ລາວໂທລະຄົມສາຂາແຂວງສາລະວັນ ມອບພັນທະໃຫ້ລັດ 5 ຕື້ກວ່າກີບ

203

ປີ 2019 ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ສາຂາແຂວງສາລະວັນ ສາມາດເກັບລາຍຮັບໄດ້ 24 ຕື້ກວ່າກີບ ກຳໄລສຸດທິຢູ່ທີ່ 7 ຕື້ກວ່າກີບ. ພ້ອມນີ້, ໄດ້ມອບພັນທະໃຫ້ລັດຖະບານ 5 ຕື້ກວ່າກີບ.

ທ່ານ ຖາວອນ ກິ່ງສັກດາ ຮອງອໍານວຍການ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ສາຂາແຂວງສາລະວັນ ໄດ້ເປີດເຜີຍໃນວັນທີ 26 ທັນວາ ຜ່ານມາວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ລລທ ສາຂາສາລະວັນ ໄດ້ເອົາໃຈໃສ່ເຄື່ອນໄຫວດໍາເນີນທຸລະກິດການໃຫ້ບໍລິການດ້ານໂທລະຄົມມະນາຄົມ ຄຽງຄູ່ກັບການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ການດໍາເນີນທຸລະກິດມີບາດກ້າວຂະຫຍາຍຕົວ ແລະ ມີຜົນສໍາເລັດໃນແຕ່ລະດ້ານເປັນກ້າວໆ, ສາມາດສ້າງລາຍຮັບໄດ້ 24,3 ຕື້ກີບ ເທົ່າກັບ 90% ຂອງແຜນການ, ດ້ານລາຍຈ່າຍປະຕິບັດໄດ້ 17,12 ຕື້ກວ່າກີບ ເທົ່າກັບ 105% ຂອງແຜນການ, ກໍາໄລສຸດທິປະຕິບັດໄດ້ 7,17 ຕື້ ກວ່າກີບ ເທົ່າກັບ 67% ຂອງແຜນການ ແລະ ໄດ້ມອບພັນທະໃຫ້ລັດ 5,26 ຕື້ກວ່າກີບ.

ນອກນີ້, ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ສາຂາແຂວງສາລະວັນ ຍັງໄດ້ຕັ້ງໜ້າປະກອບສ່ວນເງິນຊ່ວຍເຫຼືອສັງຄົມຕະຫຼອດມາ ທັງດ້ານວຽກງານວິຊາສະເພາະ ເປັນຕົ້ນໄດ້ເປີດນໍາໃຊ້ການບໍລິການໂທລະສັບ, ອິນເຕີເນັດຟຣີຢູ່ສູນອົບພະຍົບນໍ້າຖ້ວມ ແລະ ຊ່ວຍເຫຼືອສັງຄົມເປັນວັດຖຸ ແລະ ເງິນສົດ ທັງໄດ້ຊ່ວຍເຫຼືອຄອບຄົວທີ່ຖືກໄພນໍ້າຖ້ວມ ມູນຄ່າ 24 ລ້ານກວ່າກີບ.