ໄຊຍະບູລີ ຂຶ້ນທະບຽນພາຫະນະ ທາງບົກໄດ້ທັງໝົດ 3.756 ຄັນ

147

ຕາມການໃຫ້ຂໍ້ມູນຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຂະແໜງ ຍທຂ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນເອງຮັບຜິດຊອບໄດ້ມີຜົນສໍາເລັດເປັນຢ່າງດີ ເຊິ່ງສະແດງອອກໃນໜຶ່ງປີຜ່ານມາ ສາມາດຂຶ້ນທະບຽນພາຫະນະທາງບົກໄດ້ທັງໝົດ 3.756 ຄັນ.

ພາບປະກອບຂ່າວ

ໃນນັ້ນ, ລົດບັນທຸກສິນຄ້າ 3,5 ໂຕນຂຶ້ນໄປ ມີ 214 ຄັນ, ລົດກະບະ 851 ຄັນ, ລົດຕູ້ 26 ຄັນ, ລົດເກັ໋ງ 71 ຄັນ, ລົດຈັກ 2.561 ຄັນ ແລະ ລົດຈິບ 33 ຄັນ. ພ້ອມດຽວກັນນີ້, ບໍລິມາດຂົນສົ່ງສິນຄ້າຕາມແຜນປີແມ່ນ 410.225 ພັນໂຕນ, ໜຶ່ງປີຜ່ານມາປະຕິບັດໄດ້ 398.100 ພັນໂຕນ ເທົ່າກັບ 97,04% ປະລິມານການຈໍລະຈອນສິນຄ້າແຜນປີ 355.710 ພັນໂຕນຕໍ່ກິໂລແມັດ, ປະຕິບັດ 1 ປີ ໄດ້ 433.867 ພັນໂຕນຕໍ່ກິໂລແມັດ ເທົ່າກັບ 121,97% ບໍລິມາດຂົນສົ່ງໂດຍສານແຜນປີ 130.115 ພັນຄົນ, ປະຕິບັດ 1 ປີໄດ້ 159.916 ພັນຄັນ ເທົ່າກັບ 122,90% ບໍລິມາດຈໍລະຈອນຜູ້ໂດຍສານແຜນການປີ 145.122 ຄົນ, ປະຕິບັດ 1 ປີໄດ້ 184.581 ຄົນຕໍ່ກິໂລແມັດ ເທົ່າກັບ 128,57%.

ພາບປະກອບຂ່າວ
ໃນປັດຈຸບັນທົ່ວແຂວງມີການສ້າງເສັ້ນທາງຄົມມະນາຄົມຍາວທັງໝົດ 3.259,88 ກິໂລແມັດ. ໃນນີ້, ທາງຫຼວງແຫ່ງຊາດຍາວ 511,69 ກິໂລແມັດ ກວມເອົາ 15%, ທາງຫຼວງທ້ອງຖິ່ນຍາວ 2.748 ກິໂລແມັດ, ແຍກທາງເບຕົງ 4,13 ກິໂລແມັດ, ປູຢາງຂົ້ວ 84,95 ກິໂລແມັດ, ປູຢາງ 2 ຊັ້ນ 999,94 ກິໂລແມັດ, ປູຫີນ 1.216,97 ກິໂລແມັດ ແລະ ປູດິນທໍາມະຊາດ 953,90 ກິໂລແມັດ.

ທົ່ວແຂວງໄຊຍະບູລີ ມີເສັ້ນທາງເຂົ້າເຖິງແລ້ວທຸກໆບ້ານ ແລະ ສາມາດທຽວໄດ້ສອງລະດູ ມີ 376 ບ້ານ ກວມເອົາ 86,84%, ທຽວໄດ້ລະດູດຽວ 57 ບ້ານ ກວມເອົາ 13,16%, ມີຂົວທັງໝົດ 153 ແຫ່ງ. ໃນນັ້ນ, ຂົວເບຕົງ 36 ແຫ່ງ, ຂົວເຫຼັກ 11 ແຫ່ງ, ດາໂລ 45 ແຫ່ງ, ຂົວນໍ້າລົ້ນ 61 ແຫ່ງ ແລະ ທໍ່ກົມຂະໜາດຕ່າງໆ 4.413 ແຫ່ງ.