ອາກາດໂລກປ່ຽນແປງຄຸກຄາມຕໍ່ສຸຂະພາບຂອງມະນຸດ

117
Heatlth concept illustration of an earth world globe with a stethoscope wrapped around it.

ສະພາບອາກາດປ່ຽນແປງໄພຮ້າຍແຮງຕໍ່ສິ່ງມີຊີວິດ,ເປັນໄພຄຸກຄາມທັງຕໍ່ສຸຂະພາບຂອງມະນຸດ ແລະ ເປັນໄພຄຸກຄາມທາງເສດຖະກິດຂອງປະເທດນັ້ນໆ.

ນັກວິທະຍາສາດ ແລະ ຜູ້ຊ່ຽວຊານດ້ານສຸຂະພາບເຕືອນວ່າ:ການປ່ຽນແປງຂອງອາກາດໂລກຈະເຮັດໃຫ້ເດັກນ້ອຍທົ່ວໂລກເຈັບປ່ວຍເປັນພະຍາດຕິດເຊື້ອ,ຂາດສານອາຫານ ແລະ ມົນລະພິດທາງອາກາດຮ້າຍແຮງຂຶ້ນ.

ທັງນີ້,ອີຕາລີກາຍເປັນປະເທດທໍາອິດຂອງໂລກທີ່ນໍາຫຼັກສູດວ່າດ້ວຍເລື່ອງການປ່ຽນແປງຂອງອາກາດເປັນຫຼັກສູດບັງຄັບໃນໂຮງຮຽນອະນຸບານທີ່ຈະເລີ່ມເປີດການຮຽນ-ການສອນໃນປີໜ້າເປັນຕົ້ນໄປ.

ບົດຄວາມທີ່ຕີມພິມໃນວາລະສານການແພດ ແລນເຊດໃຫ້ຮູ້ວ່າ:ເດັກນ້ອຍທີ່ເກີດເມື່ອວັນທີ14ເດືອນ ພະຈິກທີ່ຜ່ານມາພໍອາຍຸ71ປີຕ້ອງພົບກັບໂລກທີ່ຮ້ອນກວ່າ4ອົງສາເຊິ່ງທັງໝົດນີ້ມີຜົນຕໍ່ສຸຂະພາບຂອງພວກເຂົາໃນທຸກໄລຍະຂອງຊີວິດ.

ຂະນະທີ່ການປ່ຽນແປງຂອງອາກາດໂລກໄດ້ທໍາລາຍສຸຂະພາບຂອງເດັກນ້ອຍໄປຮຽບຮ້ອງແລ້ວເຊິ່ງຈະສົ່ງຜົນກະທົບເຖິງຄົນທຸກລຸ້ນໃນສັງຄົມເຮັດໃຫ້ເກີດບັນຫາສຸຂະພາບຮ້າຍແຮງຕະຫຼອດຊີວິດ.