ຊີ້ນໝູລົ້ນຕະຫຼາດອາເມຣິກາລາຄາຕົກຕໍ່າຕໍ່ເນື່ອງ

89

ກະສິກອນຜູ້ລ້ຽງໝູໃນອາເມຣິກາຕ້ອງທົນທຸກກັບລາຄາໝູຕົກຕໍ່າ ແລະ ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງຈາກປະລິມານອຸປະທານຈໍານວນຫຼາຍໃນອາເມຣິກາ.

ສໍານັກຂ່າວບລູມເບິກລາຍງານວ່າ:ກະສິກອນຜູ້ລ້ຽງໝູອາເມຣິກາບໍ່ໄດ້ຮັບປະໂຫຍດຈາກການລະບາດຂອງພະຍາດໝູອາຟຣິກາໃນຫຼາຍປະເທດເນື່ອງຈາກປະລິມານໝູທີ່ລ້ຽງໄວ້ທົ່ວປະເທດເກີນຄວາມຕ້ອງການຂອງຕະຫຼາດ ແລະ ກາຍເປັນແຮງກົດດັນລາຄາໂດຍຂໍ້ມູນກະຊວງກະສິກໍາອາເມຣິກາພົບວ່າລາຄາໝູມີຊີວິດໃນເດືອນ ພະຈິກປີນີ້ຢູ່ທີ່43,57ເຊັນຕໍ່ປອນເຊິ່ງເປັນລາຄາທີ່ຕໍ່າທີ່ສຸດນັບຕັ້ງແຕ່ປີ2003ຫຼຸດລົງ9%ຈາກໄລຍະດຽວກັນຂອງປີ2018.

ນອກຈາກນີ້ຍັງພົບວ່າອາເມຣິກາມີອຸປະທານໝູໃນປະເທດຫຼາຍເຖິງ77ລ້ານໂຕໃນເດືອນ ກັນຍາທີ່ຜ່ານມາເຊິ່ງເປັນປະລິມານທີ່ຫຼາຍທີ່ສຸດນັບຕັ້ງແຕ່ປີ1943.

ຢ່າງໃດກໍຕາມ,ບໍລິສັດຜະລິດອາຫານລາຍໃຫຍ່ຂອງອາເມຣິກາຍັງກັງວົນຕໍ່ອັດຕາພາສີນໍາເຂົ້າຂອງຈີນຈາກເລື່ອງຄວາມເຄັ່ງຕຶງທາງການຄ້າກັບອາເມຣິກາໂດຍສໍານັກຂ່າວຣອຍເຕີລາຍງານວ່າບໍລິສັດສົ່ງອອກອາຫານແປຮູບຈະໄດ້ຮັບຜົນກະທົບຈາກການຂຶ້ນພາສີນໍາເຂົ້າເຊິ່ງສົ່ງຜົນໃຫ້ຊີ້ນໝູນໍາເຂົ້າຈາກອາເມຣິກາໃນຈີນມີລາຄາແພງກວ່າປະເທດອື່ນ.