ເສຍຫາຍ 2 ຕື້ກີບ ຈາກອຸບັດຕິເຫດໄຟໄໝ້ລົດບັນທຸກນໍ້າມັນຢູ່ທາງ 450 ປີ

435

ຕອນເຊົ້າວັນທີ 3 ພະຈິກ 2019 ເກີດເຫດການໄຟໄໝ້ລົດບັນທຸກນໍ້າມັນຢູ່ເສັ້ນທາງ 450 ປີ ເຂດບ້ານໄຮ່ຄໍາຫາບ້ານນາຄວາຍກາງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂຊກດີບໍ່ມີຄົນເສຍຊີວິດ, ແຕ່ໄຟໄດ້ສ້າງຄວາມເສຍຫາຍມີ ລົດສະແຕັກນໍ້າມັນ ປະເພດລົດພວງ 22 ລໍ້ ຈໍານວນ 1 ຄັນ ບັນຈຸນໍ້າມັນ 35.145 ລິດ ລວມມູນຄ່າປະມານ 2 ຕື້ກີບ.

ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 8:30 ນາທີ ຂອງວັນທີ 3 ຕຸລາ 2019 ໄດ້ມີພົນລະເມືອງດີໂທມາແຈ້ງວ່າ ມີເຫດໄຟໄໝ້ລົດສະແຕັກນໍ້າມັນ 22 ລໍ້ ຢູ່ຖະໜົນທາງ 450 ປີ ລະຫວ່າງບ້ານໄຮ່ຄໍາ ຫາ ບ້ານນາຄວາຍກາງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງພະນັກງານວິຊາສະເພາະ ພ້ອມດ້ວຍລົດມອດໄຟຈໍານວນ 5 ຄັນ ແລະ ໄດ້ປະສານຫາກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ 1 ຄັນ ແລະ ກອງບັນຊາການເມືອງໄຊທານີ 1 ຄັນ, ກອງບັນຊາການເມືອງໄຊເຊດຖາ 1 ຄັນ, ກອງບັນຊາການເມືອງຫາດຊາຍຟອງ 1 ຄັນ ແລະ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ 1623 ຈໍານວນ 1 ຄັນ, ກໍາລັງນັກຮົບມອດໄຟຈໍານວນ 50 ຄົນ, ເພື່ອເຂົ້າມາຊ່ວຍມອດໄຟໃນຄັ້ງນີ້ ໂດຍໃຊ້ເວລາ 8 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟໄວ້ໄດ້.

ເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ຜ່ານການສອບປາກຄໍາທ້າວ ຫງຽນຫົງກວນ ອາຍຸ 47 ປີ ຜູ້ຂັບລົດສະແຕັກນໍ້າມັນ ຜູ້ກ່ຽວຍອມຮັບສາລະພາບວ່າ: ລົດຄັນດັ່ງກ່າວ ເປັນລົດຂອງບໍລິສັດຂົນສົ່ງນໍ້າມັນເປເຕແອັດເງຕິງ ປະເທດຫວຽດນາມ ຫາສາງນໍ້າມັນເປໂຕລີແມັກ ຕັ້ງຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໝາຍເລກທະບຽນ 37c-29656, ພວງທະບຽນ 37R-00571 ໄດ້ບັນຈຸນໍ້າມັນແອັດຊັງທັງໝົດ 35.145 ລິດ, ເຊິ່ງໃນມື້ເກີດເຫດຕົນຂັບລົດເຂົ້າມາທາງຕັດໃໝ່ 21 ເພື່ອຈະຕັດອອກໃສ່ທາງ 450 ປີ ແລ້ວຈະອອກໄປຫາສາງນໍ້າມັນ ຢູ່ເມືອງຫາດຊາຍຟອງ.

ແຕ່ພໍຜູ້ກ່ຽວໄດ້ຂັບຂີ່ລົດມາຮອດຈຸດເກີດເຫດໄດ້ມີລົດ 10 ລໍ້ແກ່ດິນສີແດງ ບໍ່ຈື່ໝາຍເລກທະບຽນ ແລ່ນອອກໜ້າລົດຂອງຕົນ ໃນໄລຍະຫ່າງ 20 ແມັດ ແລ່ນຢູ່ເລນທີ່ຕິດກັບຂອບທາງ ( ເລນໃນ ) ໃນຂະນະທີ່ຂັບລົດຕົນກໍຂັບດ້ວຍຄວາມໄວ 60 ກິໂລແມັດຕໍ່ຊົ່ວໂມງ, ພໍໄປຮອດບ້ານໄຮ່ຄໍາ ຫາ ບ້ານນາຄວາຍກາງ ລົດ 10 ລໍ້ຄັນດັ່ງກ່າວ ຈຶ່ງໄດ້ເບກລົດຢ່າງກະທັນຫັນ ເຮັດໃຫ້ຕົນເບກລົດຂອງຕົນບໍ່ທັນ ຕົນຈຶ່ງໄດ້ຫັກຫົວລົດອອກມາທາງເບື້ອງຂວາມື, ຫວິດລົດ 10 ລໍ້ຄັນດັ່ງກ່າວແຕ່ທ້າຍລົດພັດໄປຕໍາໃສ່ທ້າຍລົດ 10 ລໍ້ຄັນດັ່ງກ່າວ ເຮັດໃຫ້ລົດຂອງຕົນເສຍຫຼັກ ຫົວພັບກັບຄືນ ສ່ວນທ້າຍລົດແມ່ນຕົກຢູ່ຂອບທາງ.

ຫຼັງຈາກນັ້ນກໍ່ເກີດເຫດໄຟລຸກໄໝ້ທ້າຍລົດ ຕົນຈຶ່ງຟ້າວລົງຈາກລົດ, ສ່ວນລົດສີບລໍ້ຄັນດັ່ງກ່າວແມ່ນໄດ້ຖອຍຫຼັງກັບຄືນທາງເກົ່າ.

ທີ່ມາ: ປ້ອງກັນຄວາມສະຫງົບ