ມະນຸດຫ້ອງແອຕ້ອງຮູ້ ການຖະໜອມສາຍຕາໂຕເອງກ່ອນສວາຍເກີນແກ້

234

ແພດຜູ້ຊ່ຽວຊານໄດ້ອອກມາເຕືອນກຸ່ມຄົນໄວເຮັດວຽກ ໂດຍສະເພາະແມ່ນພະນັກງານປະຈຳຫ້ອງ ການທີ່ຕ້ອງນັ່ງຈຶ້ງຢູ່ກັບໂຕະເອກະສານ ຫຼື ໜ້າຈໍຄອມພີວເຕີເປັນເວລາດົນນານຫຼາຍຊົ່ວໂມງ ຊຶ່ງຈະສົ່ງຜົນດ້ານລົບຕໍ່ສຸຂະພາບເປັນຕົ້ນແມ່ນດວງຕາ ແລະກ້າມຊີ້ນ.

ບັນຫາທຳອິດທີ່ຕິດພັນການນັ່ງເຮັດວຽກດົນກໍຄື ອາການຕາແຫ້ງ ປວດຕາ ເຄືອງຕາ ແສບຕາ ຕາແດງ ດວງຕາອ່ອນເພຍ ແລະກ້າມຊີ້ນບໍລິເວນຮອບດວງຕາເຄັ່ງຕຶງເກີນໄປ ຊຶ່ງຈະເຮັດໃຫ້ການເບິ່ງເຫັນບໍ່ຊັດເຈນເທົ່າທີ່ຄວນ ເຊັ່ນ ເຫັນພາບຊ້ອນ ເຫັນສີຜິດແປກຈາກປົກກະຕິ ລວມເຖິງອາການປວດຫົວ ປວດຕົ້ນຄໍ ປວດບາໄຫຼ່ໄປເຖິງແຜ່ນຫຼັງ ບາງຄັ້ງອາດມີອາການວິນວຽນ ແລະປວດຮາກ.

ການໃຊ້ສາຍຕາຈ້ອງເບິ່ງໜ້າຈໍຄອມໃນໄລຍະໃກ້ຈະເຮັດໃຫ້ມ່ານຕາເປີດກວ້າງ ນ້ຳຕາຈຶ່ງແຫ້ງລະເຫີຍໄວກວ່າປົກກະຕິ ດັ່ງນັ້ນ ເວລາໃຊ້ຄອມພີມເຕີ ຈຶ່ງຄວນກະພີບຕາເລື້ອຍໆເພື່ອກະຕຸ້ນການຫຼັ່ງນ້ຳຕາຂອງຕ່ອມນ້ຳຕາຈຶ່ງຈະເຮັດໃຫ້ດວງຕາຊຸ່ມຊື່ນ ການຈ້ອງເບິ່ງຮູບຜ່ານແສງສະທ້ອນຈາກຄອມພີມເຕີຈະມີລັງສີເຮັດໃຫ້ເກີດການລະຄາຍເຄືອງຕໍ່ເຫຍື່ອຕາ ແລະແກ້ວຕາ ທັງນີ້ ກໍຈະເປັນບັນຫາໃນໄລຍະຍາວ.

ວິທີປ້ອງກັນແມ່ນ ຄວນກວດສຸຂະພາບດວງຕາປະຈຳທຸກປີ ພະຍາມປັບສະພາບແວດລ້ອມໃນຫ້ອງເຮັດວຽກເຊັ່ນ ປັບແສງສະຫວ່າງໃຫ້ພຽງພໍ ປັບແສງສະທ້ອນຂອງຈໍຄອມພີມເຕີ ເພີ່ມຄວາມຊຸ່ມເຢັນໃນຫ້ອງເຮັດວຽກດ້ວຍການວາງຈອກນ້ຳ ຫຼື ກະຖາງຕົ້ນໄມ້ນ້ອຍຖ້າຫາກເຮັດວຽກໃນຫ້ອງປັບອາກາດ(ຫ້ອງແອ) ຄອມພີວເຕີຄວນຕັ້ງກົງກັບລະດັບສາຍຕາ ຫຼື ຢູ່ຕ່ຳກວ່າລະດັບສາຍຕາເລັກໜ້ອຍ ຄວນໃຊ້ແວ່ນກັນແສງ uv ແລະເພີ່ມຂະໜາດຕົວອັກສອນເທິ່ງໜ້າຈໍຄອມພິວເຕີ.

ຕ້ອງພັບຕາເລື້ອຍໆປະມານ 16-20 ເທື່ອຕໍ່ນາທີເພື່ອກະຕຸ້ນການເຮັດວຽກຂອງຕ່ອມນ້ຳຕາ ທີ່ສຳຄັນແມ່ນຕ້ອງປັບປ່ຽນທ່ານັ່ງຕະຫຼອດເວລາ ແລະຕ້ອງລຸກຍ່າງ ບິດຄີງ ບິດຂໍ້ຕີນ-ຂໍ້ມື ແລະອື່ນໆເພື່ອປ້ອງກັນພະຍາດມຶນຊາ ແລະນິ້ວລອກ.