ຈີນເພີ່ມເງິນເຂົ້າສູ່ລະບົບເສດຖະກິດເສີມສະພາບຄ່ອງ

76

ທະນາຄານກາງຈີນກະຕຸ້ນສະພາບຄ່ອງເຂົ້າສູ່ລະບົບການເງິນຜ່ານການດໍາເນີນການປ່ອຍເງິນກູ້ຢືມໄລຍະກາງແກ່ທະນາຄານເອກະຊົນເພື່ອສ້າງສະພາບຄ່ອງ.

ໂດຍທະນາຄານກາງຈີນໄດ້ປະກາດເພີ່ມຈໍານວນເງິນກູ້ຢືມໃນໄລຍະເວລາ1ປີໃຫ້ກັບທະນາຄານເອກະຊົນເປັນຈໍານວນເງິນ200.000ລ້ານຢວນຫຼືເທົ່າກັບ29.000ລ້ານໂລດາໃຫ້ອັດຕາດອກເບ້ຍ3,25%.

ການເພີ່ມເງິນດັ່ງກ່າວມີຈຸດປະສົງເພື່ອເສີມສະພາບຄ່ອງແກ້ທະນາຄານເອກກະຊົນໃຫ້ພຽງພໍສໍາລັບໃນໄລຍະເວລາທີ່ຕ້ອງຈ່າຍພາສີ,ຢ່າງໃດກໍຕາມທະນາຄານກາງຈີນຢືນຢັນວ່າສະພາບຄ່ອງໃນລະບົບທະນາຄານຍັງຢູ່ໃນລະດັບປົກກະຕິ.

ເມື່ອເດືອນ ຕຸລາທີ່ຜ່ານມາ,ທະນາຄານກາງຈີນໄດ້ປະກາດຫຼຸດອັດຕາບອກເບ້ຍການປ່ອຍເງິນກູ້ຢືມໄລຍະກາງແກ່ທະນາຄານເອກະຊົນເພີ່ມເສີມສະພາບຄ່ອງຈາກອັດຕາເກົ່າທີ່3,3%ສູ່ລະດັບ3,25%ຖືວ່າເປັນການປັບຫຼຸດອັດຕາດອກເບ້ຍລົງເປັນຄັ້ງທໍາອິດນັບຕັ້ງແຕ່ປີ2016ເພື່ອຊຸກຍູ້ເສດຖະກິດເຊິ່ງໄດ້ຮັບຜົນກະທົບຈາກພາວະຫົດຕົວທາງເສດຖະກິດ.