ສື່ມວນຊົນລາວແລກປ່ຽນບົດຮຽນກັບໜັງສືພິມປ້ອງກັນກົດໝາຍ ສສ ຫວຽດນາມ

59

ເມື່ອວັນທີ 4 ພະຈິກ 2019 ທີ່ຮາໂນ້ຍ ສສ ຫວຽດນາມ ຄະນະສື່ມວນຊົນລາວໂດຍ ທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍສື່ມວນຊົນລາວໄດ້ເຂົ້າພົບປະແລກປ່ຽນບົດຮຽນກັບຄະນະບັນນາທິການໜັງສືພິມປ້ອງກັນກົດໝາຍຂອງ ສສ ຫວຽດນາມ.

ໂອກາດດັ່ງກ່າວທັງສອງຝ່າຍໄດ້ແລກປ່ຽນບົດຮຽນໃນການນໍາໃຊ້ສື່ສິ່ງພິມ, ເອເລັກໂຕຣນິກ ແລະ ການຄຸ້ມຄອງວຽກງານສື່ມວນຊົນພາຍໃຕ້ ຄວາມຮັບຜິດຊອບຂອງຕົນ. ພ້ອມນັ້ນ, ກໍໄດ້ຫາລືກ່ຽວກັບ ຄວາມທ້າທາຍຂອງສື່ສິ່ງພິມທີ່ຕ້ອງໄດ້ມີການຍົກລະດັບ ທັກສະການນໍາສະເໜີຂໍ້ມູນ – ຂ່າວສານທີ່ໜ້າສົນໃຈ ແລະ ການນໍາໃຊ້ສື່ອອນລາຍໃຫ້ມີປະສິດທິພາບສູງສຸດ ໂດຍສະເພາະແມ່ນວຽກງານໂຄສະນາລະບຽບກົດໝາຍຂອງລັດຖະບານ.

ທ່ານ ສົມສະຫວາດ ພົງສາ ກ່າວວ່າ: ການມາພົບປະຄັ້ງນີ້ຈຸດປະສົງເພື່ອຢ້ຽມຢາມ – ແລກປ່ຽນບົດຮຽນໃນການພັດທະນາວຽກງານສື່ມວນຊົນ ໂດຍສະເພາະແມ່ນການນໍາສະເໜີຂໍ້ມູນຕ່າງໆໃຫ້ມີຜູ້ອ່ານຫຼາຍຂຶ້ນ ໃນສະພາບທີ່ການແຂ່ງຂັນ ແລະ ນໍາໃຊ້ສື່ແບບໃໝ່ກໍາລັງໄດ້ຮັບຄວາມສົນໃຈຈາກຜູ້ອ່ານ. ສະນັ້ນ, ເພື່ອເຮັດແນວໃດ ທັງສອງຂະແໜງການພວກເຮົາຈະພ້ອມກັນພັດທະນາພາຫະນະສື່ມວນຊົນໃຫ້ສາມາດຕອບໂຈດຄວາມຕ້ອງການຂອງຜູ້ອ່ານໃນປັດຈຸບັນ.

ທ່ານ NGUYEN VAN THANG ຫົວໜ້າຄະນະບັນນາທິການໜັງສືພິມປ້ອງກັນກົດໝາຍ ກ່າວວ່າ: ໃນທົ່ວໂລກ ສື່ສິ່ງພິມໄດ້ຫັນໄປເປັນສື່ທາງເອເລັກໂຕຣນິກ ໜັງສືພິມປ້ອງກັນກົດໝາຍກໍເຊັ່ນດຽວກັນ ໄດ້ເປີດກວ້າງຫັນໄປນໍາໃຊ້ອິນເຕີເນັດເຂົ້າມາຊ່ວຍເພີ່ມບົດ – ຄໍລຳທີ່ໜ້າສົນໃຈຂອງສັງຄົມໃຫ້ຫຼາກຫຼາຍ. ປັດຈຸບັນໜັງສືພິມປ້ອງກັນກົດໝາຍມີ ພະນັກງານທັງໝົດ 65 ຄົນ, ນັບແຕ່ສ້າງຕັ້ງໜັງສືພິມປ້ອງກັນກົດໝາຍ ສາມາດພິມໜັງສືພິມໄດ້ທັງໝົດ 17 ພັນກວ່າສະບັບ, ສາມາດພິມວາລະສານໄດ້ທັງໝົດ 200 ກວ່າສະບັບ.