ພະຍາດຕຸ້ຍ ໄພຮ້າຍ ແລະ ຜົນເສຍຕໍ່ລູກນ້ອຍ

139

ການປ່ອຍໃຫ້ລູກນ້ອຍຕຸ້ຍເກີນໄປເປັນການສ້າງບັນຫາທັງດ້ານຮ່າງກາຍ ແລະ ສະພາບຈິດໃຈ ຂອງລູກໃນໄລຍະຍາວໄດ້ ດັ່ງນີ້:

1 ຈຸລັງໄຂມັນໃນຮ່າງກາຍຈະມີຊ່ວງທີ່ຈະເລີນເຕີບໂຕຢູ່ສອງຊ່ວງຄືໄວເດັກ ແລະ ໄວລຸ້ນ ການມີຈຳນວນຈຸລັງໄຂມັນສະສົມຫຼາຍໃນໄວເດັກ ຈະເຮັດໃຫ້ການລຸດນ້ຳໜັກໂຕໃນໄວຜູ້ໃຫຍ່ເຮັດໄດ້ຍາກຫຼາຍຂຶ້ນ ແລະ ຍັງມີແນວໂນ້ມສູງຫຼາຍ ທີ່ເດັກນ້ອຍຈະເຕີບໂຕກາຍເປັນຜູ້ໃຫ່ຍທີ່ມີພາວະນ້ຳໜັກເກີນຕໍ່ໄປ.

2 ເດັກນ້ອຍຕຸ້ຍມັກຈະມີບັນຫາເລື່ອງຄວາມບໍ່ໝັ່ນໃຈໃນໂຕເອງ ເກີດບັນຫາໃນການເຂົ້າສັງຄົມ ຮູ້ສຶກໂດດດ່ຽວ ເຊິ່ງໃນບາງກໍລະນີຄວາມບໍ່ໝັ່ນໃຈເລັກໜ້ອຍອາດຄ່ອຍໆ ສະສົມເປັນປົມບັນຫາ ຈົນກາຍເປັນໂລກຊຶມເສົ້າໄດ້.

3 ເນື່ອງຈາກເດັກຕຸ້ຍມີໄຂມັນສະສົມໃນຮ່າງກາຍສູງ ຈຶ່ງເພີ່ມຄວາມສ່ຽງຕໍ່ການເຮັດວຽກງານຂອງຫົວໃຈ ແລະ ປອດທີ່ຜິດປົກກະຕິ ຫຼື ອາດເກີດພາວະຢຸດຫາຍໃຈຂະນະນອນຫຼັບຈາກພາວະທາງເດີນຫາຍໃຈອຸດຕັນໄດ້.

4 ນ້ຳໜັກເກີນຍັງເຮັດໃຫ້ຮ່າງກາຍມີໂອກາດໄດ້ຮັບບາດເຈັບໄດ້ງ່າຍຂຶ້ນ ເຊັ່ນ: ເກີດອາການຂໍ້ຕໍ່ບາດເຈັບ ຫຼື ການເຈັບກະດູກ ຫຼື ກ້າມຊີ້ນ ເພາະຂໍ້ເຂົ່າ ແລະ ຂໍ້ຕີນຕ້ອງຮັບນ້ຳໜັກໂຕທີ່ຫຼາຍເກີນໄປ

5 ສ່ວນຫຼາຍການມີນ້ຳໜັກເກີນ ມັກຈະມາພ້ອມກັບພະຍາດອື່ນໆ ເຊັ່ນ: ພະຍາດຫົວໃຈ ແລະ ຫຼອດເລືອດ ເດັກນ້ອຍຕຸ້ຍມັກມີຄວາມດັນເລືອດສູງ ໂດຍສະເພາະເດັກທີ່ມີນ້ຳໜັກທຳອິດເກີດໜ້ອຍ ແລະ ຄວາມດັນເລືອດສູງສຳພັນກັບມວນໄຂມັນຢ່າງມີໄນສຳຄັນ ແລະ ມັກເປັນພະຍາດກ່ຽວກັບລະບົບຕ່ອມຂາດທໍ່ ແລະ ເມຕາບໍຊຶມເພາະພົບລະດັບອິນຊູລິນໃນເລືອດສູງ ເກີດພາວະຕໍ່ຕ້ານອິນຊູລິນ ໂດຍພົບຫຼາຍຂຶ້ນຕາມຄວາມຮຸນແຮງຂອງພະຍາດຕຸ້ຍ ແລະ ນຳໄປສູ່ພະຍາດເບົາຫວານຊະນິດທີ 2 ໃນເດັກ ແລະ ໄວລຸ້ນຫຼາຍຂຶ້ນ.

ພໍ່ແມ່ຮູ້ເຖິງຜົນກະທົບໄລຍະຍາວຈາກພະຍາດອ້ວນຕໍ່ລູກຮັກ ຂອງທ່ານແລ້ວ ຈຶ່ງຄວນພະຍາຍາມຫັດນິໄສການກິນ ແລະ ປັບພຶດຕິກຳທີ່ສ່ຽງຕໍ່ການເປັນພະຍາດອ້ວນໃຫ້ລູກຕັ້ງແຕ່ຍັງນ້ອຍ ເພື່ອປ້ອງກັນບໍ່ໃຫ້ພວກເຂົາຕ້ອງມາທົນທໍລະມານກັບພະຍາດອ້ວນເມື່ອເຕີບໃຫຍ່ຂຶ້ນໄປ.

ຂໍ້ມູນຈາກ: Family