ປະໂຫຍດຂອງນ້ຳຕໍ່ຮ່າງກາຍ

88

ນອກຈາກອາຫານຫຼັກ 5 ໝູ່ ແລະ ສານອາຫານອື່ນໆ ນ້ຳກໍເປັນສິ່ງສຳຄັນທີ່ຮ່າງກາຍຂາດບໍ່ໄດ້ ເຮົາສາມາດອົດອາຫານໄດ້ຫຼາຍວັນ ຫຼື ເປັນອາທິດ ແຕ່ຖ້າເຮົາຂາດນ້ຳຈະຢູ່ໄດ້ພຽງ 2-3 ວັນເທົ່ານັ້ນ ເພາະຮ່າງກາຍຂອງຄົນເຮົາປະກອບດ້ວຍນໍ້າ 60-75% ຫຼື 3 ໃນ 4 ໂດຍນໍ້າໜັກຮ່າງກາຍຂອງເຮົາເປັນສ່ວນໃຫ່ຍ ການດື່ມ ນໍ້າຊາ, ກາເຟ, ນໍ້າໝາກໄມ້ ແລະ ເຄື່ອງດື່ມຕ່າງໆ ກໍເປັນອີກທາງໜຶ່ງທີ່ຈະໄດ້ນ້ຳ ນອກຈາກນັ້ນ, ໃນການເຜົາຜານອາຫານໃຫ້ເປັນພະລັງງານຂອງຮ່າງກາຍ ກໍ່ຈະໄດ້ນໍ້າເຂົ້າສູ່ໃນຮ່າງກາຍ.

ນ້ຳມີຄວາມສຳຄັນຕໍ່ລະບົບການຍ່ອຍອາຫານ ສານອາຫານຕ່າງໆ ຕ້ອງລະລາຍນ້ຳກ່ອນຈຶ່ງຈະຜ່ານເຍື່ອຫຸ້ມລຳໄສ້ເຂົ້າສູ່ຮ່າງກາຍຕາມກະແສເລືອດ ແລະ ຫຼອດນ້ຳເຫຼືອງໄດ້ນ້ຳຊ່ວຍໃນການຂັບຖ່າຍສານອາຫານທີ່ຮ່າງກາຍບໍ່ຕ້ອງການໃຊ້ອອກຈາກຮ່າງກາຍ ແລະ ຍັງຊ່ວຍຮັກສາລະດັບອຸນຫະພູມຂອງຮ່າງກາຍ, ນ້ຳຢູ່ໃນຮ່າງກາຍຈະຖືກຂັບອອກເປັນເຫື່ອ ແລະ ປັດສະວະທຸກວັນ ສະນັ້ນ, ເຮົາຈຶ່ງຕ້ອງດື່ມນ້ຳໃຫ້ພຽງພໍ ເພື່ອໄປທົດແທນນ້ຳທີ່ຖືກຂັບຖ່າຍອອກ ແລະ ເພື່ອຫຼໍ່ລ້ຽງຮ່າງກາຍທົ່ວໄປໃຫ້ສົດຊື່ນສົມບູນ. ສະນັ້ນ, ນໍ້າຈຶ່ງມີປະໂຫຍດຕໍ່ຮ່າງກາຍ ດັ່ງນີ້:

1 ຊ່ວຍໃຫ້ຜີວໜັງສົດຊື່ນ

2 ຊ່ວຍໃຫ້ປະຕິກິລິຍາເຄມີ ແລະ ການເຜົາຜານອາຫານໃນຮ່າງກາຍເປັນໄປຕາມປົກກະຕິ

3 ຊ່ວຍນຳສານອາຫານໄປລ້ຽງສ່ວນຕ່າງໆ ຂອງຮ່າງກາຍ ແລະ ຊ່ວຍໃນການຂັບຖ່າຍຂອງເສຍອອກຈາກຮ່າງກາຍ

4 ຊ່ວຍໃນການສະສົມອາຫານ ເຊັ່ນ: ໄຂມັນ ຫຼື ໂປຣຕີນ

5 ຊ່ວຍຮັກສາລະດັບອຸນຫະພູມຂອງຮ່າງກາຍ.

ປະລິມານນ້ຳທີ່ຮ່າງກາຍຕ້ອງການຂຶ້ນຢູ່ກັບສະພາບດິນຟ້າ, ອາກາດ ຊະນິດຂອງອາຫານ ແລະ ສະພາບຂອງຮ່າງກາຍ ເຊັ່ນ: ເມື່ອຮັບປະທານອາຫານທີ່ມີໂປຣຕິນສູງ ຫຼື ເມື່ອເຫື່ອອອກຫຼາຍໃນຊ່ວງອາກາດຮ້ອນ ຮ່າງກາຍຈະເສຍນ້ຳຫຼາຍ ຈຶ່ງຕ້ອງການນ້ຳຫຼາຍກວ່າປົກກະຕິ ເວລາເປັນໄຂ້ ຫຼື ຖອກທ້ອງ ກໍຕ້ອງການນ້ຳຫຼາຍຂຶ້ນ ຕາມປົກກະຕິຮ່າງກາຍຕ້ອງການນ້ຳ 1 ລິດຕໍ່ຊົ່ວໂມງ, 1 ແຄຣໍຣີ ຂອງອາຫານທີ່ກິນ ຫຼື ປະມານມື້ໜຶ່ງ 6-8 ຈອກ ໂດຍຄິດລວມທັງອາຫານ ແລະ ເຄື່ອງດື່ມດ້ວຍ ການດື່ມນໍ້າຫຼາຍເກີນໄປບໍ່ເກີດໂທດແຕ່ປະການໃດ

ຂໍ້ມູນຈາກ:healthcarethai