ຄົນພາຍໃນຕ້ອງຊ່ວຍກັນເທົ່ານັ້ນ ຊ່ອງທາງຫຼຸດຜ່ອນການນຳເຂົ້າ

205

ການນໍາເຂົ້າສິນຄ້າເປັນເລື່ອງທີ່ປາສະຈາກບໍ່ໄດ້ ແຕ່ຕ້ອງເບິ່ງວ່າຢູ່ໃນເງື່ອນໄຂໃດຄວນຊື້ເຂົາມາຫຼືບໍ ເພາະມີຫຼາຍໆຢ່າງທີ່ພວກເຮົາຜະລິດເອງໄດ້ ມີຂາຍພາຍໃນກໍ່ຍັງບໍ່ພາກັນສົ່ງເສີມ ຫຼື ບາງສິນຄ້າຫ້າມນຳເຂົ້າກໍ່ຍັງພາກັນລັກລອບເອົາມາຢູ່ ຈະແກ້ຈຸດນີ້ຕົກຕ້ອງແມ່ນຄົນພາຍໃນຊາດຮ່ວມແຮງສາມັກຄີກັນ ແຕ່ຫາກບໍ່ແມ່ນຈະຖີ້ມຄວາມຮັບຜິດຊອບໃຫ້ຝ່າຍໃດໜຶ່ງ.


ປະເທດເຮົາທຸກວັນນີ້ພວມຜະເຊີນກັບບັນຫາສິນຄ້າແພງ, ເງິນກີບອ່ອນຄ່າ ສາເຫດໜຶ່ງກໍ່ແມ່ນມາຈາກການນຳເຂົ້າຫຼາຍເກີນຄວາມຈຳເປັນ ບໍ່ເວັ້ນແມ່ນແຕ່ພືດຜັກສວນຄົວທີ່ທົ່ວຟ້າເມືອງລາວເປັນແຫຼ່ງການຜະລິດ ເຮົາສາມາດກຸ້ມຕົນເອງໄດ້.
ເພື່ອແກ້ໄຂບັນຫາດັ່ງກ່າວ ໃນທ້າຍເດືອນກໍລະກົດ 2019 ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈຶ່ງໄດ້ແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດພາຍໃນ ແລະ ຄວບຄຸມການນໍາເຂົ້າສິນຄ້າ ເຊິ່ງໄດ້ມອບ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການປະສານງານ ກັບບັນດາຂະແໜງການກ່ຽວຂ້ອງແຕ່ສູນກາງຈົນຮອດທ້ອງຖິ່ນ.


ໃນນີ້, ໄດ້ເນັ້ນໜັກໃຫ້ມີການສົ່ງເສີມການຜະລິດ, ການຈໍາໜ່າຍ, ຄຸ້ມຄອງຕະຫຼາດ ແລະ ສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດໄດ້ພາຍໃນ ແບບລະບົບຕ່ອງໂສ້ຄົບຊຸດ ໂດຍແນະນໍາໃຫ້ແຕ່ລະພາກສ່ວນຮ່ວມກັນຄົ້ນຄວ້າ, ກວດກາ ແລະ ທົບທວນຄືນບັນດານະໂຍບາຍ, ນິິຕິກໍາ ແລະ ມາດຕະການສົ່ງເສີມຕ່າງໆ ເພື່ອສະໜັບສະໜູນ ແລະ ເອື້ອອໍານວຍໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປະກົດເປັນຈິງ. ໂດຍມີການຕົກລົງເຫັນດີ ໃນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກໍລະກົດ 2019 ຄັ້ງວັນທີ 23-24 ກໍລະກົດ 2019 ຜ່ານມາ.
ສປປ ລາວ ເປັນໜຶ່ງໃນບັນດາປະທດ ທີ່ຢຶດເອົາອາຊີບກະສິກຳເປັນຫຼັກ ແຕ່ການຜະລິດສ່ວນໃຫຍ່ຍັງເພິ່ງທຳມະຊາດ, ຂາດເຕັກໂນໂລຊີເຄື່ອງມືທີ່ທັນສະໄໝຮັບໃຊ້ເຂົ້າໃນການຜະລິດ ແລະ ການຜະລິດສ່ວນຫຼາຍແມ່ນພໍພຽງແຕ່ກຸ້ມຕົວເອງ ບໍ່ຍັງບໍ່ສາມາດຜະລິດເປັນສິນຄ້າສົ່ງອອກໄດ້ ໂດຍສະເພາະປະຊາຊົນທີ່ອາໄສຢູ່ຕາມຕົວເມືອງໃຫຍ່ ບໍ່ມີທ່າແຮງພຽງພໍທີ່ຈະຜະລິດ ເຮັດໃຫ້ການສະໜອງສິນຄ້າບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ.


