ສັງຄົມອິນເດຍປ່ຽນແປງກະທົບຕະຫຼາດຄໍາໂລກ

133

ອິນເດຍຖືເປັນປະເທດໜຶ່ງທີ່ບໍລິໂພກຄໍາຫຼາຍທີ່່ສຸດໃນໂລກເນື່ອງຈາກຄໍາເປັນສ່ວນໜຶ່ງຂອງສັງຄົມອິນເດຍມາຢ່າງຍາວນານທັງໃນຖານະຂອງເຄື່ອງປະດັບ ແລະ ການລົງທຶນ,ແຕ່ສະພາບສັງຄົມອິນເດຍທີ່ກໍາລັງພັດທະນາກ້າວເຂົ້າສູ່ສັງຄົມເມືອງຫຼາຍຂຶ້ນໃນປັດຈຸບັນອາດຈະເຮັດໃຫ້ຄວາມຕ້ອງການຄໍາຂອງອິນເດຍຫຼຸດລົງໃນໄລຍະຍາວ.

.

ການຊື້ຂາຍຄໍາໃນໄລຍະງານບຸນດິວາລີເຊິ່ງງານບຸນສໍາຄັນຂອງຄົນຮິນດູທີ່ປົກກະຕິຈະມີການຊື້ຂາຍຄໍາຄຶກຄັກທີ່ສຸດໃນຮອບປີ,ແຕ່ງານບຸນແຫ່ງແສງໄຟໃນປີນີ້ຍອດຂາຍຄໍາກັບຫຼຸດລົງເຖິງ4%.

ໃນໄລຍະ10ປີທີ່ຜ່ານມາ,ອິນເດຍຖືວ່າເປັນປະເທດບໍລິໂພກຄໍາແທ່ງ ແລະ ຄໍາຮູບປະພັນຄິດເປັນອັດຕາສ່ວນເຖິງ1/4ຂອງຄວາມຕ້ອງການຄໍາທົ່ວໂລກ.ແຕ່ການນໍາເຂົ້າຄໍາຂອງອິນເດຍໃນໄລຍະເດືອນ ກັນຍາທີ່ຜ່ານມາຫຼຸດລົງຕໍ່າສຸດໃນຮອບ3ປີເຖິງວ່າສ່ວນໜຶ່ງຈະເປັນຜົນກະທົບໃນໄລຍະສັ້ນຈາກລາຄາຄໍາໃນອິນເດຍປັບຕົວສູງຂຶ້ນຜົນຈາກຄ່າເງິນຣູປີທີ່ອ່ອນຄ່າລົງເຮັດໃຫ້ລາຄາຄໍາເພີ່ມຂຶ້ນຫຼາຍກວ່າ30.000ຣູປີຫຼື422,97ໂດລາຕໍ່10ແກຣມ.

.

ແຕ່ປັດໄຈໃນໄລຍະຍາວທີ່ກໍາລັງສົ່ງຜົນກະທົບຕໍ່ຕະຫຼາດຄໍາອິນເດຍຄືການປ່ຽນແປງໂຄງສ້າງປະຊາກອນຂອງອິນເດຍເນື່ອງຈາກການຂະຫຍາຍຕົວຂອງປະຊາກອນໃນເຂດຫ່າງໄກສອກຫຼີກກໍາລັງຫຼຸດລົງຈາກອັດຕາການເກີດທີ່ຕໍ່າລົງ ແລະ ຜູ້ຄົນໃນເຂດຫ່າງໄກສອກຫຼີກທີ່ອົບພະຍົບເຂົ້າສູ່ເມືອງໃຫຍ່ຫຼາຍຂຶ້ນເພາະຕະຫຼາດຊື້ຂາຍຄໍາປະມານ2/3ຂອງອິນເດຍຈະເກີດຂຶ້ນໃນພື້ນທີ່ຫ່າງໄກສອກຫຼີກ.

ໂດຍຜູ້ຄົນໃນເຂດຫ່າງໄກສອກຫຼີກເປັນກຸ່ມຄົນທີ່ມີທ່າອ່ຽງຈະຊື້ຄໍາຫຼາຍກວ່າຄົນໃນເມືອງຈຸດປະສົງທັງເພື່ອເປັນເຄື່ອງປະດັບຕາມວັດທະນະທໍາທັງເພື່ອການທ້ອນເງິນຫຼືການລົງທຶນເຊິ່ງສາມາດນໍາອອກມາຂາຍຫາກຕ້ອງການໃຊ້ເງິນ,ຄໍາຈຶ່ງມີບົດບາດຕໍ່ຊົນນະບົດຂອງອິນເດຍ.

