ກະສິກໍາສັ່ງເພີ່ມຄວາມຮັບຜິດຊອບຕໍ່ການຜະລິດ ປີ 2020

316

ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໄດ້ລົງຊຸກຍູ້ຊາວກະສິກອນຢູ່ບັນດາເມືອງຕ່າງໆ ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຜະລິດລະດູແລ້ງປີ 2019 – 2020 ໂດຍສະເພາະແມ່ນການປູກເຂົ້ານາແຊງໃຫ້ໄດ້ 30 ພັນກວ່າເຮັກຕາ.

ສະນັ້ນ, ເພື່ອເຮັດໃຫ້ການຜະລິດລະດູແລ້ງຖ່ວງທັນກັບເວລາ ພະແນກກະສິກໍາ – ປ່າໄມ້ແຂວງ ກໍໄດ້ຈັດສົ່ງພະນັກງານວິຊາການກະສິກໍາດ້ານການປູກຝັງ ແລະ ລ້ຽງສັດ ລົງຕິດຕາມການຜະລິດຂອງປະຊາຊົນຕາມເມືອງຕ່າງໆ ເຊິ່ງໃນນີ້ໄດ້ສັ່ງການໃຫ້ຊາວກະສິກອນມີຄວາມພ້ອມເຂົ້າສູ່ການຜະລິດນາແຊງໃນປີນີ້ໃຫ້ຖ່ວງທັນກັບລະດູການ.

ການຜະລິດນາແຊງ ແລະ ປູກພືດລະດູແລ້ງປີ 2020 ນີ້ ແມ່ນເນັ້ນໃຫ້ຂະແໜງຊົນລະປະທານ, ຂະແໜງປູກຝັງ, ຂະແໜງສົ່ງເລີມເຕັກນິກກະສິກໍາ, ຂະແໜງລ້ຽງສັດສຸມໃສ່ການຜະລິດເຂົ້ານາແຊງ ເພື່ອເປັນບ່ອນອີງໃນການສະເໜີທະນາຄານສະໜອງສິນເຊື່ອໃຫ້ຊາວກະສິກອນ, ກຸ່ມການຜະລິດ. ໃນນີ້, ຂະແໜງຊົນລະປະທານກໍໃຫ້ປຸກລະດົມປະຊາຊົນເຂົ້າຮ່ວມໃນຂະບວນການສ້ອມແປງລະບົບຊົນລະປະທານທີ່ເປ່ເພ ແລະ ອະນາໄມຄອງເໝືອງ, ຈັກສູບນໍ້າໃຫ້ຢູ່ໃນສະພາບດີ ແລະ ນໍາໃຊ້ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດເຂົ້ານາແຊງ.

ດ້ານແນວພັນກໍໃຫ້ເລືອກເອົາແນວພັນດີມານໍາໃຊ້ຖ້າບໍ່ພຽງພໍແມ່ນໃຫ້ພົວພັນນໍາສູນຜະລິດແນວພັນເຂົ້າ ຫຼື ສະຖາບັນຄົ້ນຄວ້າກະສິກໍາ ໂດຍໄດ້ແນະນໍາປະຊາຊົນທໍາການຕົກກ້າໃສ່ພາຖາດ ແລະ ພາຊະນະອື່ນໆຕາມເງື່ອນໄຂ ເພື່ອຫຼີກລຽງຜົນກະທົບຕໍ່ການແຕກໜໍ່ຂອງກ້າ.

ສໍາລັບການລ້ຽງສັດໃຫ້ວິຊາການກະສິກໍາສືບຕໍ່ເຝົ້າລະວັງການແຜ່ລະບາດຂອງສັດ ໂດຍສະເພາະແມ່ນໄຂ້ຫວັດສັດປີກສາຍພັນໃໝ່ ແລະ ການລະບາດຂອງພະຍາດອະຫິວາໝູອາຟຣິກກາ ຖ້າເກີດບ່ອນໃດກໍຮີບຮ້ອນຄວບຄຸມ ແລະ ກໍາຈັດໂດຍໄວ ພ້ອມປະຕິບັດມາດຕະການສະກັດກັ້ນການຄ້າຂາຍແບບບໍ່ຖືກຕ້ອງຕາມຊາຍແດນຢ່າງເຂັ້ມງວດ ເພື່ອສະກັດກັ້ນການລະບາດຂອງພະຍາດສັດຕິດພັນກັບການລະດົມຂະບວນສັກຢາກັນພະຍາດ.