ສະນັ້ນ, ຈຶ່ງຈໍາເປັນຕ້ອງນໍາເຂົ້າສິນຄ້າຈາກຕ່າງປະເທດ ເພື່ອສະໜອງຕາມຄວາມຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ເຊັ່ນວ່າ: ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ຊີມັງ, ສິນຄ້າກະສິກໍາ (ຜະລິດຕະພັນສັດ ແລະ ສັດທີ່ມີຊີວິດ, ພືດຜັກ ແລະ ປະເພດໝາກໄມ້ເຂດຮ້ອນສຸ່ມ), ນໍ້າຕານ, ສາຍໄຟຟ້າ, …ອື່ນໆ. ນອກນັ້ນ, ກໍ່ແມ່ນຜະລິດຕະພັນທີ່ ສປປ ລາວ ຍັງບໍ່ທັນສາມາດຜະລິດເອງໄດ້ເປັນຕົ້ນແມ່ນ ເຄື່ອງກົນຈັກໜັກ, ພາຫະນະທາງບົກ, ນໍ້າມັນເຊື້ອໄຟ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນສື່ສານ ແລະ ສີ້ນສ່ວນ, ຜະລິດຕະພັນທາງເຄມີ ແລະ ອື່ນໆ.
ແຕ່ເຖິງຢ່າງໃດກໍ່ຕາມປັດຈຸບັນ, ສະພາບການນໍາເຂົ້າປະເພດສິນຄ້າກະສິກໍາ ທີ່ສາມາດສັງເກດເຫັນຕາມທ້ອງຕະຫຼາດ ສ່ວນຫຼາຍຍັງພືດຜັກເຊັ່ນ: ກະລໍາປີ, ໝາກເຜັດ, ຫົວຜັກທຽມ, ຜັກກາດຂາວ, ຜັກກາດດອກ, ຫົວຜັກກາດ, ຫົວຜັກບົ່ວ, ຫອມລາບ, ຜັກບົ້ງ, ໃບຜັກບົ່ວ, ກະລໍາປີດອກ, ມັນຝຣັ່ງ, ຫົວກະລົດ, ໝາກເຫຼັ່ນ ແລະ ອື່ນໆ.


ໝວດສິນຄ້າໝາກໄມ້ໄດ້ແກ່: ໝາກມ່ວງ, ໝາກຂາມ, ໝາກຫຸ່ງ, ມັງກອນ, ຖົ່ວລຽນ, ມັງຄຸດ, ລິ່ນຈີ່, ອາໂວກາໂດ ແລະ ອື່ນໆ.
ຖ້າຫາກ ພວກເຮົາຫຼຸດຜ່ອນການນໍາເຂົ້າປະເພດສິນຄ້າທີ່ສາມາດຜະລິດໄດ້ນັ້ນ ຈະຊ່ວຍໃຫ້ສະພາບເສດຖະກິດຂອງປະເທດດີຂຶ້ນ ສ້າງມູນຄ່າສົ່ງອອກສິນຄ້າຫຼາຍກວ່າເກົ່າ ແລະ ແນ່ນອນບັນຫານີ້ຕ້ອງອີງອາໄສຄວາມຮ່ວມແຮງຮ່ວມໃຈຂອງປວງຊົນທັ້ງຊາດບໍ່ແມ່ນໜ່ວຍງານ ຫຼື ຂະແໜງການໃດໜຶ່ງຈະເຮັດໄດ້.