ໃໝ່!ຄວນສຶກສາກະສິກຳແນວຕັ້ງໃຊ້ພື້ນທີ່ໜ້ອຍ ແຕ່ໄດ້ຜົນຜະລິດຫຼາຍ

116

ຖ້າຈະໃຫ້ເວົ້າເຖິງການເຮັດກະສິກຳໃນທຸກມື້ນີ້ ຫຼາຍໆທ່ານກໍຈະນຶກເຖິງການປູກຝັງໃນສວນຜັກ ຫຼື ໜານຜັກທີ່ມີການໃຊ້ພື້ນທີ່ເປັນແນວຮາບພຽງໂດຍການຫົດນ້ຳທີ່ໃຊ້ສະປິງເກີ້ ພ້ອມທັ້ງເບິ່ງແຍງເລື່ອງປຸ໋ຍ ແລະສັດຕູພືດຕ່າງໆ.

ຖ້າເຮົາມີພື້ນທີ່ຈຳກັດ ເຮົາຈະສາມາດປູກພືດຜັກໄດ້ຫຼືບໍ່ ຖ້າຫາກພື້ນໃນການປູກພືດຜັກບໍ່ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກທີ່ຫຼາຍຂຶ້ນເຮົາຈະເຮັດແນວໃດ ຕອນນີ້ໃນຕ່າງປະເທດບໍ່ວ່າຈະເປັນສິງກະໂປ ຫຼື ຍີ່ປຸ່ນ ກໍໄດ້ມີການຄົ້ນຄວ້າເລື່ອງການເຮັດກຳສິກຳໃນຮົ່ມ ໂດຍການປູກພືດໃນໂຮງເຮືອນລຽງກັນເປັນຊັ້ນໆ ຫຼື ທີ່ເພິ່ນເອີ້ນກັນວ່າ ກະສິກຳແນວຕັ້ງ.

ເພາະຫຼາຍໆປະເທດກໍມີຂໍ້ຈຳກັດໃນດ້ານພື້ນທີ່ ຈຶ່ງເຮັດໃຫ້ຕ້ອງມີການພັດທະນາໃນເລື່ອງຂອງກະສິກຳໃຫ້ມີຜົນຜະລິດພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ ຕົວຢ່າງ ຖ້າທ່ານມີພື້ນທີ່ປູກແບບທຳມະດາ 1 ໄລ່ ທ່ານກໍ່ຈະໄດ້ຜົນຜະລິດພຽງແຕ່ 1 ໄລ່ ແຕ່ຖ້າທ່ານປູກແບບແນວຕັ້ງໃນພື້ນທີ່ 1 ໄລ່ ທ່ານກໍ່ຈະໄດ້ຜົນຜະລິດທຽບເທົ່າການປູກແບບທຳມະດາເຖິງ 4-5 ໄລ່.

ກະສິກຳແນວຕັ້ງ (Vertical Farm) ເປັນການປູກພືດຜັກແບບຊັ້ນໆ ໃຫ້ນ້ຳ ອາຫານ ແລະແສງໂດຍການຄວບຄຸມຈາກມະນຸດເຮົາທັ້ງໝົດ ການປູກຜັກໃນໂຮງເຮືອນທີ່ມີຫຼັງຄາ ແລະຕາໜ່າງປ້ອງກັນແມງໄມ້ທີ່ຈະເຂົ້າມາກັດກິນພືດຜັກ ຊຶ່ງການວາງພື້ນທີ່ແບບນີ້ຈະເຮັດໃຫ້ທ່ານສາມາດປູກພືດຜັກໄດ້ໂດຍບໍ່ຈຳກັດລະດູການ ແລະຍັງເຮັດໃຫ້ໄດ້ຜົນຜະລິດເປັນຈຳນວນຫຼາຍ ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ.

