ໄຊເສດຖາ ທຳລາຍສິນຄ້າເສື່ອມຄຸນ, ໝົດອາຍຸເກືອບ 50 ລາຍການ

168

ຫ້ອງການອຸດສາຫະກຳ-ການຄ້າ ຮ່ວມກັບ ຫ້ອງການວິທະຍາສາດ-ເຕັກໂນໂລຊີ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີ ທຳລາຍສິນຄ້າເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ, ສິນຄ້າໝົດອາຍຸ ແລະ ສິນຄ້ານອກລະບົບຂຶ້ນ ທີ່ເດີ່ນຫ້ອງວ່າການເມືອງ ໃນຕອນບ່າຍຂອງວັນທີ 28 ພະຈິກ 2019 ນີ້ໂດຍການເປັນປະທານຂອງທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໆ ໄຊເສດຖາ, ເຂົ້າຮ່ວມມີທ່ານ ກໍລະວີ ພັນທະລີ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າຈາກ 4 ຕົວເມືອງອ້ອມຂ້າງ ພ້ອມຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ແສງເດືອນ ໄຊຍະສິດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານກວດກາ ສິນຄ້າເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ, ສິນຄ້າໝົດອາຍຸ ແລະ ສິນຄ້ານອກລະບົບ ໃນໄລຍະ 1 ປີຜ່ານມາ ແລະ ແຜນການໃນຕໍ່ໜ້າ.
ເຊິ່ງໃນໄລຍະ 1 ປີຜ່ານມາ ໄດ້ກວດກາບັນດາຫ້າງຮ້ານໃນທົ່ວເມືອງ, ໄດ້ສ້າງບົດບັນທຶກທັງໝົດ 39 ຮ້ານ/ຫົວໜ່ວຍ ແລະ ສາມາດຢຶດສິນຄ້າໄດ້ 49 ລາຍການ ລວມມູນຄ່າ 23.232.000 ກີບ ໃນນັ້ນປະກອບມີ:

ສິນຄ້າໝົດອາຍຸໃຊ້ງານ ແລະ ເສື່ອມຄຸນນະພາບ 6 ລາຍການເຊັ່ນ: ຄະນໍ, ນ້ຳອັດລົມ, ເນີຍ…; ສິນຄ້າເກືອດຫ້າມຈຳໜ່າຍ 29 ລາຍການ ເຊັ່ນ: ອາໄລ່ຈັກສະຕິນ, ໄພ້ ແລະ ສິນຄ້ານອກລະບົບ (ສິນຄ້າຫຼົບຫຼີກພາສີ) ມີ 14 ລາຍການເຊັ່ນ: ຢາສູບ, ນ້ຳມັນເຊື້ອໄຟ, ເບຍ, ນ້ຳອັດລົມ ແລະ ອື່ນໆ.

ທີ່ມາ: ຂ່າວເມືອງໄຊເສດຖາ