ກວດຢາງລົດດ່ວນຖ້າພົບຢາງບວມຄວນປ່ຽນທັນທີ

129

ຫຼັງສະຫຼອງປີໃໝ່ສາກົນ ຄິດວ່າຫຼາຍທ່ານຍັງຄົງພັກຜ່ອນຢູ່ກັບຄອບຄົວ ໂດຍສະເພາະຜູ້ທີ່ຢູ່ຕ່າງແຂວງ. ຄໍລໍາລົດມື້ນີ້ ນໍາສະເໜີຢາງຕີນລົດບວມ ເຊິ່ງເປັນອີກບັນຫາທີ່ເປັນອັນຕະລາຍສຳລັບການຂັບຂີ່ໄວມັກກໍ່ໃຫ້ເກີດຢາງລົດລະເບີດນັ້ນເອງ.

ຢ່າງລົດລະເບີດເກີດມາຈາກຢ່າງບວມເມື່ອຢາງຕີນລົດໃຫຍ່ ມີອາຍຸການໃຊ້ງານຫຼາຍປີຢາງຕີນລົດຈຶ່ງບວມ ເນື່ອງຈາກໂຄງສ້າງຢາງຕີນລົດນັ້ນທີ່ເປັນເສັ້ນໄຍເຫຼັກ ຫຼື ລວດ ຢູ່ທາງໃນຢາງຕີນລົດຖືກອອກແບບມາເພື່ອຮັບແຮງກົດລົງຂອງນໍ້າໜັກລົດ.

ເມື່ອຢາງຕີນລົດບວມສ່ວນໃຫຍ່ຈະເກີດຂຶ້ນບໍລິເວນແກ້ມຢາງຕີນລົດ ( ຂ້າງຢາງ ) ເຊິ່ງເປັນສ່ວນທີ່ຊັ້ນໂຄງສ້າງຢາງຂ້າງໃນເສື່ອມຄຸນນະພາບງ່າຍ ຫາກໄດ້ຮັບແຮງກະທົບຜິດອົງສາ ການຮັບແຮງ ຫຼື ຈາກການຕົກຂຸມທີ່ແລ່ນດ້ວຍຄວາມໄວ ພາໃຫ້ເກີດການກະທົບທີ່ຜິດມຸມຮັບແຮງຂອງໂຄງສ້າງຢາງ. ສະນັ້ນ, ຈຶ່ງເກີດຢາງບວມ ແລະ ມີຄວາມອັນຕະລາຍຖ້າບໍ່ປ່ຽນ ເນື່ອງຈາກຈະພາໃຫ້ຢາງຕີນລົດລະເບີດ ແລະ ເກີດອຸບັດເຫດໄດ້.

ສ່ວນໃນກໍລະນີໜຶ່ງການເກີດການບິດບ້ຽວຂອງຢາງຕີນລົດ ເນື່ອງຈາກໂຄງສ້າງພາຍໃນຂອງຢາງລົດເສື່ອມຄຸນນະພາບ ຫຼື ນຳໃຊ້ຫຼາຍປີ.

ທາງທີ່ດີຄວນປ່ຽນຢາງຕາມອາຍຸໃຊ້ງານທີ່ເໝາະສົມ ເພື່ອຄວາມປອດໄພຂອງຕົວທ່ານເອງ ແລະ ຜູ້ໂດຍສານ ເຊິ່ງຈະສັງເກດຈາກການເບິ່ງລາຍຂອງດອກຢາງ, ການຫຼຸ້ຍຫ້ຽນ ແລະ ການແຕກແຫງຂອງຢາງ ເຊິ່ງຜູ້ຂັບຂີ່ລົດໃຫຍ່ຕ້ອງໝັ່ນກວດກາເປັນປະຈຳ ເພື່ອການເດີນທາງທີ່ປອດໄພ.

ຂໍ້ມູນຈາກ BANK TYRE SHOP