ສວນສາທາລະນະ ສີສົມພອນ ລໍວັນໄຊ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ແຂວງ ບໍລິຄໍາໄຊ

386

ແຂວງ ບໍລິຄໍາໄຊ ນັບວ່າເປັນອີກແຂວງໜຶ່ງຂອງລາວທີ່ມີແຫຼ່ງທ່ອງທ່ຽວຫຼາກຫຼາຍສະຖານທີ່, ມີຫຼາຍໆຢ່າງທີ່ໜ້າສົນໃຈ ແລະ ຄວນໄປສໍາພັດ ບໍວ່າຈະເປັນວິຖີຊີວິດ, ຮີດຄອງປະເພນີ ແຫຼ່ງທ່ອງທ່ຽວຕ່າງໆ ແລະ ຫຼ້າສຸດໃນທ້າຍປີ 2019 ຜ່ານມາກໍໄດ້ເປີດສະຖານທີ່ທ່ອງທ່ຽວແຫຼ່ງໃໝ່ຂຶ້ນຄື ສວນສາທາລະນະ ສີສົມພອນ ລໍວັນໄຊ.

ສວນສາທາລະນະ ສີສົມພອນ ລໍວັນໄຊ ຖືກເປີດຢ່າງເປັນທາງການ ໃນວັນທີ 23 ທັນວາ 2019 ຜ່ານມາ ພາຍຫຼັງ ດໍາເນີນການກໍ່ສ້າງມາຕັ້ງແຕ່ວັນທີ່ 24 ເມສາ 2017 ມາຮອດປະຈຸບັນ ເປັນເວລາ 30 ເດືອນເຕັມ ຢູ່ໃນເນື້ອທີ່ 32.000 ຕາແມັດ, ລວມມູນຄ່າການກໍສ້າງເກືອບ 20 ຕື້ກີບ.

ສວນສາທາລະນະ ສີສົມພອນ ລໍວັນໄຊ ນີ້ຈະກາຍເປັນບ່ອນສັກກາລະບູຊາ ຮູບປັ້ນ ທ່ານ ສີສົມພອນ ລໍວັນໄຊ, ອາດີດຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນຊາວແຂວງບໍລິຄໍາໄຊ ແລະ ປວງຊົນລາວທັງຊາດ ທັງຍັງຈະເປັນສະຖານທີສຶກສາຄວາມຮູ້, ພຶດຕິກໍາຂອງຜູ້ນໍາປະຕິວັດລຸ້ນທໍາອິດ, ມີບ່ອນອອກກໍາລັງກາຍ, ຢ່າງຫຼິ້ນ, ນັ່ງຫຼິ້ນ.

ທ່ານ ສີສົມພອນ ລໍວັນໄຊ ເກີດເມືອວັນທີ່ 7 ກໍລະກົດ 1916 ຢູ່ທີ່ບ້ານສົບການ ຕາແສງຫ້ວຍຄ້າງ ເມືອງຄຳເກີດ ແຂວງຄຳມ່ວນ. ປັດຈຸບັນເປັນບ້ານໂພນງາມ, ເມືອງ ໄຊຈຳພອນ ແຂວງບໍລິຄຳໄຊ, ພໍ່ທອງທ່ານ ຊື່ ທ້າວ ສຸວັນທອງດີ ໃນຊົນຊັ້ນຊາໄຮ່ນາ ເປັນຊົນເຜົ່າເມີ້ຍ ແມ່ຊື່ ນາງ ບຸນມີ, ມີເອື້ອຍ-ອ້າຍນ້ອງຮ່ວມອຸທອນດຽວກັນ 5 ຄົນ ໃນວັນທີ 9 ພຶດສະພາ 1946 ທ່ານ ສີສົມພອນ ລໍວັນໄຊ ໄດ້ເຂົ້າຮ່ວມເຮັດການປະຕິວັດ ເປັນພະນັກງານປຸກລຸກຂົນຂວາຍ ຢູ່ 3 ຕາແສງ ມີຕາແສງເມືອງເກົ່າ, ຕາແສງເມືອງໃໝ່ແລະຕາແສງຫາດຢື້ນ.

ໃນຕົ້ນເດືອນພຶດສະພາ 1950 ຢູ່ທີ່ບ້ານປາກເຫືອງ ເມືອງບໍລິຄັນ ທ່ານ ສີສົມພອນ ລໍວັນໄຊໄດ້ຖືກຮັບເຂົ້າເປັນສະມາຊິກພັກກອມມູນິດອີນດູຈີນຢ່າງສົມກຽດ ຕົ້ນປີ 1952 ທ່ານ ສີສົມພອນ ລໍວັນໄຊ ໄດ້ຖືກກແຕ່ງຕັ້ງເປັນຮອງປະທານແນວລາວອິດສະຫຼະຂັ້ນເມືອງ ຮັບຜິດຊອບວຽກງານທະຫານ ທັງເປັນນາຍດ່ານຮັກສາເຂດລ່ອງນ້ຳຊັນແຕ່ປາກຊັນຈົນຮອດທ່າສີ ເຂດແດນລະຫວ່າງແຂວງບໍລິຄຳໄຂ ແລະ ຊຽງຂວາງ, ວັນທີ່ 13 ເມສາ 1953 ທ່ານ ສີສົມພອນ ລໍວັນໄຊ ໄດ້ຖືກຄັດເລືອກໃຫ້ເປັນຜູ້ແທນແຂວງວຽງຈັນ ໄປຮ່ວມກອງປະຊຸມໃຫຍ່ເພື່ອສ້າງຕັ້ງພັກປະຊາຊົນລາວ ຢູ່ເຂດທີ່ໝັ້ນແຂວງຫົວພັນ

