂ້ອງອ້ອມຂ້າງກະຊວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າ ສຕຟງ ໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເປັນຕົ້ນ ຂະບວນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ທີ່ປະກອບມີຄະນະກໍາມະການແຫ່ງຊາດ ແລະ ຄະນະວິຊາການຮັບຜິດຊອບວຽກງານດັ່ງກ່າວປະກອບຈາກແຕ່ລະພາກສ່ວນທີ່ຕິດພັນ 13 ກະຊວງ

ສິດ ແລະ ໜ້າທີ່ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ ເປັນຕົ້ນການວິເຄາະຂ່າວກອງ ໂດຍການເກັບກໍາຂໍ້ມູນ, ການວິເຄາະ, ການເຜີຍແຜ່, ການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ແລະ ການຕິດຕາມກວດກາບັນດາຫົວໜ່ວຍທີ່ມີໜ້າທີ່ລາຍງານ, ຊຸກຍູ້ໃຫ້ບັນດາຫົວໜ່ວຍທີ່ມີໜ້າທີ່ລາຍງານປະຕິບັດພັນທະວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມທັງການກະກຽມການປະເມີນຜົນຮອບດ້ານ ໃນປີ 2020 – 2021 ຂອງ ສປປ ລາວ.

ການຟອກເງິນແມ່ນການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນນັ້ນມາຈາກການກະທໍາຜິດຕົ້ນ ເພື່ອປົກປິດ ຫຼື ຊຸກເຊື່ອງຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ ແລະ ການກະທຳທີ່ເປັນການຟອກເງິນແມ່ນການປ່ຽນຮູບ, ການໂອນເງິນ ຫຼື ຊັບສິນອື່ນ ໂດຍມີຈຸດປະສົງປົກປິດ ຫຼື ເຊື່ອງອໍາຜົນຈາກການກະທຳຜິດຕົ້ນ, ໃຫ້ການຊ່ວຍເຫຼືອຜູ້ກະທຳຜິດຕົ້ນ ເພື່ອຫຼົບຫຼີກຈາກຜົນສະທ້ອນທາງດ້ານກົດໝາຍ

ພາບປະກອບຂ່າວເທົ່ານັ້ນ

ໄພຂົ່ມຂູ່ດ້ານການຟອກເງິນທີ່ເປັນບຸລິມະສິດມີ 7 ລາຍການ ຈາກການກະທໍາຜິດຕົ້ນ ຈາກ 29 ລາຍການ ໃນນີ້ມີ: ການຜະລິດ ແລະ ຄ້າຂາຍຢາເສບຕິດ, ການປອມແປງແຊັກ ການນໍາໃຊ້ແຊັກ ຫຼື ພັນທະບັດອື່ນ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ອາດຊະຍາກໍາສິ່ງແວດລ້ອມ, ການລັກຊັບພົນລະເມືອງ, ການປອມແປງເງິນ ຫຼື ການໃຊ້ເງິນປອມ, ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ ແລະ ການສໍ້ໂກງຊັບພົນລະເມືອງ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ພົນຕີ ກົງທອງ ພົງວິຈິດ ເນັ້ນວ່າ: ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດໃນປະເທດ, ສປປ ລາວ ກໍຄືລັດຖະບານໄດ້ເຫັນຄວາມສໍາຄັນ ແລະ ສ້າງຄະນະກໍາມະການລະດັບຊາດ ໂດຍປະກອບມີການນໍາລະດັບສູງຈາກ 13 ກະຊວງ – ທຽບເທົ່າເຂົ້າຮ່ວມໃນຄະນະ ແລະ ສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາຂອງສາກົນ. ໃນນັ້ນ, ກະຊວງປ້ອງກັນຄວາມສະຫງົບກໍມີການນໍາລະດັບສູງ 2 ທ່ານ ແລະ ກົມກອງທີ່ກ່ຽວຂ້ອງ 10 ກົມກອງ ເຂົ້າເຮັດວຽກດັ່ງກ່າວ ແລະ ຂໍຮຽກຮ້ອງໃຫ້ທຸກຄົນທຸກກົມກອງ ຕ້ອງເພີ່ມຄວາມຮັບຜິດຊອບຕໍ່ວຽກງານດັ່ງກ່າວໃຫ້ສູງກວ່າເກົ່າ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ, ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງຈົບງາມ.

[ ຂ່າວ – ຮູບ: ຣັດສະໝີ ດວງສັດຈະ ]