ຊີເກມ 2019 ປາກຽວ ຮັບບົດບາດຈູດໄຟເປີດການທາງການເສົານີ້, ທັບນັກກີລາລາວ ພ້ອມລຸຍ

152

ງານມະຫະກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ຈະມີພິທີເປີດການແຂ່ງຂັນຂຶ້ນຢ່າງເປັນທາງການໃນວັນເສົາທີ 30 ພະຈິກ 2019 ທີ່ສະໜາມ ຟິລິປິນ ອາຣີນາ ບັນຈຸໄດ້ 55.000 ທີ່ນັ່ງ ຄາດຈະມີຫຼາຍສິ່ງທີ່ໜ້າຈັບຕາ ໂດຍສະເພາະ ແມນນີ ປາກຽວ ນັກມວຍເບີ 1 ຂອງ ຟິລິບ ຈະຮັບໜ້າທີ່ເປັນຄົນຈູດໄຟເປີດການແຂ່ງຂັນຢ່າງເປັນທາງການ, ຂະນະທີ ຄະນະນໍາ ນັກກີລາລາວ ໄດ້ອອກເດີນທາງຮອດຈຸດໝາຍເປັນທີ່ຮຽບຮ້ອຍ ແລະ ຄາດນັກກີລາເປຕັງ ຈະຮັບກຽດຖືທຸງຊາດລາວ ໃນພິທີສວນສະໜາມຂອງງານເປີດການແຂ່ງຂັນ.

ຟິລິບປິນ ກໍານົດໃຫ້ຊີງໄຊ 529 ລາຍການ ຈາກ 56 ປະເພດກີລາ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 30 ລະຫວ່າງວັນທີ 30 ພະຈິກ – 11 ທັນວາ 2019 ໂດຍຈະມີພິທີເປີດການແຂ່ງຂັນຢ່າງເປັນທາງການ ໃນວັນທີ 30 ພະຈິກນີ້ ພິເສດມີການຢືນຢັນທາງການແລ້ວວ່າ ແມນນີ ປາກຽວ ນັກມວຍທີ່ມີຊື່ສຽງຂອງໂລກ ຮັບໜ້າທີ່ເປັນຄົນຈູດໄຟຢ່າງເປັນທາງການ

ນອກນັ້ນ ໃນພິທີເປີດຍັງຈະມີ ລາຍການການສະແດງເອກະລັກຕ່າງໆຂອງ ຟິລິບປິນ ລວມເຖິງໄດ້ມີການຢືນຢັນແລ້ວວ່າ: ແບລັກອາຍ ພີສ ວົງຮິບຮອບຊື່ດັງ ນໍາໂດຍ ແອບເພິລ.ດີ.ແອບ ນັກຮ້ອງລູກເຄິ່ງຟິລິບປິນ – ອາເມຣິກາ ຈະມາຮ່ວມສ້າງຄວາມເບີກບານມ່ວນຊື່ໃຫ້ກັບຜູ້ຊົມ ໃນພິທີເປີດການແຂ່ງຂັນ ຮ່ວມກັບຄົນທີ່ມີຊື່ສຽງຂອງ ຟິລິບປິນ ຢ່າງຫຼວງຫຼາຍ.

ສໍາລັບຄວາມເຄື່ອນໄຫວຂອງ ທັບນັກກີລາລາວ ຫຼ້າສຸດໃນຕອນເຊົ້າວັນທີ 27 ພະຈິກ ຜ່ານມາ ທີ່ສະໜາມບິນສາກົນ (ວັດໄຕ), ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະທານຄະນະນຳພາທັບນັກກີລາທີມຊາດລາວ ໄດ້ນໍາພາທີມທັບນັກກີລາລາວຈໍານວນໜຶ່ງ ມຸ່ງໜ້າເຂົ້າຮ່ວມງານກີລາ ຊີເກມ ທີ່ປະເທດຟິລິບປິນ ຢ່າງເປັນທາງການ, ສ່ວນອີກກີລາບາງຊະນະນິດແມ່ນໄດ້ອອກເດີນທາງໄປກ່ອນໜ້ານັ້ນ, ຄາດ ທ່ານ ສຸລະສິດ ຄໍາວົງສາ ເຈົ້າຂອງຫຼຽນຄໍາເປຕັງ ໃນຊີເກມ 2013 ຈະຮັບກຽດຖືທຸງຊາດລາວ ໃນພິທີເປີດ.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ໃຫ້ສຳພາດວ່າ: ສຳລັບຄະນະນັກກີລາເຂົ້າຮ່ວມໃນຄັ້ງນີ້ ໄດ້ມີຄວາມກຽມພ້ອມຮອບດ້ານ ໂດຍສະເພາະໄດ້ຈັດຂະບວນທັບນັກກີລາອອກເດີນທາງເປັນໄລຍະ ຈະບໍ່ໄດ້ໄປພ້ອມກັນ, ເຊິ່ງທາງເຈົ້າພາບ ໄດ້ຈັດໃຫ້ນັກກີລາແຕ່ລະປະເພດ ໄປຮອດງານແຂ່ງຂັນກ່ອນ 2 ມື້ ໂດຍທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ຈະຮອດຟິລິບປິນ ໃນວັນດັ່ງກ່າວ, ເຊິ່ງໄດ້ໄປພົບປະ ແລະ ໃຫ້ກຳລັງໃຈທັບນັກກີລາລາວ ກ່ອນເຂົ້າຮ່ວມງານເປີດການແຂ່ງຂັນຢ່າງເປັນທາງການ ແລະ ພ້ອມກັນສ້າງຜົນສຳເລັດຕາມເປົ້າໝາຍ ທີ່ສປປ ລາວ ຕັ້ງເປົ້າໄວ້ທີ 2 ຫຼຽນຄຳ.

ສໍາລັບ ສປປ ລາວ ກໍານົດສົ່ງຄະນະນຳ, ກຳມະການຕັດສິນ, ຄູຝຶກ ແລະ ທັບນັກກີລາ ຈຳນວນ 370 ຄົນ ພ້ອມຕັ້ງເປົ້າໝາຍ 2 ຫຼຽນຄຳ ແລະ ກຳນົດເອົາ 25 ປະເພດກີລາເຂົ້າຮ່ວມແຂ່ງຂັນ ສະເພາະນຳໃຊ້ງົບປະມານຂອງລັດຖະບານ ຈຳນວນ 18 ປະເພດກີລາ ຈາກທັງໝົດ 230 ຄົນ ແລະ ບັນດາສະຫະພັນກິລາແຫ່ງຊາດ ຮັບຜິດຊອບກຸ້ມຕົນເອງ ມີ 7 ປະເພດກີລາ ຈາກທັງໝົດຈຳນວນ 140 ຄົນ, ເຊິ່ງ ຊີເກມຄັ້ງຫຼ້າສຸດເມື່ອປີ 2017 ສປປ ລາວ ສາມາດຍາດມາໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 21 ຫຼຽນທອງ ຈັດຢູ່ອັນດັບທີ 9 ຈາກ 11 ປະເທດທີ່ເຂົ້າຮ່ວມ.

ຂ່າວ: ຄໍາສອນ; ຮູບຈາກ: AP ແລະ Lao su su ລາວ ສູ້ ສູ້