ເງິນໂດລາແຂງແຕ່ເຟດຍັງບໍ່ຫຼຸດດອກເບ້ຍ

102
Hands sort US hundred dollar notes in a suitcase. Photo taken on April 17 2016

ດັດຊະນີໂດລາເຊິ່ງເປັນດັດຊະນີຊີ້ວັດຄວາມເຄື່ອນໄຫວຂອງໂດລາເມື່ອປຽບທຽບກັບເງິນສະກຸນຫຼັກ6ສະກຸນຂອງໂລກໃນກະຕ່າເງິນປັບຂຶ້ນເມື່ອທ້າຍອາທິດທີ່ຜ່ານມາ ແລ ະມີທ່າອ່ຽງສ້າງສະຖິຕິປັບຕົວຂຶ້ນໃນອາທິດນີ້ຫຼາຍທີ່ສຸດໃນຮອບ6ອາທິດ.ຂະນະທີ່ນັກທຸລະກິດຄາດຄະເນວ່າທະນາຄານກາງອາເມຣິກາຫຼືເຟດຈະຍັງບໍ່ປັບຂຶ້ນອັດຕາດອກເບ້ຍໃນໄລຍະນີ້ຫຼັງການລາຍງານຕົວເລກເສດຖະກິດຂອງອາເມຣິກາປະຈໍາໄຕມາດ3ທີ່ມີການຂະຫຍາຍຕົວຫຼາຍກວ່າໄຕມາດ2.

ກະຊວງອຸດສາຫະກໍາ ແລະ ການຄ້າອາເມຣິກາລາຍງານວ່າ:ຕົວເລກປະເມີນຄັ້ງທີ3ເຊິ່ງເປັນຄັ້ງສຸດທ້າຍສໍາລັບການຂະຫຍາຍຕົວຂອງຈີດີພີປະຈໍາໄຕມາດ3ໃນປີ2019ທີ່ລະດັບ2,1%ບໍ່ປ່ຽນແປງຈາກຕົວເລກປະເມີນຄັ້ງທີ2ແຕ່ສູງກວ່າຕົວເລກປະເມີນຄັ້ງທີ1ເຊິ່ງຢູ່ທີ່ລະດັບ1,9%ໂດຍໄດ້ຮັບແຮງສົ່ງເສີມມາຈາກການໃຊ້ຈ່າຍຂອງປະຊາຊົນຕະຫຼອດຮອດການໃຊ້ຈ່າຍຂອງລັດຖະບານ.

ເສດຖະກິດອາເມຣິກາປັບຕົວດີຂຶ້ນໃນໄຕມາດ3ເມື່ອປຽບທຽບກັບໄຕມາດ2ເຊິ່ງມີການຂະຫຍາຍຕົວ2%ຂະນະທີ່ໄຕມາດ1ມີການຂະຫຍາຍຕົວ3,1%.

ນອກຈາກນີ້,ເສດຖະກິດອາເມຣິກາຂະຫຍາຍຕົວ2,6%ໃນໄລຍະຕົ້ນປີນີ້ເນື່ອງຈາກການໃຊ້ຈ່າຍຂອງປະຊາຊົນເພີ່ມຂຶ້ນ3,2%ໃນໄຕມາດ3ສ່ວນການໃຊ້ຈ່າຍຂອງລັດຖະບານເພີ່ມຂຶ້ນ1,7%ແຕ່ການລົງທຶນໃນພາກທຸລະກິດຫຼຸດລົງ2,3%.