ສຸລິໄຊ ນັກມວຍລາວ ເສຍນ໊ອກ ນັກມວຍມາເລເຊຍ ພາດຫຼຽນຄໍາ ມວຍໃນຊີເກມ

104

ຫຼ້າສຸດ ສຸລິໄຊ ສິງສະຫວັດ ນັກມວຍລາວຄວາມຫວັງຂຶ້ນຊົກຮອບຊີງຫຼຽນຄໍາ ເສຍນ໊ອກໃຫ້ກັບ ນັກມວຍຈາກ ມາເລເຊຍ ໃນຍົກທໍາອິດ ພາດຫຼຽນຄໍາໄປຢ່າງໜ້າເສຍດາຍ.
ໃນຊີເກມ 2019 ສຸລິໄຊ ກາຍເປັນຄວາມຫວັງຫຼຽນຄໍາຂອງ ທັບນັກກີລາລາວ ໄປເລີຍໂດຍຂຶ້ນຊົກຮອບທໍາອິດ ສາມາດເອົາຊະນະ THAPTHAN RATCHAPHON ນັກມວຍຈາກໄທ ໄປຫວຸດຫວິດ 2-1 ຍົກ ( 10-9, 9-10 ແລະ 10-9 ), ເຂົ້າຮອບ 4 ຄົນສຸດທ້າຍພົບກັບ LE HOANG DUC ຈາກຫວຽດນາມ ກ່ອນຈະພິກເອົາຊະນະ 2-1 ( 9-10, 10-9 ແລະ 10-9 ) ເຮັດໃຫ້ ສຸຸລິໄຊ ໄປຊີງຫຼຽນຄຳກັບ MASDOR MOHAMMAD ນັກມວຍມາເລຍ ທີ່ເອົາຊະນະນ໊ອກ ນັກມວຍເຈົ້າພາບ.

ໂດຍນັດຊີງແຂ່ງຂັນວັນທີ 8 ທັນວາ ເວລາ 14:00 ໂມງ ປາກົດວ່າ: ສຸລິໄຊ ສູ້ກັບນັກມວຍ ມາເລເຊຍ ໄດ້ດີ ເຖິງວ່າຮູບຮ່າງຈະໜ້ອຍກວ່າເລັກໜ້ອຍ, ແຕ່ເຫດການບໍ່ຄາດຝັນເກີດຂຶ້ນ ຫຼັງຈາກທີ່ ສຸລິໄຊ ເດີນໜ້າຕີ ກ່ອນເຂົ້າສູ່ໄລຍະທ້າຍຍົກທໍາອິດກ່ອນໝົດເວລາ 4 ວິນາທີ ນັກມວຍມາເລເຊຍ ນ໊ອກ ສຸລິໄຊ ກ່ອນກໍາມະການ ຢຸດຕິການແຂ່ງຂັນ ເຮັດໃຫ້ ສຸລິໄຊ ພາດຫຼຽນຄໍາໄປອີກກີລາ ແລະ ໄດ້ຫຼຽນເງິນມາຄອງ.

ຈາກຫຼຽນດັ່ງກ່າວເຮັດໃຫ້ ທັບນັກກີລາລາວ ຍາດມາໄດ້ແລ້ວ 4 ຫຼຽນເງິນ ແລະ 16 ຫຼຽນທອງ ຢູ່ອັນດັບທີ 10 ຂອງຕາຕະລາງ, ສ່ວນຜູ້ນໍາໃນຕາຕະລາງສະຫຼຸບຫຼຽນໃນງານມະຫະກໍາກີລາຊີເກມ 2019 ຍັງເປັນຂອງເຈົ້າພາບ ຟິລິບປິນ ກວາດໄປແລ້ວ 93 ຫຼຽນຄໍາ, 70 ຫຼຽນເງິນ ແລະ 75 ຫຼຽນທອງ ( ອັນເດດເວລາ 14:30 ໂມງຂອງວັນທີ 8 ທັນວາ 2019 ), ອັນດັບ 2 ອິນໂດເນເຊຍ 62 ຫຼຽນຄໍາ, 55 ຫຼຽນເງິນ ແລະ 70 ຫຼຽນທອງ; ອັນດັບ 3 ຫວຽດນາມ 50 ຫຼຽນຄໍາ, 53 ຫຼຽນເງິນ ແລະ 65 ຫຼຽນທອງ; ສ່ວນ ຕີມໍ ເລັສເຕ ຢູ່ອັນດັບສຸດທ້າຍຍັງບໍ່ມີຈັກຫຼຽນ.

ຮູບຈາກ: ເກາະຕິດ Sea Games 30