.

ຂະນະດຽວກັນທະນາຄານກໍຂະຫຍາຍບໍລິການເຂົ້າເຖິງຊົນນະບົດຫຼາຍຂຶ້ນເຮັດໃຫ້ປະຊາຊົນມີທາງເລືອກໃນການທ້ອນເງິນ ແລະ ການລົງທຶນທີ່ຫຼາກຫຼາຍກວ່າການຊື້ຄໍາພຽງຢ່າງດຽວ.

.

ທະນາຄານໂລກລາຍງານວ່າ:ອັດຕາສ່ວນຜູ້ຄົນໃນຊົນນະບົດໃນອິນເດຍທີ່ມີບັນຊີທະນາຄານເພີ່ມສູງຂຶ້ນຈາກປີ2011ທີ່ມີພຽງ33%ຂອງຈໍານວນປະຊາກອນເພີ່ມເປັນ79%ໃນປີ2017ເຮັດໃຫ້ອິນເດຍມີອັດຕາສ່ວນປະຊາກອນທີ່ມີບັນຊີທະນາຄານຫຼາຍກວ່າຮົງກາລີ ແລະ ຕວັກກີໃນປັດຈຸບັນ.

.

ນອກຈາກນີ້,ປັດຈຸບັນທະນາຄານກາງອິນເດຍຍັງກໍານົດອັດຕາດອກເບ້ຍເງິນຝາກຢູ່ທີ່6,4%ຕໍ່ປີ,ຂະນະທີ່ອັດຕາເງິນເຟີ້ຂອງອິນເດຍຢູ່ທີີ່ລະດັບ3,99%ຍິ່ງດຶງດູດໃຫ້ຄົນຫັນໄປຝາກເງິນກັບທະນາຄານຫຼາຍຂຶ້ນເນື່ອງຈາກໄດ້ຜົນຕອບແທນທີ່ດີ ແລະ ໝັ້ນຄົງກວ່າການຊື້ຄໍາເພື່ອຫວັງເກງກໍາໄລ.

.

ຂະນະທີ່ຄົນໃນເມືອງນອກຈາກຈະມີຕົວເລືອກການລົງທຶນທີ່ຫຼາກຫຼາຍຍັງມີສິນຄ້າລາຄາສູງອື່ນໆໃຫ້ເລືອກຊື້ຫຼວງຫຼາຍ,ສະພາຄໍາໂລກໃຫ້ຮູ້ວ່າກຸ່ມອາຍຸລະຫວ່າງ22-37ປີໃນສັງຄົມເມືອງຂອງອິນເດຍນິຍົມຊື້ສິນຄ້າອື່ນໆຫຼາຍກວ່າຄໍາໂດຍສະເພາະສິນຄ້າມີຍີ່ຫໍ້ຕ່າງໆ.

.

ຢ່າງໃດກໍຕາມຄວາມຕ້ອງການຄໍາຂອງອິນເດຍຍັງບໍ່ໄດ້ຫຼຸດລົງຫຼາຍ ແລ ະຍັງມີທ່າອ່ຽງກັບມາແຂງແກ່່ນອີກຄັ້ງໃນໄລຍະຕໍ່ໜ້າເນື່ອງຈາກຄໍາຍັງມີບົດສໍາຄັນໃນສັງຄົມອິນເດຍເປັນຕົ້ນໃນໄລຍະມີການແຕ່ງດອງເປັນຈໍານວນຫຼາຍ ແລະ ຄໍາເປັນສ່ວນປະກອບສໍາຄັນສໍາລັບເຈົ້າບ່າວເຈົ້າສາວ ແລະ ໃນພິທີແຕ່ງເຊິ່ງສະພາຄໍາໂລກລະບຸວ່າຄໍາທີ່ຖືກໃຊ້ເປັນເຄື່ອງປະດັບຊຸດເຈົ້າສາວຄິດເປັນປະມານເຄິ່ງໜຶ່ງຂອງຄວາມຕ້ອງການເຄື່ອງປະດັບຄໍາຂອງອິນເດຍທັງໝົດ.