ຕົວຢ່າງ ປະເທດອາຊີທີ່ນຳເອົາເຕັກນິກນີ້ມາໃຊ້ແມ່ນບໍລິສັດ Skygreens ໃນປະເທດສິງກະໂປ ໄດ້ເລີ່ມມີການເຮັດກະສິກຳແນວຕັ້ງ ໂດຍໃນສິງກະໂປນັ້ນມີເນື້ອທີ່ເຮັດກະສິກຳ 250 ໄລ່ ເປັນເຂດປູກຝັງທຳມະດາ ເຊິ່ງບໍ່ສາມາດໃຫ້ຜົນຜະລິດໄດ້ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ ເພາະສະນັ້ນຈຶ່ງໄດ້ມີແນວຄວາມຄິດໃນການສ້າງກະສິກຳ ແນວຕັ້ງຂຶ້ນ ໂດຍຟາມແຫ່ງນີ້ສາມາດໃຫ້ຜົນຜະລິດເຂົ້າຕະຫຼາດຕໍ່ມື້ໄດ້ເຖິງ 1 ໂຕນ ເຊິ່ງສູງກວ່າຟາມປົກກະຕິ 5 – 10 ເທົ່າເມື່ອທຽບໃສ່ພື້ນທີ່ດຽວກັນ.

ຟາມແຫ່ງນີ້ເຮັດວຽກດ້ວຍລະບົບໄຮໂດຼລິກ ໃຊ້ພະລັງງານ ແລະນໍ້າໜ້ອຍຫຼາຍ ແລະມີເຕັກໂນໂລຊີທີ່ມີຊື່ວ່າ A-Go-Go ເຊິ່ງໂຄງສ້າງຂອງພື້ນທີ່ ທີ່ເຮັດການປູກຝັງນັ້ນຈະເປັນເສົຳ 2 ເສົາ ຄ້ຳກັນຄ້າຍຄືກັບຮູບໂຕ A ໃນແຕ່ລະເສົາຈະມີຄວາມສູງ 6 ແມັດ ມີການຫມູນວຽນເພື່ອໃຫ້ພືດຜັກໄດ້ຮັບປະລິມານນໍ້າ ແລະແສງແດດເທົ່າທຽມກັນ ລະບົບໝູນ ວຽນບໍ່ຈຳເປັນຕ້ອງໃຊ້ໄຟຟ້າ ເພາະວ່າມັນໄດ້ຖືກປະດິດຂຶ້ນມາເພື່ອໃຊ້ລະບົບເຕີ່ມນ້ຳເພື່ອປ່ຽນຮອບ ນ້ຳກໍຈະໝູນວຽນກັບໄປກັບມາ ສ່ວນນ້ຳເສຍຈາກພືດຜັກນັ້ນກໍຈະຖືກໄປໝັກ ແລະສາມາດນຳມາໃຊ້ຄືນໄດ້.

ສ່ວນຫຼັງຄາແມ່ນເປັນພາສຕິກ PVC ໃສ ສາມາດປູກພືດທີ່ມັກອາກາດຮ້ອນຕະຫຼອດປີ. ເຊິ່ງໃນການປູກຝັງແບບປົກກະຕິ ເຊັ່ນ ພື້ນທີ່ເປີດ ບໍ່ສາມາດເຮັດໄດ້ ເນື່ອງຈາກຂໍ້ຈຳກັດຕາມລະດູການ ສິ່ງສຳຄັນປະລິມານໄຟຟ້າທີ່ໃຊ້ໃນການສູບນ້ຳ ນັ້ນມີພຽງແຕ່ 32.000 ກີບຕໍ່ເດືອນ ແລະຕໍ່ 1 ໂຄງສ້າງໂຕ A ເທົ່ານັ້ນ.

ເຊິ່ງທາງ Skygreens ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານສິງກະໂປ ແລະຍັງເປັນແບບຢ່າງກ່ຽວກັບຟາມເຕັກໂນໂລຊີດ້ານກະສິກຳ ໃນອະນາຄົດ Skygreens ກໍໄດ້ຕັ້ງເປົ້າໝາຍທີ່ຈະສົ່ງອອກໄປປະເທດໃກ້ຄຽງເຊັ່ນ: ມາເລເຊຍ, ອິນໂດເນເຊຍ, ຈີນ ແລະເອີຣົບ ໂດຍເນັ້ນການແກ້ໄຂຄວາມຕ້ອງການຂອງຜູ້ບໍລິໂພກທີ່ເພີ່ມຂື້ນ.