ອາເມຣິກາຈູດກະແສໃຫ້ເກີດຂໍ້ພິພາດທາງການຄ້າທົ່ວໂລກ

220

ບັນຫາຂໍ້ພິພາດທາງການຄ້າທີ່ຍັງຫາບົດສະຫຼຸບບໍ່ໄດ້ລະຫວ່າງອາເມຣິກາ ແລະ ຈີນທີ່ຍືດເຍື້ອຍາວນານມາປີກວ່າຕະຫຼອດຮອດຍັງບໍ່ມີທ່າທີ່ວ່າຈະຕົກລົງກັນໄດ້ໃນເວລາອັນໃກ້ນີ້ຈົນນໍາໄປສູ່ກໍລະນີພິພາດທາງການຄ້າທີ່ເກີດຂຶ້ນທົ່ວໂລກເຊິ່ງສ່ວນໜຶ່ງເປັນຜົນມາຈາກປະເທດໃດປະເທດໜຶ່ງໃຊ້ນະໂຍບາຍສະກັດກັ້ນການຄ້າກັບປະເທດຄູ່ກໍລະນີຈົນກາຍເປັນຄວາມຂັດແຍ່ງໃນຫຼາຍປະເທດ.

ເມື່ອບໍ່ດົນມານີ້,ຢູເລີ ເອີເມດ ໄດ້ເຜີຍແຜ່ບົດລາຍງານທີ່ຊີ້ບອກວ່ານັບຕັ້ງແຕ່ປີ2008ເປັນຕົ້ນມາບັນດາປະເທດພັດທະນາແລ້ວໃຊ້ນະໂຍບາຍກີດກັ້ນການຄ້າຫຼາຍຂຶ້ນ ແລະ ໃນຈໍານວນນີ້ອາເມຣິກາເປັນປະເທດທີ່ໃຊ້ນະໂຍບາຍສະກັດກັ້ນການຄ້າຫຼາຍທີ່ສຸດຈໍານວນ790ນະໂຍບາຍ,ອັນດັບ2ຄືອິນເດຍ566ນະໂຍບາຍ,ອັນດັບ3ຣັດເຊຍຈໍານວນ423ນະໂຍບາຍ ແລະ ອັນດັບ4ເຢຍລະມັນຈໍານວນ390ນະໂຍບາຍ.

ອັນດັບ5ອັງກິດຈໍານວນ357ນະໂຍບາຍ,ອັນດັບ6ບຣາຊິນ302ນະໂຍບາຍ,ອັນດັບ7ຝຣັ່ງຈໍານວນ262ນະໂຍບາຍ,ອັນດັບ8ຈໍານວນ256ນະໂຍບາຍ,ອັນດັບ9ແມັກຊິກຈໍານວນ103ນະໂຍບາຍ ແລະ ອັນດັບ10ອາຣັບບີຊາອຸດິດຈໍານວນ44ນະໂຍບາຍ.

ສະນັ້ນ,ບໍ່ເປັນສິ່ງທີ່ແປກໃຈວ່າອາເມຣິກາເປັນຄູ່ກໍລະນີກັບຫຼາຍປະເທດເນື່ອງຈາກອາເມຣິກາມີນະໂຍບາຍສະກັດກັ້ນການຄ້າແບບຖີ່ໆແບບນີ້ຕໍ່ເນື່ອງເປັນຕົ້ນຄູ່ກໍລະນີທີ່ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ2ຂອງໂລກຢ່າງຈີນທີ່ໃນໄລຍະນີ້ສ້າງຄວາມປັ່ນປ່ວນໃຫ້ແກ່ບັນດານັກທຸລະກິດໃນຕະຫຼາດຮຸ້ນ ແລະ ຕະຫຼາດທຶນວຸ້ນວາຍໄປໝົດກັບຂໍ້ມູນຂ່າວສານທີ່ປາກົດຕາມໜ້າສື່ສິ່ງພິມຕ່າງໆທົ່ວໂລກ.

