ການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຖ້ຳຈອມອອງ ສໍາເລັດແລ້ວກວ່າ 81%

195

ແຂວງອຸດົມໄຊເລັ່ງຍົກລະດັບເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວຖໍ້າຈອມອອງສໍາເລັດແລ້ວ 81,35%, ເຊິ່ງເລີ່ມກໍ່ສ້າງມາແຕ່ເດືອນກຸມພາ 2018  ແບ່ງອອກເປັນ 2ໄລຍະ ຄາດຈະສໍາເລັດໃນໄວໆນີ້.

ໂຄງການກໍ່ສ້າງ ຍົກລະດັບເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ອື່ນໆ ເຂົ້າຫາແຫລ່ງທ່ອງທ່ຽວທຳມະຊາດ ຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ເຊິງມີຄວາມຍາວທັງຫມົດ 40 ກິໂລແມັດໄດ້ຮັບການປູຢາງ 2 ຊັ້ນ ສຳເລັດແລ້ວ 20 ກິໂລແມັດ, ຮ່ອງລະບາຍນ້ຳສຳເລັດ 61%, ຈຸດຂາຍເຄື່ອງ ແລະ ວາງສະແດງສິນຄ້າ, ເຄື່ອງທີ່ລະນຶກ, ຫ້ອງນ້ຳ, ທາງຍ່າງເຂົ້າຫາປາກຖ້ຳ, ຂັ້ນໄດ ສຳເລັດ 100%. ສ່ວນທາງຍ່າງຈາກປາກຖ້ຳເຂົ້າພາຍໃນຖ້ຳປະມານ 800 ແມັດ ແລະ ສ້າງສຳເລັດແລ້ວ 300 ກວ່າແມັດ ສະຫລຸບລວມແລ້ວ ການກໍ່ສ້າງທັງຫມົດແມ່ນສໍາເລັດແລ້ວ 81,35%.

ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊ ທັງເປັນຫົວໜ້າໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ຖ້ຳຈອມອອງ ກ່າວວ່າ: ໂຄງການກໍ່ສ້າງດັ່ງກ່າວ ແມ່ນໜຶ່ງໃນໂຄງການພັດທະນາພື້ນຖານໂຄງລ່າງ ຂອງວຽກງານທ່ອງທ່ຽວ ຢູ່ແຂວອຸດົມໄຊ ໂດຍທຶນກູ້ຢືມຈາກທະນາຄານພັດທະນາອາຊີ(ADB) ຊຶ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ ເດືອນກຸມພາ 2018 ເປັນຕົ້ນມາ ໂດຍແມ່ນບໍລິສັດ ຈິດຈະເລີນ ກໍ່ສ້າງ ເປັນຜູ້ຮັບເຫມົາ.

ສະເພາະ ເສັ້ນທາງໄລຍະ 40 ກິໂລແມັດດັ່ງກ່າວ ເປັນການກໍ່ສ້າງຊ່ວງທີ 1 ແຕ່ບ້ານຫ້ວຍອຸ່ນ ຫາຖ້ຳຈອມອອງ ຊຶ່ງມີກຳນົດ 27 ເດືອນໃຫ້ສຳເລັດ; ສ່ວນຊ່ວງທີ 2 ແຕ່ທາງແບ່ງ ກິໂລແມັດທີ 24 ບ້ານນໍ້າບໍ່ຕາໄກ່ ຫາ ບ້ານຈອມອອງ ມີຄວາມຍາວ 16 ກິໂລແມັດ ແມ່ນກໍາລັງດຳເນີນການກໍ່ສ້າງ ຕາມສັນຍາແມ່ນ 13 ເດືອນ ກໍຄືຈະໃຫ້ສຳເລັດໃນປີ 2021 ນີ້.

ຂໍ້ມູນຈາກ: ຂ່າວສານປະເທດລາວ