ຄາດ ຟິລິບປິນ ມອບໜ້າທີ່ໃຫ້ ປາກຽວ ຮັບບົດບາດຈູດທວນໄຟ ຊີເກມ 2019

119

ແມນນີ ປາກຽວ ນັກມວຍແຊັມໂລກຊາວຟິລິບປິນ ກຽມຮັບບົດບາດສໍາຄັນໃນງານມະຫາກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນທ້າຍປີນີ້ ໂດຍຄາດວ່າ ອາດຈະເປັນຄົນຈູດທວນໄຟ ເປີດການແຂ່ງຂັນຢ່າງເປັນທາງການໃນພິທີເປີດ.

ທ່ານ ອາລັນ ປີເຕີ ຄາເຢຄາໂນ ປະທານຄະນະກໍາມະການກີລາຂອງ ຟິລິບປິນ ເປີດເຜີຍຕໍ່ສື່ວ່າ: ປາກຽວ ເຈົ້າຂອງສາຍແອວແຊັມໂລກ 8 ເສັ້ນຈະມາປະກົດຕົວໃນພິທີເປີດການແຂ່ງຂັນຢ່າງເປັນທາງການ ທີ່ສະໜາມຟິລິບປິນ ອາຣີນາ ໃນວັນທີ 30 ພະຈິກ 2019.

“ ແມ່ນແລ້ວ ຂ້ອຍຄິດວ່ານື້ຄືເຫດການທີ່ຈະຕື່ນເຕັ້ນແນ່ນອນ ເຖິງຈະຍັງບອກບໍ່ໄດ້ວ່າ ລາວຈະເຮັດໜ້າທີ່ຫຍັງ ແລະ ຈະມີບົດບາດສໍາລັບ ພິທີເປີດການແຂ່ງຂັນແນວໃດ, ແຕ່ທີ່ແນ່ໆລາວຄືນັກກີລາຟິລິບິນ ທີ່ຮູ້ຈັກທົ່ວໂລກ ” ຄາເຢຄາໂນ ກ່າວ.

ເຖິງຈະບໍ່ມີການເປີດເຜີຍບົດບາດຂອງ ປາກຽວ ໃນພິທີເປີດ, ແຕ່ສື່ຕ່າງປະເທດເຊື່ອໝັ້ນວ່າ ລາວຈະໄດ້ຮັບໜ້າທີ່ເປັນຄົນຈູດທວນໄຟ ເປີດການແຂງຂັນກີລາ ໃນງານມະຫາກໍາກີລາຊີເກມ 2019 ຢ່າງເປັນ