ຄຳມ່ວນ ສົ່ງອອກສິນຄ້າລວມມູນຄ່າ 206 ລ້ານໂດລາ

59

ໄລຍະ 9 ເດືອນ ແຂວງຄຳມ່ວນ ສາມາດສົ່ງອອກສິນຄ້າບັນລຸ 206 ໂດລາສະຫະລັດ ກວມເອົາ 63% ຂອງແຜນການ ຂະນະທີ່ການນຳເຂົ້າເພີ່ມຂຶ້ນຈາກໄລຍະດຽວກັນຂອງປີຜ່ານມາ 74,80% ສິນຄ້າທີ່ນຳເຂົ້າສ່ວນໃຫຍ່ແມ່ນນ້ຳມັນເຊື້ອໄຟ.

ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ປະຈຳແຂວງຄຳມ່ວນ ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 15 ທີ່ຈັດຂຶ້ນໃນລະຫວ່າງວັນທີ 11 – 15 ພະຈິກ 2019 ນີ້ວ່າ: ໃນໄລຍະ 9 ເດືອນຜ່ານມາ ແຂວງຄຳມ່ວນ ມີໂຮງງານອຸດສາຫະກຳປຸງແຕ່ງທີ່ເກີດຂຶ້ນໃໝ່ 9 ແຫ່ງ. ໃນປັດຈຸບັນທົ່ວແຂວງແມ່ນມີໂຮງງານອຸດສາຫະກຳທັງໝົດ 207 ແຫ່ງ ໃນນັ້ນ, ໂຮງງານຂະໜາດ ໃຫຍ່ 67 ແຫ່ງ, ໂຮງງານຂະໜາດກາງ 58 ແຫ່ງ ແລະ ຂະໜາດນ້ອຍ 82 ແຫ່ງ, ມີຫົວໜ່ວຍວິສາຫະກິດ ທັງໝົດ 6.029 ຫົວໜ່ວຍ, ມີທຶນຈົດທະບຽນ 5.022 ຕື້ກີບ ແລະ 331,87 ລ້ານໂດລາ, ມີໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີໄມ້ 64 ແຫ່ງ. ໃນນີ້, ໂຮງງານປຸງແຕ່ງໄມ້ສຳເລັດຮູບ 37 ແຫ່ງ, ເຟີນີເຈີ 27 ແຫ່ງ ແລະ ຢູ່ໃນຂັ້ນຕອນການລາຍງານຂັ້ນເທິງ ເພື່ອຍຸບເລີກໂຮງງານທີ່ກະທຳຜິດ ແລະ ຂັດຕໍ່ຄຳສັ່ງເລກທີ 15/ນຍ ອີກ 5 ແຫ່ງ.

ສຳລັບມູນຄ່າການສົ່ງອອກສິນຄ້າໃນ 9 ເດືອນ ປີ 2019 ປະຕິບັດໄດ້ 206,93 ລ້ານໂດລາສະຫະລັດ ທຽບໃສ່ແຜນການໝົດປີ ປະຕິບັດໄດ້ 63% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 11,46% ເຊິ່ງສິນຄ້າທີ່ສົ່ງອອກສ່ວນໃຫຍ່ແມ່ນປະເພດສິນຄ້າອຸດສາຫະກຳ ( ແຮ່ທາດ ), ສິນຄ້າກະສິກຳ, ໄມ້ ແລະ ຜະລິດຕະພັນໄມ້, ມູນຄ່າການນຳເຂົ້າສິນຄ້າ ປະຕິບັດໄດ້ 155,39 ລ້ານໂດລາ ທຽບໃສ່ແຜນການປະຕິບັດໄດ້ 93% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 74,80%, ສິນຄ້າທີ່ນຳເຂົ້າສ່ວນໃຫຍ່ແມ່ນນ້ຳມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ສອຍປະຈຳວັນ ແລະ ອື່ນໆ. ມູນຄ່າສິນຄ້າຜ່ານແດນ ປະຕິບັດໄດ້ 484,94 ລ້ານໂດລາ ທຽບໃສ່ປີຜ່ານມາ ຫຼຸດລົງ 10,60%, ມູນຄ່າຈຳໜ່າຍຜະລິດຕະພັນອຸດສາຫະກຳ 1.164 ຕື້ກີບ ເພີ່ມຂຶ້ນ 61,77% ແລະ ມູນຄ່າການຈໍລະຈອນສິນຄ້າ ຂາຍຍົກ – ຂາຍຍ່ອຍ 586 ຕື້ກີບ ເພີ່ມຂຶ້ນ 44,47% ເຊິ່ງສ່ວນໃຫຍ່ແມ່ນນ້ຳມັນເຊື້ອໄຟ, ເຄື່ອງກໍ່ສ້າງ ແລະ ສິນຄ້າປະເພດສະບຽງອາຫານ.