ຈະລາຈອນ ນວ ຈະສຸມກຳລັງ 200 ກວ່າສະຫາຍ ໄລຍະສະຫຼອງປີໃໝ່ສາກົນ 2020

248

ພະແນກຈະລາຈອນກຽມພ້ອມກຳລັງ 225 ສະຫາຍ ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນໂອກາດສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020 ລະຫວ່າງວັນທີ 25 ທັນວາ 2019 ຫາ 2 ມັງກອນ 2020 ໂດຍໄດ້ຕັ້ງຈຸດກວດ 23 ຈຸດ.

ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ເພື່ອຮັບປະກັນຄວາມສະຫງົບປອດໄພຮອບດ້ານ ໃນໄລຍະສະເຫຼີມສະຫຼອງຕ້ອນຮັບປີໃໝ່ສາກົນ 2020 ໃຫ້ມີຄວາມເບີກບານມ່ວນຊື່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນດຶງດູດຈັບອົກຈັບໃຈ ໃຫ້ແຂກທີ່ມາທ່ຽວນະຄອນຫຼວງວຽງຈັນ ໃນການສະເຫຼີມສະຫຼອງຂ້າມປີໃໝ່. ກອງກໍາລັງຕຳຫຼວດຈະລາຈອນຈະເພີ່ມທະວີການເຄື່ອນໄຫວວິຊາສະເພາະ, ກຳແໜ້ນສະພາບການ, ແກ້ໄຂຈະລາຈອນແອອັດ ໂດຍນໍາໃຊ້ຫຼັກວິຊາສະເພາະເຂົ້າແກ້ໄຂດ້ວຍວິທີຄ່ອງແຄ້ວ, ຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດ.

ໂດຍຕັ້ງຈຸດກວດກາ 23 ຈຸດຫຼັກ ໂດຍສຸມກຳລັງທັງໝົດ 225 ສະຫາຍ ເພື່ອປະຕິບັດໜ້າທີ່ປ້ອງກັນຕາມຈຸດ, ຕາມປ້ອມ, ກວດກາຄວບຄຸມຄວາມໄວ, ກວດກາທາດເຫຼົ້າ ແລະ ຕັ້ງຈຸດກວດກາ ເພື່ອກ່າວເຕືອນຜູ້ລະເມີດກົດຈະລາຈອນ ເພື່ອສະກັດກັ້ນບໍ່ໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ ເປັນຕົ້ນ: ຖະໜົນໄກສອນພົມວິຫານ, ຖະໜົນສຸພານຸວົງ, ຖະໜົນກຳແພງເມືອງ, ຖະໜົນທ່າເດື່ອ, ຖະໜົນດົງປາຍນາ, ຖະໜົນຄູວຽງ, ຖະໜົນລາດຊະວົງ, ຖະໜົນໂພນຕ້ອງ – ດົງໂດກ, ຖະໜົນອາຊຽນ, ຖະໜົນໂນນຫວາຍ, ຖະໜົນດົງໂດກ, ຖະໜົນ 13 ໃຕ້, ຖະໜົນ 13 ເໜືອ ແລະ ຖະໜົນດົງຄຳຊ້າງ.

ນອກນັ້ນ, ຍັງມີການກວດກາຕາມຈຸດຕ່າງໆໃນຍາມກາງຄືນເພື່ອກວດກາທາດເຫຼົ້າ, ບໍ່ໃສ່ໝວກກັນກະທົບ, ລົດບໍ່ມີປ້າຍ, ປ້າຍຂາດ ແລະ ບໍ່ເສຍຄ່າທາງ ໂດຍເລີ່ມເວລາ 19 ໂມງ ຫາ 2 ໂມງເຊົ້າ ຂອງທຸກໆວັນ ແລະ ຍັງມີປ້ອມຖາວອນປະຈຳການຕະຫຼອດ 24 ຊົ່ວໂມງ ເຊັ່ນ: ປ້ອມຫໍຄຳ, ຫຼັກ 6, ດົງໂດກ, ສີເກີດ, ປ້ອມສະໜາມບິນວັດໄຕ ແລະ ດ່ານຂົວມິດຕະພາບ 1 ອີກດ້ວຍ.

( ຂ່າວ: ກາວຊົ່ງ )