ນັກວິເຄາະເກີດຄວາມສັບສົນວ່າຄວາມຈິງແລ້ວການເຈລະຈາການຄ້າລະຫວ່າງອາເມຣິກາ ແລະ ຈີນເພື່ອທີ່ຈະນໍາໄປສູ່ການປິດສາກຄວາມເຄັ່ງຕຶງທາງການຄ້າລະຫວ່າງກັນມີຄວາມຄືບໜ້າຫຼືບໍ່ຄືບໜ້າ,ຍັງຄາອຸປະສັກໃດແດ່ ແລະ ຕ້ອງໃຊ້ເວລາອີກດົນປານໃດຕະຫຼອດອາເມຣິກາ ແລະ ຈີນຈຶ່ງຈະສາມາດຕົກລົງກັນໄດ້ໃນໄລຍະທໍາອິດໄດ້ພາຍໃນປີນີຫຼືບໍ່.

ຄວາມບໍ່ແນ່ນອນນີ້ເຮັດໃຫ້ເມື່ອທ້າຍເດືອນ ພະຈິກທີ່ຜ່ານມາ,ທ່ານ ສີ ຈິ້ນຜິງ ປະທານປະເທດຈີນໄດ້ອອກມາສ້າງຄວາມຈະແຈ້ງດ້ວຍການປະກາດວ່າຈີນຕ້ອງການບັນລຸຂໍ້ຕົກລົງທາງການຄ້າໄລຍະທໍາອິດກັບອາເມຣິກາ ແລະ ພະຍາຍາມຫຼີກເວັ້ນບໍ່ໃຫ້ເກີດບັນຫາການຄ້າລະຫວ່າງກັນ,ແຕ່ຂະນະດຽວກັນຈີນກໍບໍ່ຢ້ານຈະຕ້ອງອອກນະໂຍບາຍໂຕ້ຕອບອາເມຣິກາເມື່ອຈໍາເປັນ.

ນັກວິເຄາະໃຫ້ຮູ້ວ່ານັດໝາຍຕໍ່ທີ່ຈະຕ້ອງຕິດຕາມຢ່າງໃກ້ຊິດຄືວັນທີ15ເດືອນ ທັນວານີ້ເຊິ່ງນະໂຍບາຍຂຶ້ນພາສາສີສິນຄ້ານໍາເຂົ້າຈາກຈີນຂອງອາເມຣິກາມູນຄ່າ156.000ລ້ານໂດລາຈະມີຜົນບັງຄັບໃຊ້.

ປັດຈຸບັນເດີມພັນການເຈລະຈາການຄ້າລະຫວ່າງອາມຣິກາ ແລະ ຈີນສູງຂຶ້ນຫຼາຍ,ນັບຕັ້ງແຕ່ທັງ2ຝ່າຍພະຍາຍາມປຶກສາຫາລືຮ່ວມກັນມາເພື່ອຜ່າທາງຕັນເລື່ອງນີ້ ແລະ ຕ່າງກໍບອບຊໍ້າເພາະການໂຕ້ຕອບກັນໄປມາດ້ວຍນະໂຍບາຍພາສີີທີ່ສໍາຄັນຈີນອາດຈະຖືກເກັບພາສີຮອບໃໝ່ໃນທ້າຍອາທິດນີ້ຫາກບໍ່ສາມາດບັນລຸຂໍ້ຕົກລົງການຄ້າກັບອາເມຣິກາໄດ້,ນັ້ນເທົ່າກັບວ່າຈີນເຊິ່ງມີເສດຖະກິດຂະຫຍາຍຕົວໃນອັດຕາຕໍ່າທີ່ສຸດໃນຮອບຫຼາຍສິບປີຕ້ອງແບກຮັບພາລະທາງເສດຖະກິດເພີ່ມເຕີມ.

ສ່ວນອາເມຣິກາເຊິ່ງຕ້ອງການຫຼີກເວັ້ນການສ້າງຕົ້ນທຶນທາງເສດຖະກິດສູງຂຶ້ນ ແລະ ບໍ່ຕ້ອງການໃຫ້ປະຊາຊົນອາເມຣິກາໄດ້ຮັບຜົນກະທົບໃນໄລຍະໃກ້ເລືອກຕັ້ງປະທານາທິບໍດີອາເມຣິກາໃນປີໜ້າກໍເສຍຜົນປະໂຫຍດບໍ່ໜ້ອຍໄປກວ່າກັນ.