ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມວ່າດ້ວຍການປ່ຽນແປງດິນຟ້າອາກາດ

128

ສປປ ລາວ ເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 25  ທີ່ ເມືອງມາດຣິດ, ປະເທດແອັດສະປາຍ ໃນລະຫວ່າງວັນທີ 02-13 ທັນວາ 2019 ໂດຍການເປັນປະທານໜູນວຽນ ຂອງລັດຖະບານຊີເລ ແລະ ເຈົ້າພາບຮ່ວມຂອງລັດຖະບານແອັດສະປາຍ, ສໍາລັບຄະນະຜູ້ແທນຈາກ ສປປ ລາວ ນຳພາໂດຍ ທ່ານ  ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມ ຈາກບັນດາປະເທດ ທີ່ເປັນລັດພາຄີ ຂອງສົນທິສັນຍາດັ່ງກ່າວ ຈຳນວນ 196 ປະເທດ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆ ຈາກທົ່ວໂລກ ຈຳນວນທັງໝົດ 22.354 ຄົນ.

ຈຸດປະສົງ ຂອງ ກອງປະຊຸມ ຄັ້ງນີ້ ແມ່ນເພື່ອສືບຕໍ່​ການປຶກສາຫາລື ກົນໄກດ້ານຕ່າງໆ ເພື່ອກຽມ ຄວາມພ້ອມໃນ​ການຈັດຕັ້ງປະຕິບັດ ສັນຍາປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (Paris Agreement) ໃນປີ 2020 ​ໂດຍ​ສະ​ເພາະ​ການຈັດຕັ້ງປະຕິບັດ ຄາດໝາຍໃນການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ໂດຍມີສ່ວນຮ່ວມນໍາກັນຂອງທຸກພາກສ່ວນ, ທົບທວນ ແລະ ຕີລາຄາການຈັດຕັ້ງປະຕິບັດ ວຽກງານຕ່າງໆ ພາຍໃຕ້ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (United Nations Framework Convention on Climate Change) ແລະ ອະນຸສັນຍາກຽວໂຕ ວ່າດ້ວຍ ການຄວບຄຸມການປ່ອຍທາດອາຍເຮືອນແກ້ວ (Kyoto Protocol).

ກອງ​ປະຊຸມໄດ້ສຸມໃສ່ດຳເນີນ​ການ​ປຶກສາ​ຫາລື ​ແລະ ເຈລະຈາກັນເປັນ 2 ວາລະ ຄື: ລະດັບວິຊາການ ແລະ ລັດຖະມົນຕີ ໂດຍມອບໃຫ້ 2 ຄະນະກຳມະການ ພາຍໃຕ້ ສົນທິສັນຍາ ເປັນຜູ້ດໍາເນີນການ ຄື: ຄະນະກຳມະການ ​ດ້ານ​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ (SBI); ແລະຄະນະ​ກຳມະການ​ ໃຫ້ການ​ແນະນຳ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (SBSTA).

ໃນໄລຍະເຂົ້າຮ່ວມກອງປະຊຸມລະດັບສູງ, ທ່ານ  ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນນາມຫົວໜ້າຄະນະຜູ້ແທນ ສປປ ລາວ ກໍ່ໄດ້ຂຶ້ນກ່າວປາໄສ ໂດຍໄດ້ຊີ້ໃຫ້ເຫັນວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ ບັນຫາການປ່ຽນແປງດິນຟ້າອາກາດ ເຊີ່ງເປັນໄພຂົ່ມຂູ່ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ໄດ້ເຊື່ອມສານເອົາວຽກງານດັ່ງກ່າວ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງຊາດ ລວມທັງ ການສ້າງແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ເພື່ອປະກອບສ່ວນ ແລະ ຈັດຕັ້ງປະຕິບັດສັນຍາປາຣີ ໃນປີ 2020 ຮ່ວມກັບ ປະຊາຄົມໂລກ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ລັດຖະມົນຕີ ສິ່ງແວດລ້ອມ ຂອງປະເທດ ລຸກຊໍາບວກ ເພື່ືອປຶກສາຫາລື ກ່ຽວກັບ ການຮ່ວມມືໃນວຽກງານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໂດຍສະເພາະວຽກງານການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽ​ນແປງ​ດິນ​ຟ້າ​ອາກາດ ຂອງ ສປປ ລາວ, ນອກຈາກນັ້ນ ທາງຄະນະຜູ້ແທນ ຍັງໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງທີ 7 ຂອງບັນດາປະເທດຄູ່ຮ່ວມພັດທະນາໂຄງການກົນໄກການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ (Joint Crediting Mechanism, JCM) ຂອງ​ປະ​ເທດ ຍີ່​ປຸນ ແລະ ເຂົ້າຮ່ວມພິທີເຊັນສັນຍາການສະໜັບສະໜູນທຶນໂຄງການ ໃຫ້ແກ່ ສປປ ລາວ ຈໍານວນ 10 ລ້ານ ໂດລາສະຫະລັດ ລະຫວ່າງ ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ (Green Climate Fund, GCF) ໃນນາມຜູ້ໃຫ້ທຶນ ແລະ ອົງການ ສປຊ ເພື່ອສິ່ງແວດລ້ອມ (UNEP) ໃນນາມຄູ່ຮ່ວມພັດທະນາ.

ແຫຼ່ງຂ່າວຈາກ: MONRE ກຊສ