ເມື່ອໄປເຖິງຖານທີ່ໝັ້ນຂອງການປະຕິວັດທ່ານ ສີສົມພອນ ລໍວັນໄຊ ຍັງໄດ້ຖືກແຕ່ງຕັ້ງເປັນຄະນະກຳມະການກະກຽມກອປງະຊຸມໃຫຍ່ສ້າງຕັ້ງພັກ ກອງປະຊຸມໃຫຍ່ຜູ້ແທນຄັ້ງທຳອິດຂອງພັກໄດ້ໄຂຂຶ້ນໃນວັນທີ 22 ມີນາ 1955 ຢູ່ເຂດທີ່ໝັ້ນຂອງແຂວງຫົວພັນ, ວັນທີ່ 16 ເມສາ 1955 ທ່ານໄດ້ຖືກເລືອກຕັ້ງເປັນຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປີ 1956 ທ່ານ ສີສົມພອນ ລໍວັນໄຊ ໄດ້ຖືກບົ່ງຕົວເພີ່ມເຕີມເຂົ້າໃນຄະນະກຳມະການສູນກາງພັກ ແລະ ໄດ້ຖືກເເຕ່ງຕັ້ງເປັນຫົວໜ້າໂຮງຮຽນທິດສະດີ ເປີດຊຸດອົບຮົມສຳຫຼວດກວດກາ, ຄັດເລືອກສະມາ ຊິກພັກກອມມູນິດອີນດູຈີນທີ່ດີເດັ່ນ ເພື່ອໂອນເຂົ້າມາເປັນສະມາຊິກພັກປະຊາຊົນລາວໄດ້ 8 ຊຸດ ປີ 1957 ທ່ານ ສີສົມພອນ ລໍວັນໄຊ ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຄະນະຮັບຜິດຊອບ ຈັດສົ່ງພະນັກງານເຂົ້າລວມລາວ ແລະ ເປັນລັດຖະບານປະສົມ, ສັບຊ້ອນກຳລັງປະກອບອາວູດເພື່ອລວມເຂົ້າກັນຄື: ກອງພັນທີ່ 1 ປະຈຳຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ແລະ ກອງພັນທີ 2 ປະຈຳຢູ່ທົ່ງໄຫຫີນ ແຂວງຊຽງຂວາງ.

ປີດຽວກັນນີ້ ທ່ານໄດ້ຖືກແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການພະນັກງານທົ່ວປະເທດ ( ຄະນະຈັດຕັ້ງສູນກາງພັກ ) ຮັບຜິດຊອບວຽກງານກໍ່ ສ້າງພັກ ປີ 1962 ສູນກາາງພັກໄດ້ມອບໝາຍໃຫ້ທ່ານ ສີສົມພອນ ລໍວັນໄຊ ຍົກຍ້າຍສຳນັກຈັດຕັ້ງສູນກາງພັກໄປຢູ່ຄັງໄຂ ແຂວງຊຽງຂວາງ.

ໃນນັ້ນ ສູນກາງພັກໄດ້ອອກມະຕິແຕ່ງຕັ້ງທ່ານ ສີສົມພອນ ລໍວັນໄຊ ເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ.ວັນທີ 3 ກຸມພາ 1972 ກອປງະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ໄດ້ໄຂຂຶ້ນທີ່ຖ້ຳຜາແດງ, ບ້ານລ່ອງກູ້ ເມືອງວຽງໄຊ , ກອງປະຊຸມຄັ້ງປະຖົມມະລຶກໄດ້ແຕ່ງຕັ້ງ ສະຫາຍ ສີສົມພອນ ລໍວັນໄຊ ເປັນກຳມະກາານກົມການເມືອງສູນກາງພັກ ທັງເປັນຫົວໜ້າຄະນະຕັ້ງສູນກາງພັກ ໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍຜູ້ແທນປະຊາຊົນທົ່ວປະເທດໄດ້ເລືອກຕັ້ງທ່ານ ສີສົມພອນ ລໍວັນໄຊ ເປັນຮອງປະທານສະພາປະຊາຊົນສູງສຸດ ຊຸດທີ 1.

ໃນກອປງະຊຸມໃຫຍ່ຄັ້ງທີ່ IIIF IVຂອງພັກປະຊາຊົນປະຕິວັດລາວໄດ້ໄຂຂຶ້ນ ຢູ່ນະຄອນຫຼວງວຽງຈັນ ທ່ານໄດ້ຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ລວມແລ້ວ 4 ສະໄໝ ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ທ່ານ ສີສົມພອນ ລໍວັນໄຊ ໄດ້ຮັບການເລືອກຕັ້ງເປັນກົມການເມືອງສູນກາງພັກ ມາໃນປີ 1991 ອີງໃສ່ອາຍຸກະສຽນ ສຸຂະພາບ ແລະ ຄວາມປາຖະໜາຂອງທ່ານເອງ ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກໄດ້ເລືອກຕັ້ງເປັນທີ່ປຶກສາກົມການເມືອງສູນກາງພັກ, ເຊິ່ງທ່ານກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການນຳພາລວມຂອງໝູ່ຄະນະດ້ວຍການອຸທິດໝົດເຫືອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດບົດຮຽນອັນອຸດົມຮັ່ງມີຈາກພຶດຕິກຳຂອງຕົນ ເຂົ້າສູ່ການພັດທະນາປະເທດຊາດແຕ່ຕົ້ນ ຕະຫຼອດປາຍ.

ຂ່າວ: ຄັດຈ້ອນຈາກ KPL