5 ປີຜ່ານມາ ເສດຖະກິດເມືອງໄຊ ຂະຫຍາຍຕົວໃນລະດັບ 7% ຕໍ່ປີ

127
DCIM100MEDIADJI_0021.JPG

ທ່ານ ຫົງທອງ ອິນທະວົງ ຮອງເລຂາພັກເມືອງໄຊ ລາຍງານໃຫ້ຮູ້ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກກອງບັນຊາການ ປກສ ແຂວງອຸດົມໄຊ ຄັ້ງທີ 9 ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ພາຍໃຕ້ການຊີ້ນຳ – ນຳພາຂອງຄະນະບໍລິຫານງານພັກເມືອງ ເຮັດໃຫ້ເມືອງໄຊ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປາກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂຫຼຸດລົງເທື່ອລະກ້າວ, ເສດຖະກິດສືບຕໍ່ມີການເຕີບໂຕຢ່າງຕໍ່ເນື່ອງ, ລວມຍອດຜົນຜະລິດ ແລະ ການບໍລິການພາຍໃນເພີ່ມຂຶ້ນໂດຍສະເລ່ຍ 7% ຕໍ່ປີ, ບັນລຸ 1.132 ຕື້ກີບ, ສະເລ່ຍ 13 ລ້ານກີບຕໍ່ຄົນຕໍ່ປີ.

ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໂດຍສຸມໃສ່ການພັດທະນາພື້ນຖານໂຄງລ່າງ ເພື່ອຮອງຮັບໃຫ້ແກ່ການຜະລິດສິນຄ້າ, ໄດ້ຖືສໍາຄັນວຽກງານກໍ່ສ້າງຮາກຖານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນຕາມທິດ 3 ສ້າງ. ມາຮອດປັດຈຸບັນແກ້ໄຂຄວາມທຸກຍາກໄດ້ 65 ບ້ານ ກວມເອົາ 67,01%, ມີ 11.024 ຄອບຄົວ ບ້ານທຸກຍາກຍັງເຫຼືອ 32 ບ້ານ ກວມເອົາ 32,98%, ມີຄົວເຮືອນທຸກຍາກ 2.497 ຄົວເຮືອນ ເທົ່າກັບ 18,46%, ມີບ້ານພັດທະນາ 33 ບ້ານ ກວມເອົາ 34,02% ຂອງບ້ານທັງໝົດ, ມີຄົວເຮືອນພັດທະນາ 4.444 ຄົວເຮືອນ, ບ້ານທີ່ມີໄຟຟ້າຊົມໃຊ້ທັງໝົດ 89 ບ້ານ ກວມ 92%, ມີເສັ້ນທາງເຂົ້າເຖິງ 97 ບ້ານ, ທາງປູຢາງກວມ 26,44%.