ພັດທະນາການສຶກສາຂອງຈີນ

159

ອາລີບາບາ ອີຄອມເມີດ ບໍລິສັດຍັກໃຫຍ່ຂອງຈີນ ໃຊ້ເວລາພຽງບໍ່ດົນໃນການສ້າງອານາຈັກທີ່ຍິ່ງໃຫຍ່ດ້ວຍມູນຄ່າທຸລະກິດຫຼາຍຮ້ອຍຕື້ໂດລາສະຫະລັດ.

ການທີ່ທຸລະກິດຂອງຈີນ ກ້າວສູ່ຄວາມສຳເລັດໄດ້ຢ່າງກ້າວກະໂດດແບບນີ້ຄຳຕອບແມ່ນຍ້ອນ “ ຄົນ ” ເຊິ່ງການພັດທະນາຄົນຂອງຈີນ ຜ່ານລະບົບການສຶກສາ.

ລະບົບການສຶກສາຂອງຈີນແບ່ງເປັນ 3 ກຸ່ມ ຄື: ການສຶກສາຂັ້ນພື້ນຖານ, ການສຶກສາຂັ້ນອຸດົມສຶກສາ ແລະ ການສຶກສາຜູ້ໃຫຍ່ ໂດຍການສຶກສາພາກບັງຄັບກຳນົດໃຫ້ເດັກນັກຮຽນທຸກຄົນຢູ່ໃນລະບົບຢ່າງໜ້ອຍ 9 ປີ ທີ່ໜ້າສົນໃຈຄືແນວຄິດ ແລະ ການໄປສູ່ການປະຕິບັດທີ່ເຮັດໄດ້ແທ້ ແລະ ວັດຜົນໄດ້, ເປີດໂອກາດໃຫ້ແຕ່ລະທ້ອງຖິ່ນຈັດການສຶກສາທີ່ເໝາະສົມກັບແຕ່ລະພື້ນທີ່, ແຕ່ຂະນະດຽວກັນຕ້ອງບໍ່ພາດທີ່ຈະຕອບໂຈດໃຫຍ່ທິດທາງຂອງປະເທດໃຫ້ໄດ້.

ໃນກໍລະນີໂຮງຮຽນລະດັບປະຖົມ ແລະ ມັດທະຍົມໃນຈີນ ເລີ່ມສອນຫຼັກສູດດ້ານການລົງທຶນໃນໄລຍະບໍ່ເທົ່າໃດປີມານີ້ ເພາະຕ້ອງການໃຫ້ເດັກນ້ອຍເຕີບໂຕມາດ້ວຍທັກສະ ແລະ ມຸມມອງທາງທຸລະກິດລະຫວ່າງການຮຽນ – ການສອນ ຈັດໃຫ້ມີກິດຈະກຳພານັກຮຽນໄປທັດສະນະສຶກສາທ່ຽວຊົມສະຖາບັນການເງິນ ແລະ ຕະຫຼາດຫຼັກຊັບ ເພື່ອເປີດໂອກາດໃຫ້ໄດ້ປຶກສາກັບຜູ້ຊ່ຽວຊານດ້ານການເງິນການລົງທຶນ ຫຼື ຈະເປັນການຈັດການຮຽນ – ການສອນຂອງໂຮງຮຽນລະດັບມັດທະຍົມຕົ້ນໃນມະຫາວິທະຍາໄລກວາງຕຸ້ງ ທີ່ເປີດຫຼັກສູດການລົງທຶນຂຶ້ນມາໂດຍສະເພາະ.

ການສຶກສາຈີນ ຍຸກໃໝ່ຈຶ່ງມີຄວາມຄາດຫວັງໃຫ້ໄວໜຸ່ມທີ່ຈະເຕີບໂຕໄປເປັນພະລັງຂັບເຄື່ອນປະເທດໃນອະນາຄົດ ຕ້ອງມີອາວຸດເຕັກໂນໂລຊີທີ່ຄົບເຄື່ອງ, ຫຼາຍມະຫາວິທະຍາໄລເລີ່ມນຳຫຼັກສູດການຂຽນໂປຣແກຣມບັນຈຸເຂົ້າເປັນສ່ວນໜຶ່ງຂອງການຮຽນ – ການສອນ ລວມເຖິງພັດທະນາທັກສະພາສາຕ່າງປະເທດ.

ຈາກນະໂຍບາຍການສຶກສາໃນພາບໃຫຍ່ສູ່ການນຳໄປປະຕິບັດໃນແບບທີ່ວ່າ “ ເສື້ອຜືນດຽວໃສ່ນຳກັນໄດ້ທຸກຄົນ ” ເປີດທາງໃຫ້ທ້ອງຖິ່ນໄດ້ຄິດ ແລະ ພັດທະນາການສຶກສາທີ່ເໝາະກັບແຕ່ລະເຂດແລ້ວ ອີກຫົວໃຈສຳຄັນຂອງການຈັດການສຶກສາໃນຈີນ ມາຈາກການພັດທະນາ “ ຄູ ” ໃນໄລຍະຫຼາຍປີທີ່ີຜ່ານມາ ຈີນທຸ່ມງົບປະມານເປັນຈຳນວນຫຼາຍເພື່ອພັດທະນາຄູໃຫ້ໄດ້ຄຸນນະພາບ.

ການຄອງແຊັມເປັນມະຫາວິທະຍາໄລທີ່ດີທີ່ສຸດໃນພາກພື້ນອາຊີປະຈຳປີ 2019 ຂອງມະຫາວິທະຍາໄລຊິນຫົວ ປະເທດຈີນ ຈາກມະຫາວິທະຍາໄລ 400 ແຫ່ງ ໃນ 27 ປະເທດພາກພື້ນອາຊີ ເປັນສິ່ງຢືນຢັນວ່າຈີນ ກ້າວມາໄກແລ້ວແຊງໜ້າມະຫາວິທະຍາໄລສິງກະໂປ ທີ່ຄອງແຊັມມາດົນນານລົງໄດ້, ຈຳນວນນັກສຶກສາຕ່າງຊາດຫຼາຍກວ່າ 60 ພັນຄົນໃນຈີນ ສະແດງໃຫ້ເຫັນວ່າການຮຽນ – ການສອນໃນຈີນ ເປັນທີ່ຍອມຮັບໃນລະດັບສາກົນ ທັງໃນສາຂາວິທະຍາສາດສັງຄົມ ແລະ ເຕັກໂນໂລຊີ, ວິສະວະກຳສາດ, ວິທະຍາສາດ, ການແພດ, ນະວັດຕະກຳ ແລະ ທີ່ລ້ຳໄປກວ່ານັ້ນຄືການປ່ອຍຍານສຳຫຼວດດວງຈັນ “ ສາງເອີ 4 ” ໄປສຳຫຼວດພື້ນຜິວຂອງດວງຈັນໄດ້ເປັນຜົນສຳເລັດ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: prachachat