ຊີເກມ 2019 ຈົບແລ້ວ ລາວຍາດໄດ້ 1 ຫຼຽນຄໍາ 5 ຫຼຽນເງິນ ແລະ 28 ຫຼຽນທອງ ເບິ່ງລາຍຊື່ຜູ້ໄດ້ຫຼຽນ

230

ງານມະຫະກໍາກີລາຊີເກມ ຄັ້ງທີ 30 ລະຫວ່າງວັນທີ 30 ພະຈິກ – 11 ທັນວາ 2019 ເຈົ້າພາບ ຟິລິບປິນ ກໍານົດໃຫ້ຊີງໄຊ 529 ລາຍການ ຈາກ 56 ປະເພດກີລາ ແລະ ມາຮອດຕອນເຊົ້າຂອງວັນທີ 11 ທັນວາ 2019 ການແຂ່ງຂັນໃນແຕ່ລະປະເທດກີລາແມ່ນແຂ່ງຂັນສໍາເລັດຢ່າງເປັນທາງການ.

ປາກົດວ່າ: ຟິລິບປິນ ບໍ່ພາດເປັນເຈົ້າຄອງຫຼຽນຄໍາ ອີກຄັ້ງໃນຮອບ 14 ປີ 149 ຫຼຽນຄໍາ, 118 ຫຼຽນເງິນ ແລະ 120 ຫຼຽນທອງ ໜີຫ່າງອັນດັບ 2 ໄປຂາດລອຍຢ່າງ ຫວຽດນາມ ມີ 98 ຫຼຽນຄໍາ, 85 ຫຼຽນເງິນ ແລະ 105 ຫຼຽນທອງ.

ສໍາລັບ ສປປ ລາວ ກໍານົດສົ່ງຄະນະນຳ, ກຳມະການຕັດສິນ, ຄູຝຶກ ແລະ ທັບນັກກີລາ ຈຳນວນ 370 ຄົນ ພ້ອມຕັ້ງເປົ້າໝາຍ 2 ຫຼຽນຄຳ ແລະ ກຳນົດເອົາ 25 ປະເພດກີລາເຂົ້າຮ່ວມແຂ່ງຂັນ ປາກົດວ່າ: ຄວ້າ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 28 ຫຼຽນທອງ ຢູ່ອັນດັບທີ 10 ຂອງຕາຕະລາງຈາກ 11 ປະເທດເຂົ້າຮ່ວມ ຫຼຸດເປົ້າໝາຍໄປຫວຸດຫວິດ ແລະ ສ້າງຜົນງານຕົກຕໍ່າກວ່າ ຊີເກມ 2017 ຍາດມາໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 21 ຫຼຽນທອງ ຈັດຢູ່ອັນດັບທີ 9.

ໂດຍຊີເກມ 2019 ທັບນັກກີລາລາວ ໄດ້ 1 ຫຼຽນຄໍາຈາກ ທ້າວ ສຸກັນ ໄຕປັນຍາວົງ ນັກກິລາຄິກບ໊ອກຊິ້ງ ຮຸ່ນນໍ້າໜັກບໍ່ເກີນ -60 ກິໂລ, ສ່ວນ 5 ຫຼຽນເງິນໄດ້ຈາກ ມວຍລາວ 1 ຫຼຽນ, ລົດຖີບ 1 ຫຼຽນ, ເປຕັງ 1 ຫຼຽນ ແລະ ຢູໂດ 2 ຫຼຽນ. ຂະນະທີ 28 ຫຼຽນທອງໄດ້ຈາກ ຢູໂດ 1 ຫຼຽນ, ມວຍປໍ້າ 3 ຫຼຽນ, ຄິກບ໊ອກຊິ້ງ 3 ຫຼຽນ, ສະນຸກເກີ 1 ຫຼຽນ, ແລ່ນ-ລານ 1 ຫຼຽນ, ຄາຣາເຕໂດ 2 ຫຼຽນ, ເທຄວັນໂດ 2 ຫຼຽນ, ມວຍ 2 ຫຼຽນ, ຊອຟເທັນນິສ 1 ຫຼຽນ, ເປຕັງ 3 ຫຼຽນ, ກີລາຜ່ານສິ່ງກີດຂວາງ 1 ຫຼຽນ, ປັນຈັກສີລັດ 3 ຫຼຽນ, ວູຊູ 3 ຫຼຽນ ແລະ ກະຕໍ້ 2 ຫຼຽນ (ເບິ່ງລາຍຊື່ຕາມຮູບລຸ່ມນີ້)

ເຂົ້າຮອບຊີງຫຼຽນຄໍາ 6 ລາຍການ ຊະນະໄດ້ 1 ລາຍການ

(ຄໍາສອນ; ຮູບຈາກ: ສຸກັນ ໄຕປັນຍາວົງ ແລະ 2019seagames.com )